ໂຮງງານໃນນະຄອນຫຼວງວຽງຈັນ ສ້າງວຽກເຮັດໄດ້ 43.000 ຄົນ

259

ທົ່ວນະຄອນຫຼວງວຽງຈັນ ມີໂຮງງານອຸດສາຫະກຳປຸງແຕ່ງທັງໝົດ 3.330 ຫົວໜ່ວຍ, ທຶນຈົດທະບຽນ 4,1 ພັນກວ່າຕື້ກີບ ເຊິ່ງສາມາດສ້າງວຽກເຮັດງານທໍາໄດ້ທັງໝົດ 43 ພັນກວ່າຄົນ.

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ( ອຄ.ນວ ) ໄດ້ຈັດກອງປະຊຸມເຜີຍແຜ່ ຂໍ້ຕົກລົງແລະ ນິຕິກໍາໃນການຄຸ້ມຄອງ ແລະ ອອກໃບທະບຽນວິສາຫະກິດໃນນະຄອນຫຼວງວຽງຈັນ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດຂອງພະນັກງານມີຂຶ້ນວັນທີ 2 ກຸມພາ 2021 ທີ່ພະແນກ ອຄ.ນວ ເປັນປະທານຂອງ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຄ.ນວ ພ້ອມພະນັກງານຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 1 คน

ທ່ານ ນາງ ວັນມະນີ ພິມມະສານ ກ່າວວ່າ: ໃນໄລຍະຜ່ານມາ ອຄ.ນວ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ຄຸ້ມຄອງບັນດາໂຮງງານອຸດສາຫະກໍາປຸງແຕ່ງໃນ ນວ ໃຫ້ໄດ້ຮັບການພັດທະນາທາງດ້ານເຕັກນິກດ້ວຍຮູບແບບການໃຫ້ຄໍາປຶກສາ, ການແນະນໍາດ້ານເຕັກນິກວິທະຍາສາດເຂົ້າໃນການຜະລິດ ແລະ ໄດ້ສຸມໃສ່ວຽກງານຄຸ້ມຄອງ ແລະ ສົ່ງເສີມການຜະລິດເປັນສິນຄ້າ ເພື່ອທົດແທນການນໍາເຂົ້າ.

อาจเป็นรูปภาพของ สถานที่ในร่ม

ປັດຈຸບັນທົ່ວນະຄອນຫຼວງວຽງຈັນ ມີໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກໍາ 3.330 ຫົວໜ່ວຍ ( ບໍ່ລວມເຂດກວມລວມໄຊເສດຖາ, ເຂດນິຄົມອຸດສາຫະກຳການຄ້າວຽງຈັນ – ໂນນທອງ ແລະ ນິຄົມອຸດສາຫະກຳນະຄອນຫຼວງວຽງຈັນ ).
ໃນນີ້, ຂັ້ນກະຊວງອະນຸຍາດ ຈໍານວນ 146 ໂຮງງານ, ຂັ້ນນະຄອນຫຼວງວຽງຈັນ ອະນຸຍາດຈໍານວນ 628 ໂຮງງານ ແລະ ຂັ້ນເມືອງອະນຸຍາດ ຈໍານວນ 2.556 ຫົວໜ່ວຍ ມູນຄ່າການລົງທຶນທັງໝົດ 4.190 ຕື້ກີບ, ຈໍານວນແຮງງານທັງໝົດ 43.419 ຄົນ, ໃນນີ້ເປັນຍິງ 27.216 ຄົນ ທຽບໃສ່ປີ 2019 ເຫັນວ່າ ເພີ່ມຂຶ້ນ 6,48%.

อาจเป็นรูปภาพของ หนึ่งคนขึ้นไป และสถานที่ในร่ม

ຜ່ານການຈັດຕັ້ງປະຕິບັດຂໍ້ຕົກລົງ 0264/ອຄ.ກອຫ ລົງວັນທີ 15 ມີນາ 2019 ໄລຍະປະຕິບັດ 7 ເດືອນຜ່ານມາ ໄດ້ອອກໃບຢັ້ງຢືນດໍາເນີນກິດຈະການໂຮງງານ ຈໍານວນ 25 ໂຮງງານ ມູນຄ່າການລົງທຶນທັງໝົດ 46,4 ຕື້ ກີບ, ກໍາມະກອນທັງໝົດ 355 ຄົນ ຍິງ 181 ຄົນ, ແຮງມ້າທັງໝົດ 2.044,97 ແຮງມ້າ, ຕໍ່ໃບຢັ້ງຢືນດໍາເນີນກິດຈະການໂຮງງານ ຈໍານວນ 93 ໂຮງງານ ມູນຄ່າການລົງທຶນທັງໝົດ 353,6 ຕື້ກີບ, ກໍາມະກອນທັງໝົດ 3.514 ຄົນ ຍິງ 1.582 ຄົນ ແລະ ແຮງມ້າທັງໝົດ21.520,55 ແຮງມ້າ.

ไม่มีคำอธิบายรูปภาพ

ຜ່ານການຈັດຕັ້ງຂໍ້ຕົກລົງ 0044/ອຄ.ກທຄວ ແລະ ຄໍາແນະນໍາເລກທີ 0045/ອຄ.ກທຄວ ໄລຍະຜ່ານມາບໍ່ທັນໄດ້ອອກໃບດໍາເນີນທຸລະກິດ ເນື່ອງຈາກປະເພດກິດຈະການສ່ວນຫຼາຍແມ່ນອອກຢູ່ຂັ້ນສູນກາງ, ພາຍຫຼັງອອກຂໍ້ຕົກລົງສະບັບເລກທີ 0777/ອຄ.ກອຫ ລົງວັນທີ 25 ສິງຫາ 2020 ປັດຈຸບັນແມ່ນຍັງບໍ່ທັນໄດ້ປະຕິບັດເທື່ອ.