ເປີດນຳໃຊ້ເສັ້ນທາງເຂົ້າເມືອງທ່າປາງທອງຫາເມືອງຕຸ້ມລານ ແຂວງສາລະວັນ

246

ພິທີມອບ-ຮັບ ແລະເປີດນຳໃຊ້ເສັ້ນທາງເລກທີ 6.6313 ແຕ່ເຊບັ້ງນວນ ເມືອງສອງຄອນ ຫາເມືອງທ່າປາງທອງ ແຂວງສະຫວັນະເຂດ ຫາເມືອງຕຸ້ມລານ ແຂວງສາລະວັນ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ກຸມພາ 2021 ທີ່ຫ້ອງວ່າການເມືອງທ່າປາງທອງ ແຂວງສະຫວັນະເຂດ.

ເຂົ້າຮ່ວມມີທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ, ທ່ານ ມ່າ ຢູ ຫົງ ຫົວໜ້າຜູ້ປະສານງານບໍລິສັດນໍລິນໂກ ສາທາລະນະລັດ ປະຊາຊົນຈີນ, ມີບັນດາຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ ແລະ ພະແນກການອ້ອມຂ້າງ ຂອງແຂວງສະຫວັນະເຂດ ແລະແຂວງສາລະວັນ ເຂົ້າຮ່ວມນຳ.

ທ່ານ ວຽງວິໄລ ສຸລິນທອນ ຫົວໜ້າໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ ລາຍງານວ່າ: ໂຄງການກໍ່ສ້າງເສັ້ນທາງແຕ່ເຊບັ້ງນວນ ເມືອງສອງຄອນ ຫາເມືອງທ່າປາງທອງ ແຂວງສະຫວັນະເຂດ ຫາເມືອງຕຸ້ມລານ ແຂວງສາລະວັນ ຫຼືເສັ້ນທາງ 6.6313 ໄດ້ຮັບການສ້າງຕັ້ງຂຶ້ນ ພາຍໃຕ້ການຕົກລົງຂອງ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ, ໂດຍແມ່ນບໍລິສັດອາກຄີເນຍ ອາສໂຊຊີເອສ ເປັນທີ່ປຶກສາໂຄງການ, ບໍລິສັດນໍລິນໂກ ສປ.ຈີນ ເປັນຜູ້ຮັບເໝົາກໍ່ສ້າງ.

ໜ້າວຽກທີ່ກໍ່ສ້າງປະກອບມີ: ກໍ່ສ້າງເສັ້ນທາງທີ່ມີລວງຍາວທັງໝົດ 88 ກິໂລແມັດ 200 ແມັດ, ຄວາມໄວຂອງການອອກແບບ 80 ກິໂລແມັດຕໍ່ຊົ່ວໂມງ, ນໍ້າໜັກຂອງການອອກແບບ 9,1 ໂຕນຕໍ່ເພົາ, ໂດຍທົ່ວໄປໜ້າທາງຢາງມີຄວາມກວ້າງ 7 ແມັດ; ສະເພາະທາງໃນເຂດເທສະບານເມືອງທ່າປາງທອງ 3 ກິໂລແມັດ ແມ່ນມີໜ້າທາງປູຢາງກວ້າງ 9 ແມັດ.

ຊຶ່ງປະກອບດ້ວຍທາງຄົນຍ່າງ ແລະໄຟເຍືອງທາງ; ວຽກກໍ່ສ້າງຂົວເບຕົງ 19 ແຫ່ງ ມີລວງຍາວ 470 ແມັດ, ວຽກກໍ່ສ້າງທໍ່ລະບາຍນ້ຳລອດທາງ, ວຽກກໍ່ສ້າງພື້ນຖານໂຄງລ່າງເມືອງທ່່າປາງທອງ (ສ້າງສູນຝຶກອົບຮົມເຕັກນິກກະສິກຳເຊສາລະລອງ ແລະສະໜອງລົດຂົນສົ່ງຂີ້ເຫຍື່ອ) ລວມມີມູນຄ່າການກໍ່ສ້າງທັງໝົດ 59,7 ລ້ານໂດລາສະຫະລັດ ທີ່ໄດ້ຮັບການສະໜັບສະໜູນກູ້ຍືມທຶນຈາກບໍລິສັດນໍລິນໂກ ສປ.ຈີນ ເປັນເວລາ 14 ປີ ເຊິ່ງໄດ້ເຊັນສັນຍາຮັບເໝົາກໍ່ສ້າງກັນໃນວັນທີ 3 ພຶດສະພາ 2017 ແລະໄດ້ເລີ່ມລົງມືການກໍ່ສ້າງຕົວຈິງໃນວັນທີ 1 ຕຸລາ 2017 ໃຊ້ເວລາການກໍ່ສ້າງ 36 ເດືອນ ແລະສຳເລັດໂດຍພື້ນຖານໃນວັນທີ 1 ຕຸລາ 2020.

ໃນພິທີກໍໄດ້ມີການຮ່ວມຕັດແຖບຜ້າ ທີ່ເສັ້ນທາງບໍລິເວນຫ້ອງວ່າການເມືອງທ່າປາງທອງ ໂດຍມີທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ, ທ່ານ ມ່າ ຢູ ຫົງ ຫົວໜ້າຜູ້ປະສານງານບໍລິສັດນໍລິນໂກ ສາທາລະນະລັດ ປະຊາຊົນຈີນ ແລະ ຊ່ອງໜ້າຈາກແຂກທີ່ເຂົ້າຮ່ວມ, ພ້ອມນັ້ນ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກໍໄດ້ລັ່ນຄ້ອງ 9 ບາດເປີດນຳໃຊ້ເສັ້ນທາງຢ່າງເປັນທາງການ.