ແຂວງເຊກອງ ຖະແຫຼງຂ່າວທີ່ບໍ່ແມ່ນຄວາມຈິງ ກໍລະນີວ່າພົບຜູ້ຕິດເຊື້ອພະຍາດໂຄວິດ-19

445

ກ່ຽວກັບຂ່າວລືທາງສື່ອອນລາຍ ກໍລະນີວ່າມີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ແຂວງເຊກອງ ໄດ້ສ້າງຄວາມສັບສົນ ແລະຄວາມຕື່ນຕົກໃຈໃຫ້ກັບພໍ່ແມ່ປະຊາຊົນທີ່ໄດ້ຕິດຕາມຂ່າວດັ່ງກ່າວ ເຮັດໃຫ້ມີຄວາມເຂົ້າໃຈຜິດຕໍ່ຄວາມເປັນຈິງ, ສ້າງໃຫ້ມີຄວາມວິຕົກກັງວົນແກ່ພໍ່-ແມ່ປະຊາຊົນບັນດາເຜົ່າຢ່າງຫຼວງຫຼາຍ.


ຫຼ້າສຸດໃນຕອນແລງວັນທີ 22 ເມສາ 2021 ນີ້ ທ່ານ ດຣ ຄໍາໄຫຼ ສັນຕິພູມ ຫົວຫນ້າພະແນກສາທາລະນະສຸກແຂວງເຊກອງ, ຮອງປະທານຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດ COVID-19 ຂັ້ນແຂວງ ໄດ້ຖະແຫຼງຕໍ່ສື່ມວນຊົນ ກ່ຽວກັບຂ່າວລືທີ່ວ່າມີກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ເປັນພະນັກງານທະນາຄານຮ່ວມພັດທະນາລາວ (JDB) ສາຂາ ແຂວງເຊກອງນັ້ນ ເປັນພຽງຂ່າວປອມ (ບໍ່ແມ່ນຄວາມຈິງ).


ທ່ານ ດຣ ຄໍາໄຫຼ ສັນຕີພູມ ໃຫ້ຮູ້ວ່າ: ຜູ້ກ່ຽວເຮັດວຽກຢູ່ທະນາຄານ ຮ່ວມພັດທະນາລາວ (JDB) ແຂວງເຊກອງ, ຊຶ່ງຜ່ານການສືບສວນສອບສວນຜູ້ກ່ຽວທີ່ຕົກເປັນກໍລະນີສົງໄສດັ່ງກ່າວ ຜູ້ກ່ຽວໄດ້ເດີນທາງມາຈາກແຂວງ ສະຫວັນນະເຂດ ທີ່ມີຜູ້ຕິດເຊື້ອ, ບໍ່ແມ່ນເປັນຜູ້ຕິດເຊື້ອ ແລະບໍ່ໄດ້ສໍາຜັດກັບກໍລະນີທີ່ຕິດເຊື້ອ; ເພື່ອຄວາມປອດໄພຕໍ່ສັງຄົມ, ໃນ ວັນທີ 21 ເມສາ 2011 ເວລາ 10:00 ຜູ້ກ່ຽວຈິ່ງໄດ້ໄປກວດຢູ່ໂຮງຫມໍ ແຂວງເຊກອງ ສະຫມັກໃຈກວດຊອກເຊື້ອພະຍາດໂຄວິດ-19 ແລະພາກສ່ວນກ່ຽວຂ້ອງ ໄດ້ເກັບຕົວຢ່າງຜູ້ກ່ຽວ ແລະເພື່ອນຮ່ວມງານ ອີກ 5 ຕົວຢ່າງ ສົ່ງໄປກວດຢູ່ສູນວິເຄາະແຂວງຈໍາປາສັກ ແລະ ໄດ້ແຍກປ່ຽວຜູ້ກ່ຽວຢູ່ສູນຈໍາກັດບໍລິເວນຂອງແຂວງ ເພື່ອຕິດຕາມອາການ, ຊຶ່ງຜົນກວດອອກ ເວລາ 16:35 ນາທີ ຂອງວັນທີ 22 ເມສາ 2011 ເປັນລົບ (-) ບໍ່ພົບເຊື້ອທັງ 6 ຄົນ.

ສໍາລັບຜູ້ທີ່ມີຄວາມສ່ຽງດັ່ງກ່າວ ແມ່ນຍັງສືບຕໍ່ຕິດຕາມອາການຢູ່ສູນຈໍາກັດບໍລິເວນ ທີ່ແຂວງກຳນົດໄວ້ ຈົນຄົບ 14 ວັນ; ສະນັ້ນ ຄະນະສະເພາະກິດປ້ອງກັນ ແລະຄວບຄຸມພະຍາດໂຄວິດ 19 ຂັ້ນແຂວງ ຈຶ່ງຢາກຮຽກຮ້ອງໃຫ້ທຸກຄົນໃນທົ່ວແຂວງເຊກອງ ບໍລິໂພກຂ່າວຈາກສື່ທີ່ເປັນທາງການເທົ່ານັ້ນ ຫຼື ໃຫ້ຕິດຕາມຂ່າວເຟສບຸກຂອງພະແນກສາທາລະນະສຸກ ແຂວງເຊກອງ, ຂ່າວສານຈາກພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ຂໍໃຫ້ບັນດາທ່ານຈົ່ງໄຕ່ຕອງ ໃຫ້ເລິກເຊິ່ງ ໃນການຮັບຂໍ້ມູນຂ່າວທີ່ບໍ່ເປັນທາງການ, ບໍ່ມີມູນຄວາມຈິງ ແລະຄວນມີສະຕິໃນການບໍລິໂພກຂ່າວສານຕາມ ສື່ສັງຄົມອອນລາຍ ຫຼື ຕາມຊ່ອງທາງອື່ນໆ, ບໍ່ຄວນແຊຕໍ່ຂ່າວທີ່ບໍ່ທັນໄດ້ຮັບການຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ .


ເຖິງຢ່າງໄດ້ກໍຕາມ ຕໍ່ສະພາບດັ່ງກ່າວ ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນທຸກພາກສ່ວນ ເວລາອອກຈາກເຮືອນຫລື ໄປຊຸມຊົນແອອັດ ໃຫ້ໃສ່ຜ້າອັດປາກ-ດັງ, ຫມັ່ນລ້າງມື້ເລື້ອຍໆ ອລະທີ່ສໍາຄັນໃຫ້ປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ທີ່ມາ:ຂ່າວເຊກອງ