ໃໝ່ຫຼ້າສຸດ! ຈາກຄະນະສະເພາະກິດໃຫ້ສັ່ງປິດທຸກສະຖານບັນເທິງ ແລະການສັງສັນທີ່ຮັກສາໄລຍະຫ່າງບໍ່ໄດ້

599

ເພື່ອຄວາມປອດໄພຂອງປະຊາຊົນບັນດາເຜົ່າໃນໄລຍະນີ້ ທີ່ມີການກວດພົບຜູ້ຕິດເຊື້ອໃໝ່ ເຊິ່ງມີປະຫວັດລັກລອບເຂົ້າເມືອງ ແລະພົວພັນຫຼາຍບ່ອນ ດັ່ງນັ້ນ, ຄະນະສະເພາະກິດຈິ່ງໄດ້ອອກຄຳແນະນຳເພີ່ມເຕີມຕໍ່ມາດຕະການປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນໄລຍະສະເຫຼີອມສະຫຼອງປີໃໝ່ລາວຈົນເຖິງທ້າຍເດືອນເມສາ.

ໂດຍຄະນະສະເພາະກິດເພຶ່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-10 ໄດ້ມີການປະເມີນ ຄວາມສ່ຽງຂອງຜູ້ຕິດເຊື້ອໃຫມ່ກໍລະນີຢັ້ງຢືນທີ 50 ທີ່ມີປະຫວັດສໍາຜັດໃກ້ຊິດກັບຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ບໍ່ຖືກກົດ ຫມາຍ ຈາກປະເທດໃກ້ຄຽງ ທີ່ມີລາຍງານການລະບາດຮອບໃຫມ່ ໃນເດືອນເມສາ 2021 ເຊິ່ງປະເທດດັ່ງກ່າວ ມີລາຍງານຜູ້ ຕິດເຊື້ອໃຫມ່ ໃນຊຸມຊົນ ເພິ່ມຂຶ້ນຫຼາຍຮ້ອຍຄົນຕໍ່ມື້ ແລະ ແຜ່ກະຈາຍໄປຍັງຫຼາຍແຂວງໃນຂອບເຂດທົ່ວປະເທດ.

ຕໍ່ກັບ ສະພາບການດັ່ງກ່າວ, ທີມງານວິຊາການ ກົມຄວບຄຸມພະຍາດຕິດຕໍ່/ສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ໄດ້ສົມທົບກັບ ທີມງານພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ເພື່ອສອບສວນຜູ້ສໍາຜັດໃກ້ຊິດທັງຫມົດ ພ້ອມ ທັງ ເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ເຊິ່ງຜົນກວດກໍ່ໃຫ້ຜົນລົບທັງຫມົດ ແຕ່ເນື່ອງຈາກຕາມປະຫວັດການ ເຄື່ອນໄຫວ ຂອງຜູ້ກ່ຽວນັ້ນອາດຈະມີບຸກຄົນທີ່ສໍາຜັດໃກ້ຊິດຫຼາຍກວ່າຈໍານວນທີ່ຄົ້ນພົບໃນຂະນະນີ້.

ດັ່ງນັ້ນ, ເພື່ອເປັນການເພີ່ມທະວີການຈັດຕັ້ງປະຕິບັດ ບັນດາມາດຕະການຕ່າງໆ ໃນໄລຍະປີໃຫມ່ລາວນີ້ ຄະນະສະເພາະກິດຈຶ່ງອອກຄໍາແນະນໍເພິ່ມເຕິມ ດັ່ງລຸ່ມນີ້:

1. ສືບຕໍ່ປະຕິບັດແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ເລກທີ 308/ຫສນຍ, ລົງວັນທີ 31 ມີນາ 2021
ຢ່າງເຂັ້ມງວດ.

