ຈີນ ຈະຄອງຕະຫຼາດອິນເຕີເນັດຂະໜາດ ໃຫຍ່ທີ່ສຸດໃນໂລກ

302

ສຳນັກຂ່າວຊິນຮວາ ລາຍງານວ່າ: ອິນເຕີເນຊັນແນລ ດາຕ້າ ຈຳກັດ ( International Data Corporation ) ເປັນບໍລິສັດວິໄຈ ຕະຫຼາດລະດັບໂລກ ຄາດວ່າ ຈີນ ຈະລື່ນກາຍສະຫະລັດອາເມຣິກາ ແລະ ກາຍເປັນຕະຫຼາດອິນເຕີເນັດດ້ານສິ່ງຂອງຕ່າງໆ ( Internet of Things ) ຫຼື ໄອໂອທີ ( IoT ) ຂະໜາດ ໃຫຍ່ທີ່ສຸດໃນໂລກ ພາຍໃນປີ 2024.

ອິນເຕີເນຊັນແນລ ດາຕ້າ ຄາດວ່າການໃຊ້ຈ່າຍ IoT ຂອງຈີນ ຈະບັນລຸປະມານ 3 ແສນລ້ານໂດລາສະຫະລັດ ພາຍໃນປີ 2024 ດ້ວຍອັດຕາການເຕີບໂຕຕໍ່ປີ 13% ເມື່ອທຽບໃສ່ປະລິມານການໃຊ້ຈ່າຍ IoT ທົ່ວໂລກແລ້ວ ຈີນຈະກວມເອົາອັດຕາສ່ວນ 26,7%, ຖັດມາແມ່ນ ອາເມຣິກາ 23,8% ແລະ ເອີຣົບ ຕາເວັນຕົກ 23,4%.

ທ່ານ ໂຈນາທານ ຫຼຽງ ນັກວິເຄາະດ້ານການຕະຫຼາດຈາກອິນເຕີເນຊັນແນລ ດາຕ້າ ຈຳກັດ ໄຊນ່າ ກ່າວວ່າ: ຈີນ ປະເຊີນກັບສະພາວະສະລໍຕົວຕະຫຼາດ IoT ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ແລະ ອຸດສາຫະກຳທຸກແຫ່ງໄດ້ຫຼຸດຜ່ອນການໃຊ້ຈ່າຍທາງດ້ານນີ້ ໃນໄລຍະຕົ້ນປີ 2020 ຜ່ານມາ. ຂະນະທີ່ການຟື້ນຕົວທາງເສດຖະກິດຈີນ ເປັນໄປຕາມທິດທາງທີ່ດີ ແລະ ຄາດວ່າຕະຫຼາດຈະຟື້ນຕົວກັບຄືນມາໃນຊຸມປີຕໍ່ໜ້າ.