ດ່ວນ ລາວ ພົບຜູ້ຕິດເຊື້ອໂຄວິດ ເພີ່ມອີກ 1 ຄົນ ອາຍຸ 53​ ປີ ສັນຊາດ ອິນໂດເນເຊຍ

279

ດ່ວນ ເຊົ້າວັນທີ 13 ມີນາ 2021 ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ລາຍງານວ່າຜົນກວດເຊື້ອຕົວຢ່າງ ໃນວັນທີ 12 ມີນາ ພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 1 ຄົນ ອາຍຸ 53​ ປີ ສັນຊາດ ອິນໂດເນເຊຍ ເປັນນໍ້າເບີ 49.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານວ່າ:  ການເຝົ້າລະວັງ ໂຄວິດ19 ຢູ່ ສປປ ລາວ ວັນທີ 12 ມີນາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2.391 ຄົນ: ໃນນັ້ນຈຸດຜ່ານດ່ານ ລາວ ໄທ ທັງໝົດ 1.803 ຄົນ; ຈຸດຜ່ານດ່ານ ລາວ ຈີນ ທັງໝົດ 34 ຄົນ;​ ຈຸດຜ່ານດ່ານ ລາວ ຫວຽດນາມ ທັງໝົດ 375 ຄົນ; ຈຸດຜ່ານດ່ານສະໜາມບິນສາກົນວັດໄຕ ທັງໝົດ 179 ຄົນ; ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດຊອກຫາຜູ້ຕິດເຊື້ອ ໂຄວິດ-19;

ທ່ານກ່າວຕື່ມວ່າ: ໃນວັນທີ 12 ມີນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 466 ຄົນ;  ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 1 ຄົນ, ລາຍລະອຽດດັ່ງນີ້: ຜູ້ຕິດເຊື້ອນ້ຳເບີ 49​ ເພດຊາຍ,​ອາຍຸ 53​ ປີ, ສັນຊາດ: ອິນໂດເນເຊຍ, ເຮັດວຽກຢູ່ບໍລິສັດແຫ່ງໜຶ່ງຢູ່ຕ່າງແຂວງ; ຜູ້ກ່ຽວຈຳກັດບໍລິເວນ ຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນຫຼວງວຽງຈັນ.

ປະຫວັດຂອງຜູ້ກ່ຽວ: ຜູ້ກ່ຽວແຂງແຮງດີ, ບໍ່ມີອາການສະແດງຫຍັງ ແລະ ໄດ້ກວດຊອກຫາໂຄວິດ-19 ຢຸ່ປະເທດອິນໂດເນເຊຍ ກ່ອນເດີນທາງເຂົ້າມາ ສປປ ລາວ ຜົນກວດແມ່ນບໍ່ພົບເຊື້ອ; ໃນວັນທີ 10 ມີນາ 2021 ໄດ້ເດີນທາງຈາກປະເທດອິນໂດເນເຊຍ ຫາ ປະເທດມາເລເຊຍ ແລະ ເດີນທາງມາຮອດ ສປປ ລາວ ໃນວັນທີ 11 ມີນາ 2021 ດ້ວຍຖ້ຽວບິນ AK7554 ພ້ອມທັງ ໄດ້ເກັບຕົວຢ່າງຜູ້ກ່ຽວກວດຊອກຫາເຊື້ອໂຄວິດ-19. ໃນວັນທີ 12 ມີນາ 2021 ຜົນກວດວິເຄາະ ຢັ້ງຢືນວ່າ ພົບເຊື້ອ ໂຄວິດ-19 ຈຶ່ງໄດ້ນຳສົ່ງຜູ້ກ່ຽວ ເຂົ້ານອນແຍກປ່ຽວ,​ ຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້ ພວກເຮົາໄດ້ຕິດຕາມຜູ້ສຳຜັດໃກ້ຊິດທັງໝົດ 25 ຄົນ ແລະ ໄດ້ເກັບຕົວຢ່າງມາກວດວິເຄາະ, ເຫັນວ່າ ຜົນກວດທັງໝົດ ແມ່ນບໍ່ພົບເຊື້ອ,​ ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົບຄົບ 14 ວັນ.

ສຳລັບ ການຕິດຕາມຜູ້ຖືກຈຳກັດບໍລິເວນ ຢູ່ໃນສະຖານທີ່ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ​ 3.750 ຄົນ, ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ປະຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 121.483 ຕົວຢ່າງ, ກວດພົບເຊື້ອສະສົມ 48 ຄົນ.ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ມາຮອດປະຈຸບັນ ຜູ້ຕິດເຊື້ອພະຍາດ ໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍຈຳນວນ 7 ຄົນ (ນະຄອນຫຼວງ 4 ຄົນ, ຈຳປາສັກ 2 ຄົນ ແລະ ສະຫວັນນະເຂດ 1​ ຄົນ), ທັງ 7 ຄົນ ທີ່ຕິດຕາມປິ່ນປົວ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.