ມື້ນີ້ນະຄອນຫຼວງວຽງຈັນໜັກສຸດ ພົບຜູ້ຕິດເຊື້ອໃນຊຸມຊົນໃໝ່ 24 ຄົນ

16220

ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 14 ກັນຍາ 2021 ພົບຜູ້ຕິດເຊື້ອໂຄວິດໃໝ່ ທັງໝົດ 127 ຄົນ, ນຳເຂົ້າ 73 ຄົນ, ຊຸມຊົນ 54 ຄົນ ຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ 24 ຄົນ, ຮອງລົງມາແມ່ນຈໍາປາສັກ 13 ຄົນ

ທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ -19 ຖະແຫຼງຂ່າວ ກ່ຽວກັບຜູ້ຕິດເຊື້ອໂຄວິດ19 ປະຈຳວັນທີ 14 ກັນຍາ 2021:

ສປປລາວ ໄດ້ກວດວິເຄາະຫາເຊື້ອທັງໝົດ 3.985 ຄົນ ພົບຜູ້ຕິດເຊື້ອໂຄວິດໃໝ່ທັງໝົດ 127 ຄົນ, ນຳເຂົ້າ 73 ຄົນ ສະຫວັນນະເຂດ 24 ຄົນ, ນະຄອນຫຼວງວຽງຈັນ 11 ຄົນ, ຄຳມ່ວນ 30 ຄົນ, ສາລະວັນ 6 ຄົນ, ຫຼວງພະບາງ 2 ຄົນ

ຜູ້ຕິດເຊື້ອໃນຊຸມຊົນ 54 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 24 ຄົນ, ຈຳປາສັກ 13 ຄົນ, ຄຳມ່ວນ 9 ຄົນ, ສະຫວັນນະເຂດ 4 ຄົນ

ປັດຈຸບັນ ລາວເຮົາມີຜູ້ຕິດເຊື້ອໂຄວິດ19 ສະສົມ 17.682 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ກຳລັງປິ້ນປົວ 4.414 ຄົນ
ບ້ານແດງໃໝ່ໃນນະຄອນຫຼວງ 3 ບ້ານຄື ບ້ານ ຄຳສະຫວາດ ເມືອງ ໄຊເສດຖາ, ບ້ານ ດອນນົກຂຸ້ມ ເມືອງ ສີສັດຕະນາກ, ບ່ານ ດອນຂາຊ້າຍ ເມືອງຫາດຊາຍຟອງ