HUAWEI IdeaHub Board ໄດ້ເປີດຕົວສຳລັບ Smart Office ແລະ ການສຶກສາ

229

ວັນທີ 17 ມີນາ 2021 ທີ່ເຊີນເຈີ້ນ ປະເທດຈີນ, ໃນງານເປີດຕົວຜະລິດຕະພັນໃໝ່ຂອງການເຮັດວຽກຮ່ວມກັນຢ່າງຊານສະຫຼາດໃນປີ 2021, ຫົວເຫວີຍ ໄດ້ປະກາດການເປີດຕົວ HUAWEI IdeaHub Board ທົ່ວໂລກ ເຊິ່ງເປັນກະດານຂ່າວສໍາລັບການເຮັດວຽກຮ່ວມກັນຕົວທຳອິດຂອງອຸດສາຫະກຳທີ່ມີເຕັກໂນໂລຊີປ້ອງກັນແສງສີຟ້າ, ໄດ້ຮັບການຮັບຮອງໂດຍ TUV Rheinland, ເຕັກໂນໂລຊີນີ້ຈະກຳຈັດແສງສີຟ້າ ແລະ ສີທີ່ເປັນອັນຕະລາຍ ເພື່ອໃຫ້ການສະແດງຜົນທີ່ສົດໃສ ແລະ ໃຫ້ປະສົບການໃນການເບິ່ງເຫັນດ້ວຍຄວາມປອດໄພ.

HUAWEI IdeaHub Board ຍັງມີໜ້າທີ່ການເຮັດວຽກໃໝ່ໆ ເຊັ່ນ: ການສະແດງຈໍພາບແບບໄຮ້ສາຍ ແລະ ການຂີດຂຽນທີ່ຊານສະຫຼາດ ເພື່ອເພີ່ມປະສົບການຂອງຜູ້ຊົມໃຊ້ໃນດ້ານການສຶກສາ, ການຝຶກອົບຮົມ, ການປະຊຸມທ້ອງຖິ່ນ ແລະ ການສົນທະນາແບບເປີດ.

” ການເລັ່ງການຂະຫຍາຍຕົວເສດຖະກິດດິຈິຕອນ ໄດ້ເຮັດໃຫ້ວຽກງານດິຈິຕອນ ແລະ ການສຶກສາເປັນເລື່ອງ New Normal ສຳລັບທຸກໆຄົນ ແລະ ທຸກໆອົງກອນ. HUAWEI Ideahub ທີ່ເປີດຕົວໃນປີຜ່ານມາ ເປັນເຄື່ອງມືເພີ່ມປະສິດທິພາບໃໝ່ທີ່ອອກແບບເພື່ອຊ່ວຍໃຫ້ຜູ້ຊົມໃຊ້ໃນຂະແໜງອຸດສາຫະກໍາຕ່າງໆ ປັບຕົວເຂົ້າກັບຍຸກ New Normal ແລະ ບັນລຸການເຮັດວຽກຮ່ວມກັນລະຫວ່າງອຸປະກອນ ແລະ ລະບົບ Cloud ”, ທ່ານ Pan Yong ຮອງປະທານ ບໍລິສັດ ຝ່າຍ ການຂາຍຜະລິດຕະພັນ ແລະ ໂຊລູຊັນ ໄດ້ກ່າວຕື່ມວ່າ: ” HUAWEI IdeaHub Board ຮຸ່ນໃໝ່ຫຼ້າສຸດນີ້ ຖືກອອກແບບເປັນພິເສດສຳລັບຫ້ອງຮຽນທີ່ຊານສະຫຼາດ, ຫ້ອງປະຊຸມ ແລະ ສຳນັກງານຕ່າງໆ, ອຳນວຍຄວາມສະດວກໃຫ້ແກ່ການເຮັດວຽກຮ່ວມກັນທີ່ມີປະສິດທິຜົນກວ່າເກົ່າ “.

