ແຕ່ງຕັ້ງ ທ່ານ ປະສົງສິນ ຈະເລີນສຸກ ເປັນເຈົ້ານະຄອນ ໄກສອນ ພົມວິຫານ ຄົນໃໝ່

432

ພິທີປະກາດຍົກຍ້າຍ-ແຕ່ງຕັ້ງພະນັກງານການນຳຂັ້ນສູງຂອງນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 3 ກຸມພາ 2021 ທີ່ສະໂມສອນນະຄອນໄກສອນ ພົົມວິຫານ ໂດຍການເປັນປະທານຂອງ ທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນຳຂົງເຂດວຽກງານແນວຄິດພັກ-ພະນັກງານ.


ໃນພິທີທ່ານ ສຸດໃຈ ໄຊຍະວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງສະຫວັນນະເຂດ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການຍົກຍ້າຍ ທ່ານ ປອ ແສງທອງ ວັງແກ້ວມະນີ ກຳມະການພັກແຂວງ ເລຂາພັກນະຄອນ ເຈົ້ານະຄອນ ໄກສອນ ພົມວິຫານໄປປະຈຳການຢູ່ຫ້ອງວ່າການເມືອງໄຊພູທອງ ແຂວງສະຫວັນນະເຂດ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ທ່ານ ປະສົງສິນ ຈະເລີນສຸກ ກຳມະການປະຈຳພັກແຂວງ ເປັນເຈົ້ານະຄອນ ໄກສອນ ພົມວິຫານ.


ຈາກນັ້ນ ທ່ານ ບຸນຍໍ ວໍລະສັກສິດ ຄະນະປະຈຳພັກນະຄອນ ຫົວໜ້າຄະນະຈັດຕັ້ງນະຄອນ ກໍໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້ານະຄອນ ໄກສອນ ພົມວິຫານ ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງການແລະປະທານອົງການຈັດຕັ້ງທີ່ຂຶ້ນກັບນະຄອນ ໂດຍຕົກລົງແຕ່ງຕັ້ງ ທ່ານ ສີທາ ສົງວິໄລ ຮອງເລຂາພັກນະຄອນ ເປັນປະທານອົງການກວດກາລັດ-ນະຄອນ,ທ່ານ ນາງ ວັນນາລີ ແກ້ວຫານາມ ກຳມະການປະຈຳພັກນະຄອນ ເປັນປະທານແນວລາວສ້າງຊາດນະຄອນ,ທ່ານ ນາງ ແສງທະວີ ປານປັນຍາ ກຳມະການພັກນະຄອນ ເປັນຫົວໜ້າຄະນະໂຄສະນາອົບ-ຮົມນະຄອນ ແລະມະຕິຕົກລົງຂອງຄະນະປະຈຳພັກນະຄອນວ່າດ້ວຍການແຕ່ງຕັ້ງທ່ານ ຄອນສະຫວັນ ພູທິສອນ ເປັນເລຂາໜ່ວຍພັກຫ້ອງການສະຫະພັນກຳມະບານ.


ໃນພິທີຍັງໄດ້ມີການເຊັນບົດບັນທຶກການມອບ-ຮັບໜ້າທີ່ຢ່າງເປັນທາງການລະຫວ່າງທ່ານ ປອ ແສງທອງ ວັງແກ້ວມະນີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກນະຄອນ ເຈົ້ານະຄອນ ໄກສອນ ພົມວິຫານຜູ້ເກົ່າ ກັບ ທ່ານ ປະສົງສິນ ຈະເລີນສຸກ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກນະຄອນ ເຈົ້ານະຄອນ ໄກສອນ ພົມວິຫານ ຜູ້ໃໝ່ ໂດຍຊ່ອງໜ້າຂອງ ທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ບັນດາແຂກທີ່ເຂົ້າຮ່ວມໃນພິທີ.


ໃນຕອນທ້າຍ ທ່ານ ພູວັງ ເກດແກ້ວພົມພອນ ໄດ້ໂອ້ລົມແລະຊີ້ທິດເຍືອງທາງເພື່ອເປັນບ່ອນອີງໃຫ້ກັບຄະນະພັກ-ອົງການປົກຄອງນະຄອນໃນການນຳພາແລະຊີ້ນຳວຽກງານໃນຕໍ່ໜ້າ.

ພາບ-ຂ່າວ:ນະຄອນ ໄກສອນ ພົມວິຫານ