2. ມອບໃຫ້ກະຊວງສາທາລະນະສຸກເອົາໃຈໃສ່: – ສົມທົບກັບຄະນະສະເພາະກິດນະຄອນຫຼວງ ສືບຕໍ່ເຝົ້າລະວັງ, ຕິດຕາມ ແລະ ຊອກຄົ້ນຫາຜູ້ສາຜັດໃກ້ຊິດ ກັບຜູ້ຕິດເຊື້ອໃຫມ່ ຢ່າງເຂັ້ມງວດ;

– ກວດຄືນຄວາມພ້ອມທາງດ້ານ ບຸກຄະລາກອນ, ສະຖານທີ່ຮອງຮັບຄົນເຈັບ, ອຸປະກອນການແພດ ແລະ ຢາປິ່ນປົວ;  ສຸມໃສ່ ປະຕິບັດແຜນການສັກຢາກັນພະຍາດ COVID-1ໍ9 ໃຫ້ບັນລຸຕາມເປົ້າຫມາຍ ແຕ່ນີ້ ຮອດທ້າຍເດືອນເມສາ – ໃຫ້ສະຖານທີ່ບໍລິການສາທາລະນະສຸກ ໃນຂອບເຂດທົ່ວປະເທດ ຈັດຕັ້ງປະຕິບັດການສັກຢາກັນພະຍາດ COVID-19 ໃຫ້ແກ່ກຸ່ມເປົ້າຫມາຍ ໃນໄລຍະປີໃຫມ່ລາວ;

3. ມອບໃຫ້ ກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ອອກແຈ້ງການປິດຊົ່ວຄາວ ສະຖານທີ່ບັນເທິງ, ຄາຣາ – ໂອເກະ ແລະ ຮ້ານກິນດື່ມຕະຫຼອດເດືອນເມສາ

4. ຢຸດຊົ່ວຄາວການສ້າງສັນ, ພົວພັນແບບໃກ້ຊິດຕິດແທດ ເຊັ່ນ: ການຊຸມແຊວທີ່ບໍ່ສາມາດຮັກສາໄລຍະຫ່າງ 1 ແມັດ ແລະ – ມີຄວາມສ່ຽງຕໍ່ການຕິດເຊື້ອ; 5. ຖ້າບໍ່ມີຈໍາເປັນແມ່ນ ໃຫ້ຫຼີກລຽງການເດີນທາງ ໃນໄລຍະບຸນປີໃຫມ່ລາວ ເພື່ອຫຼີກລຽງການແຜ່ລະບາດຂອງພະຍາດ
6. ມອບໃຫ້ກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທ້ອງຖິ່ນ ກວດກາຄວາມສະຫງົບ, ຕິດຕາມ – ເຂັ້ມງວດກວດຂັນຕາມຊາຍແດນ ເພື່ອບໍ່ໃຫ້ມີການລັກລອບເຂົ້າເມືອງ;

7. ມອບໃຫ້ຄະນະສະເພາະກິດ ແຕ່ລະຂັ້ນ ສົມທົບກັບ ຂະແຫນງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນຕ່າງໆສືບຕໍ່ໂຄສະນາເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ ເພິ່ມທະວີຄວາມເອົາໃຈໃສ່ປະຕິບັດມາດຕະ ການຕ່າງໆ ທີ່ຄະນະສະເພາະກິດວາງອອກໃນແຕ່ລະໄລຍະຢ່າງເຂັ້ມງວດ ເປັນຕົ້ນການຮັກສາໄລຍະຫ່າງ ທາງສັງຄົມ, ລ້າງມືດ້ວຍນ້ໍາສະອາດໃສ່ສະບຸ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດອຸຫະພູມ ແລະ ອະນາໄມສະຖານທີ່, ພ້ອມນີ້ ກໍ່ ໃຫ້ເປັນເຈົ້າການຕິດຕາມ ຜູ້ທີ່ເຂົ້າປະເທດເຮົາ ແບບຜິດກົດຫມາຍ ແລະ ໄປເຄື່ອນໄຫວໃນຊຸມຊົນຕ່າງໆ ແລະ ແຈ້ງໃຫ້ ອົງການປົກຄອງທ້ອງຖິ່ນຊາບ ເພື່ອດໍາເນີນແກ້ໄຂຕາມລະບຽບການຕ່າງໆທີ່ກໍານົດໄວ້.

ຄຳແນະນຳເພີ່ມເຕີມ