ກອງພັນທະຫານຮາບ 94 ກອງພົນທີ 4 ເປີດອົບຮົມ-ຫັດແອບທະຫານໃໝ່ ປະຈຳປີ 2021

372

ກອງພັນທະຫານຮາບ 94 ທີ່ຂຶ້ນກັບກອງພົນທີ 4 ໄດ້ຈັດຕັ້ງພິທີເປີດຊຸດອົບຮົມທະຫານໃໝ່ ປີ 2021 ຂຶ້ນໃນວັນທີ 17 ກຸມພາ 2021 ຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນທັນ ແກ້ວພູວົງ ຄະນະພັກກອງພົນ, ຫົວໜ້າຫ້ອງເສນາທິການກອງພົນທີ 4; ມີຄະນະພັກ-ຄະນະບັນຊາກົມກອງ, ພະນັກງານ-ນັກຮົບ, ຄູອາຈານຕະຫຼອດຮອດທະຫານໃໝ່ເຂົ້າຮ່ວມຢ່າງພ້ອມພຽງ.


ສະຫາຍ ພັນໂທ ກອງເງີນ ພົມວິລະ ຮອງເລຂາຄະນະພັກຮາກຖານ, ຫົວໜ້າການທະຫານກອງພັນທະຫານຮາບ 94 ທີ່ຂຶ້ນກັບກອງພົນທີ 4 ໄດ້ຂຶ້ນຜ່ານແຜນການອົບຮົມ-ຫັດແອບ ການເມືອງ, ການທະຫານ, ພາລາທິການ-ເຕັກນິກ ເຊິ່ງແບ່ງອອກເປັນ 3 ພາກຄື: ພາກການເມືອງ, ການທະຫານ, ພະລາທິການ-ເຕັກນິກ.


ພາກການເມືອງຈະໄດ້ຮຽນກ່ຽວກັບ ຄຸນສົມບັດສິນທຳປະຕິວັດຂອງປະທານໄກສອນ ພົມວິຫານ, ມູນເຊື້ອທາດແທ້ຂອງກອງທັບປະຊາຊົນປະຕິວັດລາວ, ເອກະສານອົບຮົມການເມືອງທະຫານໃໝ່.ພາກການທະຫານຈະໄດ້ຮຽນກ່ຽວກັບ ຂໍ້ກຳນົດກົດລະບຽບຂອງກອງທັບ, ລະບຽບງົດງາມ, ຫັດກາຍມືເປົ່າ 2 ບົດ 24 ຈັງຫວະ, ຫັດກາຍມີປືນ 1 ບົດ 24 ຈັງຫວະ, ສິລະປະຍຸດ-ຢຸດທະວິທີ ແລະ ອື່ນໆ…ພາກພະລາທິການເຕັກນິກຈະໄດ້ຮຽນກ່ຽວກັບ ວຽງງານຄຸ້ມຄອງລ້ຽງດູທັບ, ວຽກງານ 4 ປູກ 4 ລ້ຽງ ແລະ 5 ເຕັກນິກການແພດ.ການອົບຮົມຫັດແອບດັງກ່າວແມ່ນຈະດຳເນີນເປັນເວລາ 90 ວັນ ຈຶ່ງຈະສຳເລັດ.


ສະຫາຍ ພັນໂທ ບຸນທັນ ແກ້ວພູວົງ ຄະນະພັກກອງພົນ, ຫົວໜ້າຫ້ອງເສນາທິການກອງພົນທີ 4 ໄດ້ໂອ້ລົມ ແລະ ໄດ້ເໜັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາກົມກອງ, ຄູອາຈານ,ພະນັກງານ-ນັກຮົບ, ຜູ້ທີ່ຮັບຜິດຊອບ ຕະຫຼອດຮອດທະຫານໃໝ່ແຕ່ລະ ສະຫາຍຈົ່ງເພີ່ມທະວີຍົກສູງໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເພີ່ມທະວີຄວາມສາມັກຄີພາຍໃນໝູ່ຄະນະຢ່າງເປັນເອກະພາບຄັກແນ່, ຊີ້ນຳຄູ-ອາຈານໃຫ້ຂຶ້ນຫ້ອງສອນເປັນປົກກະຕິຖ່າຍທອດຄວາມຮູ້ຂອງເນື້ອໃນບົດຮຽນຢ່າງເຕັມເມັດເຕັມໜ່ວຍ, ຄວບຄຸມການໄປການມາຢ່າງລະອຽດເພື່ອຫຼີກລຽງບັນຫາທີ່ຈະຕາມມາ, ເອົາໃຈໃສ່ສຶກສາຮໍ່າຮຽນເວລາຄູ-ອາຈານສອນເກັບກຳໃຫ້ໄດ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງຢ່າງສຸດກົກສຸດປາຍເວລາສອບເສັງແຕ່ລະພາກວິຊາໃຫ້ໄດ້ຄະແນເກດດີຕາມຂັ້ນເທິງວາງໄວ້.