ຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ 19 ແຂວງໄຊຍະບູລີ ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ເມືອງເງິນ.

123

ວັນທີ 13 ເມສາ 2021  ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ຫົວໜ້າຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ 19 ຂັ້ນແຂວງ  ພ້ອມດ້ວຍທີມງານ ໄດ້ລົງມາຕິດຕາມຊຸກຍູ້ການເຝົ້າລະວັງປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ (COVID-19) ຢູ່ເມືອງເງິນ.

ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ໂດຍທ່ານ ສີທະນົນໄຊ ທອງເທພາ ຮອງເລຂາພັກເມືອງ ຫົວໜ້າຄະນະສະເພາະກິດ ຕ້ານ ແລະ ສະກັດກັ້ນພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ 19 ຂັ້ນເມືອງ, ມີຄະນະສະເພາະກິດຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ການລົງມາຕິດຕາມຊຸກຍູ້ການເຝົ້າລະວັງປ້ອງກັນພະຍາດໂຄວິດ 19 ໃນຄັ້ງນີ້ ຕາງໜ້າ ຄະນະສະເພາະກິດຂັ້ນເມືອງ ກໍ່ໄດ້ລາຍງານສະພາບການຈັດຕັ້ງປະຕິບັດ ວຽກງານປ້ອງໂຄວິດ 19 ຢູ່ເມືອງເງິນ ໃນໄລຍະຜ່ານມາ ໄດ້ເອົາໃຈໃສ່ປະຕິບັດຕາມຄຳສັ່ງຂອງທ່ານນາຍົກ ແລະ ແຈ້ງການຂອງຄະນະສະເພາະກິດຂັ້ນແຂວງ ລົງເຜີຍແຜ່ເຊື່ອມຊຶມ ໃຫ້ຄະນະສະເພາະກິດຂັ້ນເມືອງ ແລະ ບ້ານ ຜ່ານການຈັດຕັ້ງປະຕິບັດ ໄດ້ເຮັດໃຫ້ພະນັກງານ ແລະ ປະຊາຊົນມີຄວາມຮັບຮູ້ເຂົ້າໃຈ ຕໍ່ການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ 19 ໂດຍເລີ່ມຈາກຈຸດກັ່ນກອງ, ວັດແທກອຸນະພູມ ຢູ່ດ່ານສາກົນນ້ຳເງິນ, ສະຖານທີ່ຄັດແຍກຢູ່ສູນໃຫຍ່ປະຈຳເມືອງ, ສະຖານທີ່ກັກບໍລິເວນ 14 ວັນ ຢູ່ທີ່ໂຮງໝໍຫຼັງເກົ່າ , ສະຖານທີ່ເກັບຕົວຢ່າງ, ແລະສະຖານທີ່ແຍກປ່ຽວ ຢູ່ທີ່ໂຮງໝໍຊຸມຊົນ ເມືອງເງິນ.


ເມືອງເງິນ ເປັນເມືອງທາງຜ່ານ ແລະ ມີດ່ານສາກົນນ້ຳເງິນຕັ້ງຢູ່ ເຊິ່ງເປັນສິ່ງທ້າທາຍ ແລະ ມີຄວາມສ່ຽງຫລາຍ. ດັ່ງນັ້ນ ທາງໜ່ວຍສະເພາະກິດຂັ້ນເມືອງ ໄດ້ສົມທົບກັບຫ້ອງການສາທາລະນະສຸກ ແລະ ດ່ານສາກົນນ້ຳເງິນ ເອົາໃຈໃສ່ໃນການຕິດຕາມເຝົ້າລະວັງຢ່າງໃກ້ສິດ. ມາຮອດປະຈຸບັນ ສາມາດສະຫຼຸບໄດ້ວ່າ ມີພົນລະເມືອງເຂົ້າອອກດ່ານສາກົນນໍ້າເງິນ ຕົວເລກສະສົມມາຮອດວັນທີ 12 ເມສາ 2021 ນີ້ຈຳນວນ 21.064 ຄົນ, ຍິງ 2.259 ຄົນ. ໃນນີ້ເປັນແຮງງານລາວ 742 ຄົນ, ຍິງ 353 ຄົນ. ລວມຈໍານວນຈໍາກັດບໍລິເວນ ສະສົມໃນໄລຍະຜ່ານມາ ລວມທັງໝົດ 307 ຄົນ, ຍິງ 124 ຄົນ ໃນນີ້ຈໍາກັດບໍລິເວນຢູ່ສູນ ທີ່ທາງຄະນະສະເພາະກິດຈັດໃຫ້ 204 ຄົນ, ຈໍາກັດບໍລິເວນຢູ່ບ້ານ 103 ຄົນ, ໄດ້ເກັບຕົວຢ່າງສົ່ງກວດທັງໝົດ 581 ຄົນ.

ໂດຍ: ອິນແປງ ແຫວນຄຳ