ມອບ-ຮັບ ໜ້າທີ່ ລັດຖະມົນຕີ ກະຊວງ ຖວທ ລະຫວ່າງ ຜູ້ເກົ່າ ກັບ ຜູ້ໃໝ່.

615

ພິທີມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ລະຫວ່າງ ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຜູ້ເກົ່າ) ກັບ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 7 ເມສາ 2021 ທີ່ ຫໍວັດທະນະທໍາແຫ່ງຊາດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ມີບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ໃນພິທີ ທ່ານ ນາງ ບຸດສະດີ ພະນະເມືອງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານບັນດານິຕິກໍາຂອງກົມການເມືອງສູນກາງພັກ ແລະ ລັດຖະດໍາລັດຂອງປະທານປະເທດ, ຄໍາສັ່ງຂອງກົມການເມືອງສູນກາງພັກ ອີງຕາມລັດຖະດໍາລັດຂອງປະທານປະເທດ ເລກທີ 134/ກປທ ລົງວັນທີ 29 ມີນາ2021 ວ່າດ້ວຍການແຕ່ງຕັ້ງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ກົມການເມືອງສູນກາງພັກມີຄໍາສັ່ງໂຍກຍ້າຍ ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີ ກະຊວງ ຖວທ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ ແລະ ແຕ່ງຕັ້ງທ່ານ ນາງ ສວນສະຫວັນ ວິຍະເກດ ເປັນ ລັດຖະມົນຕີ ກະຊວງ ຖວທ (ຜູ້ໃໝ່) ແທນ.


ທ່ານ ພັນຄໍາ ວິພາວັນ ໄດ້ໃຫ້ກຽດໂອ້ລົມໃນພິທີດັ່ງກ່າວ ໂດຍມີເນື້ອໃນບາງຕອນວ່າ: ກົມການເມືອງ ແລະ ລັດຖະບານ ແມ່ນຕີລາຄາສູງຕໍ່ການປະຕິບັດໜ້າທີ່ ຂອງການນໍາກະຊວງ ຖວທ ແລະ ຂໍຊົມເຊີຍການປະຕິບັດໜ້າທີ່ຜ່ານມາ ເຊິ່ງການຊັບປ່ຽນໂຍກຍ້າຍໜ້າທີ່ຂອງພະນັກງານທຸກຂັ້ນແມ່ນເປັນເລື່ອງປົກກະຕິ ແລະ ເປັນໜ້າທີ່ຕ້ອງເຮັດ ອີງໃສ່ໜ້າທີ່ວຽກງານ ເພື່ອຄວາມສະດວກ ແລະ ເໝາະສົມ; ການຍົກຍ້າຍໜ້າທີ່ໃໝ່ຈະຊ່ວຍໃຫ້ໄດ້ບົດຮຽນ ແລະ ປະສົບການຫຼາຍຂຶ້ນ ຂໍໃຫ້ບັນດາສະຫາຍການນໍາທັງໝົດໃຫ້ການຮ່ວມມື ເພື່ອແກ້ໄຂ ແລະ ຜ່ານຜ່າອຸປະສັກຕ່າງໆໃຫ້ໄດ້ຮັບຜົນດີຂຶ້ນເລື້ອຍໆ.

ໃນໂອກາດນີ້ ຮຽກຮ້ອງໃຫ້ລົງເລິກວຽກວິຊາສະເພາະຂອງຕົນເປັນຕົ້ນແມ່ນວຽກຖະແຫຼງຂ່າວ, ສື່ມວນຊົນ ເອົາໃຈໃສ່ປັບປຸງຄຸນນະພາບໃໝ່ໃຫ້ວ່ອງໄວ ແລະ ທັນການ ເຮັດພາລະບົດບາດສຶກສາອົບຮົມ, ປຸກລະດົມ ແລະ ຕໍ່ສູ້ໃຫ້ດີຍິ່ງໆຂຶ້ນ; ໃຫ້ນັກຮົບວັດທະນະທໍາ ເອົາໃຈໃສ່ພາສາຂອງຊາດເປັນຊີວິດຈິດໃຈ ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາ ດັ່ງທີ່ເຄີຍເວົ້າກັນວ່າ: “ເສຍວັດທະນະທໍາແມ່ນເສຍຊາດ” ຕິດພັນກັບການເອົາໃຈໃສ່ປົກປັກຮັກສາມໍລະດົກປະຫວັດສາດ, ພັດທະນາການທ່ອງທ່ຽວ ແລະ ອື່ນໆ.