ການຊົມໃຊ້ໜ້າຈໍດິຈິຕອນ ໄດ້ເຮັດໃຫ້ສຸຂະພາບຕາເປັນທີ່ກັງວົນໃຈຂອງຫຼາຍຄົນ ເພື່ອແກ້ໄຂບັນຫານີ້ HUAWEI IdeaHub Board ຈຶ່ງນໍາໃຊ້ເຕັກໂນໂລຊີປ້ອງກັນແສງສີຟ້າ ເພື່ອປ້ອງກັນແສງສີຟ້າທີ່ເປັນອັນຕະລາຍຈາກແຫຼ່ງກໍາເນີດແສງ ແລະ ປົກປ້ອງສາຍຕາຂອງຜູ້ໃຊ້, ຈາກການປຽບທຽບ, ເຕັກໂນໂລຊີທີ່ໃຊ້ຕ້ານແສງສີຟ້າແບບທົ່ວໄປ ແລະ ແບບຖະໜອມສາຍຕາບໍ່ສາມາດກອງແສງສີຟ້າເປັນອັນຕະລາຍອອກໄປທັງໝົດໄດ້. ນອກຈາກນີ້, ຍັງມີທ່າອ່ຽງທີ່ຈະເພີ່ມແສງສີເຫຼືອງໃຫ້ກັບໜ້າຈໍ ເຊິ່ງເຮັດໃຫ້ສາຍຕາອ່ອນເພຍ ແລະ ສົ່ງຜົນກະທົບຕໍ່ການຮັບຮູ້ສີ, ການນຳໃຊ້ເຕັກໂນໂລຊີຊົດເຊີຍ ເພື່ອສະກັດກັ້ນແສງສີຟ້າທີ່ເປັນອັນຕະລາຍຈາກແຫຼ່ງກໍາເນີດແສງ, HUAWEI IdeaHub Board ຈະຊ່ວຍໃຫ້ໝັ້ນໃຈໄດ້ວ່າມີແສງສີຟ້າຕໍ່າ, ສາມາດວັດສີ ແລະ ປັບແສງຕາມສະພາບແວດລ້ອມ.

ການສະແດງພາບໜ້າຈໍ ແລະ ການຂີດຂຽນກະດານ ແມ່ນສອງໜ້າທີ່ນໍາໃຊ້ກັນຫຼາຍທີ່ສຸດ ທັງໃນການສຶກສາ ແລະ ຫ້ອງການ. ໂດຍຄຳນຶງເຖິງສິ່ງນີ້ HUAWEI IdeaHub Board ຈຶ່ງນໍາສະເໜີຄຸນສົມບັດພິເສດ ເພື່ອເພີ່ມປະສົບການຂອງຜູ້ໃຊ້ຊ່ວຍໃຫ້ຜູ້ໃຊ້ສາມາດສະແດງເນື້ອຫາຈາກໂທລະສັບໄປຍັງຈໍໃຫຍ່ ໂດຍບໍ່ຕ້ອງຕິດຕັ້ງເພີ່ມຕື່ມ, ຜູ້ໃຊ້ສາມາດຄວບຄຸມໂທລະສັບໄດ້ຈາກໜ້າຈໍຂະໜາດໃຫຍ່ ໂດຍຜູ້ໃຊ້ບໍ່ຕ້ອງກັງວົນກ່ຽວກັບຄວາມປອດໄພ ຍ້ອນວ່າລະບົບປ້ອງກັນຄວາມເປັນສ່ວນຕົວຊ່ວຍໃຫ້ໝັ້ນໃຈວ່າຂໍ້ມູນສ່ວນຕົວຈະບໍ່ຖືກແບ່ງປັນໃນລະຫວ່າງສະແດງຈໍພາບ.

HUAWEI IdeaHub Board ໃຊ້ເຕັກໂນໂລຊີການເຊື່ອມຕໍ່ແບບບໍ່ມີຊ່ອງວ່າງ ແລະ ຄວາມສາມາດດ້ານຊ໊ອຟແວຣ໌ທີ່ມີນະວັດຕະກຳໃໝ່ ເພື່ອມອບປະສົບການໃນການຂຽນທີ່ລຽບງ່າຍດ້ວຍຄວາມໄວທີ່ມີຄ່າຕໍ່າສຸດ 35 ms, ເຮັດໃຫ້ການຂຽນຢູ່ໃນກະດານມີຄວາມງ່າຍດາຍຄືກັບການໃຊ້ບິກ ແລະ ເຈ້ຍ; ໃນຂະນະດຽວກັນລະບົບການຮັບຮູ້ຕົວໜັງສື, ການຮັບຮູ້ກຣາຟຟິກ ແລະ ການແບ່ງປັນອີເມວຈະມອບປະສົບການທີ່ມີປະສິດທິພາບຫຼາຍກວ່າກະດານແບບທົ່ວໄປ.

ມີໃຫ້ເລືອກທັງແບບ 65 ນິ້ວ ແລະ 86 ນິ້ວ, HUAWEI IdeaHub Board ແມ່ນເໝາະສົມສຳລັບທັງແບບວາງພື້ນ ແລະ ຕິດຝາ ແລະ ຍັງສາມາດປັບໃຊ້ໄດ້ໃນທັງຫ້ອງຮຽນ ແລະ ຫ້ອງການ.