ຫ້ອງປະຊຸມພ້ອມແລ້ວຈະຕ້ອນຮັບສະມາຊິກສະພາແຫ່ງຊາດຊຸດທີ IX ສູ່ກອງປະຊຸມຄັ້ງປະຖົມມະລຶກ

606

ກ່ຽວກັບສະພາແຫ່ງຊາດໃນຊຸດທີ່ຫາກໍ່ເລືອກຕັ້ງໄປໝາດໆນີ້ນອກຈາກຈະໄດ້ເຫັນບັນດາສະມາຊິກສະພາໃໝ່ທີ່ເຂົ້າມາເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນແລ້ວ, ຫໍສະພາແຫ່ງຊາດກໍ່ແມ່ນແນວໃໝ່ທີ່ຫຼາຍໆຄົນຢາກເຫັນເພາະເປັນການສ້າງປ່ຽນແທນຕືກເກົ່າທີ່ໃຊ້ງານມາຍາວນານຫຼາຍສິບປີ ແລະຕອນນີ້ສະພາຕືກໃໝ່ແມ່ນໄດ້ສ້າງສຳເລັດເກືອບທັງໝົດ ໂດຍສະເພາະຫ້ອງປະຊຸມແມ່ນພ້ອມຈະຮັບໃຊ້ກອງປະຊຸມຄັ້ງປະຖົມມະລຶກຂອງສະມາຊິກສະພາແຫ່ງຊາດຊຸດທີ IX.

ການກໍ່ສ້າງຫໍສະພາແຫ່ງຊາດ (ຕຶກໃໝ່) ໜ້າວຽກຫຼັກໆສຳເລັດແລ້ວ 95%, ສະເພາະຫ້ອງປະຊຸມໃຫຍ່ ແລະ ຫ້ອງປະຊຸມປີ່ນອ້ອມຫ້ອງຮັບໃຊ້ບໍລິຫານ, ພິທີການ ສໍາເລັດແລ້ວ100% ຜູ້ຮັບເໝົາເລີ່ມທະຍອຍສົ່ງມອບໃຫ້ຄະນະກະກຽມເຂົ້ານໍາໃຊ້ທົດລອງລະບົບຕ່າງໆເພື່ອກຽມຄວາມພ້ອມ ຮັບໃຊ້ກອງປະຊຸມຄັ້ງປະຖົມມະລຶກ ຂອງສະ ພາແຫ່ງຊາດ ຊຸດທີ IXທີ່ຈະມີຂຶ້ນໃນບໍ່ເທົ່າໃນວັນຂ້າງໜ້າ.


ໂຄງການກໍ່ສ້າງດັ່ງກ່າວ ແມ່ນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຫວຽດນາມ, ໂດຍແມ່ນແມ່ທັບນ້ອຍ 11 ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງເລີ່ມເດືອນກໍລະກົດ 2018 ເປັນຕົ້ນມາດ້ວຍມູນຄ່າ 111,75ລ້ານໂດລາສະຫະລັດ, ສ່ວນໜ້າວຽກທັງໝົດ ຄາດວ່າຈະໃຫ້ສຳເລັດພ້ອມມອບ-ຮັບ ໃຫ້ລັດຖະບານລາວ ພາຍໃນເດືອນມິຖຸນາທີ່ຈະມາເຖິງນີ້.


ທ່ານ ພົນຕີ ຫງວຽນ ກວກ ຢຸ້ງ ຜູ້ບັນຊາການໃຫຍ່ແມ່ທັບນ້ອຍ 11 ຫວຽດນາມ ໄດ້ໃຫ້ ສຳພາດ ວ່າ: ມາຮອດປັດຈຸບັນ ສະເພາະການກໍ່ສ້າງຫ້ອງປະຊຸມໃຫຍ່ ສະພາແຫ່ງຊາດ ແມ່ນສຳເລັດ 100%, ພາຍໃນຫ້ອງປະຊຸມແມ່ນມີຄວາມພ້ອມໃນທຸກດ້ານ ເພື່ອຮັບ ໃຊ້ກອງປະຊຸມ ຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 22-26 ມີນາ 2021 ນີ້, ພາຍໃນຫ້ອງປະຊຸມ ມີອຸປະກອນ, ເຄື່ອງຮັບໃຊ້ຕ່າງໆ ທີ່ ທັນສະໄໝ ເປັນຕົ້ນ ເຄື່ອງເອເລັກໂຕຣນິກຕ່າງໆ, ມີລະບົບຮັກສາຄວາມປອດໄພຄົບຊຸດ, ມີສິ່ງ ອຳນວຍຄວາມສະດວກທຸກຢ່າງ. ນອກນັ້ນ, ຍັງ ມີ ຫ້ອງປະຊຸມຄະນະປະຈຳສະພາແຫ່ງຊາດ, ຫ້ອງຮັບແຂກ, ຫ້ອງຕ້ອນຮັບຜູ້ແທນ, ຫ້ອງສື່ມວນຊົນ, ຫ້ອງເຕັກນິກ ແລະ ຫ້ອງບໍລິການອື່ນໆ ແມ່ນມີຄວາມພ້ອມທຸກດ້ານເພື່ອຮອງຮັບເຮັດໃຫ້ກອງປະຊຸມດັ່ງກ່າວ, ດຳເນີນໄປດ້ວຍຜົນສຳເລັດຕາມເປົ້າ ໝາຍທີ່ວາງໄວ້.


ໂຄງການກໍ່ສ້າງ ຫໍສະພາແຫ່ງຊາດ ມີເນື້ອທີ່ທັງໝົດ 23.400ກວ່າຕາແມັດ, ໃນນັ້ນເນື້ອທີ່ກໍ່ສ້າງອາຄານມີທັງໝົດ 7.171 ຕາແມັດ ອອກແບບໃຫ້ມີຄວາມເປັນທັນສະໄໝ, ປະສົມປະສານກັບເອກະລັກຄວາມເປັນລາວ, ຮູບຊົງສວຍງາມ, ມີ ທັງໝົດ 5 ຊັ້ນ, 1 ຊັ້ນໃຕ້ດິນ, ມີ 414 ຫ້ອງ, ພາຍໃນອາຄານຕົບແຕ່ງໃຫ້ມີຄວາມເປັນທັນສະໄໝ, ອຸປະກອນເຄື່ອງໃຊ້ຕ່າງໆ ແມ່ນນຳເຂົ້າຈາກຕ່າງປະເທດ, ລວມມູນຄ່າການກໍ່ສ້າງທັງໝົດ ເກືອບ 111,75 ລ້ານໂດລາສະຫະລັດ.