ຮອງນາຍົກ ເຄື່ອນໄຫວຢ້ຽມຊົມແຫຼ່ງທ່ອງທ່ຽວຢູ່ແຂວງຄຳມ່ວນ

189

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມພັນລະຍາ ແລະ ຄະນະ ໄດ້ເຄື່ອນໄຫວທ່ຽວຊົມສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳຢູ່ພາຍໃນແຂວງຄຳມ່ວນ ໃນລະຫວ່າງວັນທີ 22 – 23 ມັງກອນ 2021 ໂດຍມີການນຳຂອງ ແຂວງ, ເມືອງ ແລະ ບັນດາພະແນກການຮ່ວມຕິດຕາມ.

ໂອກາດດັ່ງກ່າວ, ຄະນະຂອງທ່ານຮອງນາຍົກລັດຖະມົນຕີ ໄດ້ເດີນທາງໄປຢ້ຽມຊົມແຫຼ່ງທ່ອງທ່ຽວທາງທຳມະຊາດພູຜາມ່ານ ຕັ້ງຢູ່ເມືອງຄູນຄຳ ເຊິ່ງໄດ້ຮັບການພັດທະນາ ໂດຍບໍລິສັດ ກຣີນ ດິສໂຄເວີຣີ ລາວ ເຊິ່ງໄດ້ຮັບການອະນຸມັດ ສຶກສາຄວາມເປັນໄປໄດ້ ນັບແຕ່ປີ 2018 ເປັນຕົ້ນມາ ຮອດປັດຈຸບັນໄດ້ຮັບການພັດທະນາກາຍເປັນສະຖານທີ່ແວ່ພັກເຊົາ – ພັກຜ່ອນ ພ້ອມທັງສິ່ງອຳນວຍຄວາມສະດວກສາທາລະນະ ເຊັ່ນ: ສະຖານທີ່ຈອດລົດ, ຫ້ອງນໍ້າ, ຈຸດນັ່ງພັກຜ່ອນ, ຈຸດຊົມວິວທິວທັດທຳມະຊາດ, ຈຸດຖ່າຍຮູບ, ຫ້ອງຂໍ້ມູນ – ຂ່າວສານ ແລະ ການບໍລິການອາຫານ – ເຄື່ອງດື່ມ.

ในภาพอาจจะมี 8 คน, ผู้คนกำลังยืน, ท้องฟ้า และสถานที่กลางแจ้ง

ນອກນັ້ນ, ກໍຍັງມີກິດຈະກຳການທ່ອງທ່ຽວແບບຜະຈົນໄພ ເປັນຕົ້ນແມ່ນ: ຂີ່ສະລິງ, ໄຕ່ຂົວອູ່, ໄຕ່ຂົວເຊືອກໄຍແມງມຸງ ແລະ ກິດຈະກຳອື່ນໆ.

ນອກນີ້, ຄະນະຂອງທ່ານຮອງນາຍົກ ກໍໄດ້ໄປຂາບໄຫວ້ສັກກາລະບູຊາວັດພະທາດສີໂຄດຕະບອງ ເມືອງທ່າແຂກ ຂາບໄຫວ້ພະທາດໃຫຍ່, ອົງພະທາດສີໂຄດຕະບອງ ແລະ ຮູບຫຼໍ່ຂອງພະເຈົ້າສີໂຄດ ເຊິ່ງແມ່ນມິ່ງບ້ານຂວັນເມືອງຂອງປວງຊົນລາວທັງຊາດ ຄືຊາວແຂວງຄຳມ່ວນ ພ້ອມທັງມອບເງິນເພື່ອປະກອບສ່ວນເຂົ້າໃນການບູລະນະພະທາດ ຈຳນວນ 5 ລ້ານກີບ.

ในภาพอาจจะมี 5 คน, ผู้คนกำลังยืน, ท้องฟ้า และสถานที่กลางแจ้ง

ຈາກນັ້ນ, ກໍໄດ້ສືບຕໍ່ເດີນທາງໄປຂາບໄຫວ້ສັກກາລະບູຊາພະທາດຕູມຜາວັງ ບ້ານນາວາງໃຫຍ່ ເມືອງໜອງບົກ ພ້ອມທັງໄດ້ມອບເງິນ ຈຳນວນ 5 ລ້ານກີບ ເພື່ອບູລະນະປະຕິສັງຂອນພະທາດ ແລະ ມອບເງິນອີກ 10 ລ້ານກີບ ເພື່ອພັດທະນາບ້ານ ທັງຖືໂອກາດດັ່ງກ່າວໂອ້ລົມຕໍ່ພໍ່ແມ່ປະຊາຊົນ ໂດຍໄດ້ຍົກໃຫ້ເຫັນເຖິງພື້ນຖານໂຄງລ່າງໃນການພັດທະນາຊາດ, ສະພາບເສດຖະກິດໃນປັດຈຸບັນ ແລະ ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ພ້ອມທັງໄດ້ແນະນຳມາຍັງອຳນາດການປົກຄອງເມືອງ – ບ້ານ ເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ – ແນວຄິດການຜັນຂະຫຍາຍແນວທາງນະໂຍບາຍຂອງພັກໃນການພັດທະນາລົງສູ່ຮາກຖານ – ທ້ອງຖິ່ນໃຫ້ທົ່ວເຖິງ, ສືບຕໍ່ປະຕິບັດການພັດທະນາເສດຖະກິດ – ສັງຄົມບ້ານ, ສົ່ງເສີມສິນຄ້າກະສິກຳຕາມທ່າແຮງ, ຍົກສູງຄຸນນະພາບການຜະລິດຕິດພັນກັບການພັດທະນາພື້ນຖານຊີວິດການເປັນຢູ່ໃຫ້ມີ ຄວາມໜັກແໜ້ນ ເຂັ້ມແຂງ ຄຽງຄູ່ກັນນັ້ນກໍຕ້ອງໄດ້ເອົາໃຈໃສ່ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບຄວາມປອດໄພໃນທົ່ວສັງຄົມ, ຕ້ານ ແລະ ສະກັດກັ້ນ ປາກົດການຫຍໍ້ທໍ້ໃນສັງຄົມໃຫ້ໝົດໄປ.