ກົມວິທະຍາສາດ ແລະ ກົມເຄມີ ລົງນາມຮ່ວມມື ດ້ານເຕັກນິກ-ວິຊາການ ຂົງເຂດຄວາມປອດໄພຈາກລັງສີ

397

ໜັງສືພິມ ວິທະຍາສາດ ແລະ ການພັດທະນາ, ກົມວິທະຍາສາດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ຮ່ວມກັບ ກົມເຄມີສາດ, ກະຊວງປ້ອງກັນປະເທດ (ກປທ) ຈັດພິທີເຊັນບົດບັນທຶກການຮ່ວມມືດ້ານເຕັກນິກ-ວິຊາການ ຂົງເຂດຄວາມປອດໄພຈາກລັງສີ ແນໃສ່ເພື່ອສ້າງຄວາມເປັນເອກະພາບກັນໃນການຕິດຕາມ, ກວດກາ ການນຳເຂົ້າ, ນຳໃຊ້, ສົ່ງອອກ ແລະ ສົ່ງຜ່ານ ແຫຼ່ງກຳເນີດລັງສີ.


ຈຸດປະສົງຂອງການຮ່ວມມືຄັ້ງນີ້ ແມ່ນເພື່ອຢັ້ງຢືນເຖິງຄວາມເຫັນດີເປັນເອກະພາບຂອງທັງສອງຝ່າຍໃນຂົງເຂດການຮ່ວມມືດ້ານເຕັກນິກ-ວິຊາການ ວຽກງານຄວາມປອດໄພຈາກລັງສີ ເພື່ອອຳນວຍຄວາມສະດວກໃນການຕິດຕໍ່ປະສານງານ, ກຽມຄວາມພ້ອມແກ້ໄຂບັນຫາ ລັງສີ-ນິວເຄຼຍ ແລະ ທັງເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ດຳເນີນໄປຕາມມາດຕະຖານເຕັກນິກ, ຮັບປະກັບຄວາມປອດໄພຈາກລັງສີ, ແນໃສ່ປ້ອງກັນ, ຈໍາກັດ ແລະ ຫຼຸດຜ່ອນຜົນກະທົບ ຕໍ່ສຸຂະພາບ, ຊີວິດຂອງຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ.


ຊຶ່ງການລົງນາມຮ່ວມມືຄັ້ງນີ້ແມ່ນມີຄວາມຈຳເປັນຢ່າງພາວະວິໄສ ເພາະວ່າຫຼັງຈາກທີ່ ສປປ ລາວ ເຂົ້າເປັນພາຄີຂອງອົງການປະລຳມະນູສາກົນ(IAEA) ໃນປີ 2011, ກວຕ ໄດ້ຖືກມອບໃຫ້ເປັນອົງການວິຊາການດ້ານຄວາມປອດໄພຈາກລັງສີກັບ IAEA ແລະ ໄດ້ສົມທົບກັບຂະແໜງການເພື່ອສ້າງລະບຽບການຄຸ້ມຄອງວຽກງານດັ່ງກ່າວ ຄື: ໄດ້ສ້າງກົດໝາຍວ່າດ້ວຍລັງສີຄວວາມປອດໄພຈາກລັງສີ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນກາງປີ 2019. ປັດຈຸບັນ, ກົມວິທະຍາສາດ, ກວຕ ກຳລັງຂຸ້ນຂ້ຽວສ້າງນິຕິກຳລຸ່ມກົດໝາຍໃນການຂໍອະນຸຍາດນຳໃຊ້ແຫຼ່ງກຳເນີດລັງສີ ໃນນັ້ນ, ກໍໄດ້ຕິດຕາມກວດກາການນຳເຂົ້າ-ສົ່ງອອກໂດຍສົມທົບກັບກົມເຄມີ, ກປທ.


ສຳລັບຂອບເຂດການຮ່ວມມືທັງສອງຝ່າຍແມ່ນຈະໄດ້ລົງຕິດຕາມ, ກວດກາການນຳເຂົ້າສົ່ງອອກ ແລະ ສົ່ງຜ່ານແຫຼ່ງກຳເນີດລັງສີ ໂດຍມີການກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງ, ກະກຽມຄວາມພ້ອມໃນການຮັບມື ແລະ ຕອບໂຕ້ກໍລະນີເກີດເຫດສຸກເສີນທາງລັງສີ, ສ້າງໂຄງການຮ່ວມກັນໃນຂົງເຂດວຽກງານຄຸ້ມຄອງຄວາມປອດໄພລັງສີ-ນິວເຄຣຍ ເພື່ອຂໍການຊ່ວຍເຫຼືອຈາກອົງການຈັດຕັ້ງລັດ ແລະ ສາກົນ. ພ້ອມກັນນັ້ນ, ຍັງຈະໄດ້ມີການແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ ເພື່ອຮັດແໜ້ນຄວາມສາມັກຄີໃນຂົງເຂດວຽກງານ.


ພິທີລົງນາມດັ່ງກ່າວຈັດຂຶ້ນໃນຕອນບ່າຍຂອງວັນທີ 29 ມັງກອນ 2021 ຜ່ານມາ, ທີ່ຫ້ອງປະຊຸຸມໃຫຍ່ຂອງສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ, ກວຕ ໂດຍການລົງນາມຄັ້ງນີ້ແມ່ນ ທ່ານ ສຸກສະຫວາດ ສີຫາປັນຍາ, ຮັກສາການຫົວໜ້າ ກົມວິທະຍາສາດ, ກວຕ ແລະ ທ່ານ ພັອ ທຽມ ຫອມຊະນະ, ຫົວໜ້າ ກົມເຄມີສາດ, ກປທ ໂດຍມີທ່ານ ພຸດທະສັກ ວິຈິດຕຣາ, ຫົວໜ້າຫ້ອງການ ກວຕ, ບັນດາທ່ານຮອງກົມ ແລະ ພະນັກງານທີ່ກ່ຽວຂ້ອງສອງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.


ຂ່າວ ແລະ ພາບ: ແສງທອງ ວັນນະທຳ.