ການນຳຂັ້ນສູງ ຫຼາຍພາກສ່ວນ ຮ່ວມສົ່ງສະການ ພັນລະຍາ ແລະ ລູກ-ຫຼານ ຂອງທ່ານ ຈູມມະລີ ໄຊຍະສອນ ອະດີດປະທານປະເທດ

1058

ໃນຕອນບ່າຍ 13:00 ໂມງ ຂອງວັນທີ 8 ເມສາ 2021 ເປັນມື້ສົ່ງສະການ ທ່ານ ນາງ ແກ້ວສາຍໃຈ ໄຊຍະສອນ ພັນຍາ, ທ່ານ ວິດົງ ໄຊຍະສອນ, ອະດີດກຳມະການສູນກາງພັກ ສະໄໝທີ X, ອະດີດເລຂາພັກແຂວງເຈົ້າແຂວງໆວຽງຈັນ, ອະດີດລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ. ທ່ານ ນາງ ແກ້ວສາຍໃຈ ໄຊຍະສອນ ພັນລະຍາ ຂອງ ສະຫາຍ ຈູມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍລູກຫຼານອີກ 4 ຄົນ.

ໂດຍມີທ່ານ ທອງລຸນ ສີສຸລິດ ປະທານປະເທດ, ບັນດາຮອງປະທານປະເທດ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ, ບັນດາການນຳຂັ້ນສູງ, ອະດີດການນຳ, ຕາງໜ້າຈາກພາກສ່ວນຕ່າງໆ ແລະ ຍາດຕິພີ່ນ້ອງ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.


ການລ່ວງລັບໄປຂອງທ່ານ ວິດົງ ໄຊຍະສອນ ແລະທ່ານ ນາງແກ້ວສາຍໃຈ ໄຊຍະສອນ ເຮັດໃຫ້ພັກ-ລັດສູນເສຍພັກນັກງານການນຳ, ເປັນການສູນເສຍອັນໃຫຍ່ຫຼວງຂອງຄອບຄົວໄຊຍະສອນ ແລະຍາດພີ່ນ້ອງ.


ໃນ 5 ມື້ຜ່ານມາສົບຂອງພັນລະຍາ, ລູກຫຼານ ຂອງທ່ານຈູມມະລີ ໄຊຍະສອນ ແມ່ນໄດ້ນຳໄປບຳເພັນຢູ່ສະໂມສອນກະຊວງປ້ອງກັນປະເທດ, ເປັນເວລາ 4 ມື້ ແຕ່ວັນທີ 5-8 ເມສາ 2021 ແລະ ສ່ວນ ວັນທີ 8 ເມສາ ບ່າຍ 13:00 ເປັນມື້ສົ່ງສະການ ທີ່ວັດເທບນິມິດ ທາດຝຸ່ນ ນະຄອນຫຼວງວຽງຈັນ.

ໃນທ່າມກາງຄວາມໂສກເສົ້າ ແລະ ອາໄລອາວອນຢ່າງສຸດຊຶ້ງນີ້, ການຈັດຕັ້ງພັກ-ລັດ, ຍາດພີ່ນ້ອງແລະ ເພື່ອນມິດສະຫາຍທຸກທົ່ວໜ້າ ຈະຈົດຈຳລຳລຶກຄຸນງາມຄວາມດີ ແລະ ຜົນງານຂອງພວກທ່ານຢ່າງບໍ່ມີວັນຫລົງລືມ.

ຊື່ສຽງຮຽງນາມ ແລະ ຜົນງານຂອງພວກສະຫາຍຈະຕິດພັນກັບພາລະກິດການປະຕິວັດ ແລະ ຝັງແໜ້ນຢູ່ໃນຄວາມຊົງຈໍາຂອງພວກເຮົາຕະຫລອດໄປ.