ຜູ້ຕິດເຊື້ອໂຄວິດ-19 2 ກໍລະນີ ຫຼ້າສຸດ ເປັນກໍລະນີນໍາເຂົ້າຈາກປະເທດໄທ

209

ຄະນະສະເພາະກິດຖະແຫຼງ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ກໍລະນີ ເປັນຄົນລາວ 1ຄົນ ແລະ ຄົນຈີນ 1ຄົນ, ປັດຈຸບັນ ທັງສອງແມ່ນຖືກນໍາຕົວມາແຍກປ່ຽວເຂົ້າຮັບການຕິດຕາມອາການປິ່ນປົວຢູ່ໂຮງໝໍແລ້ວ ເຊິ່ງພວກກ່ຽວອາການປົກກະຕິດີ ບໍ່ມີອາການໄຂ້ ແລະ ບໍ່ມີອາການຜິດປົກກະຕິທາງ ລະບົບຫາຍໃຈແຕ່ຢ່າງໃດ.

ໃນວັນທີ 22 ມັງກອນ 2021 ທີ່ກະຊວງສາທາລະນະສຸກ ໄດມີພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໂດຍການຖະແຫຼງຂອງ ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ດຣ ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໂດຍມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ໃຫ້ຮູ້ວ່າ: ໃນວັນທີ 21 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 606 ຕົວຢ່າງ , ຜົນກວດວິເຄາະທັງໝົດແມ່ນພົບຜູ້ຕິດເຊື້ອໃໝ່ ຈໍານວນ 2ຄົນ, ສັງລວມການກວດວິເຄາະນັບແຕ່ເດືອນມັງກອນ 2021 ຮອດວັນທີ 22 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 100.287 ຕົວຢ່າງ ກວດພົບເຊື້ອສະສົມ 43ຄົນ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ຕື່ມວ່າ: ມາຮອດມື້ນີ້ ມີຜູ້ຕິດເຊື້ອໂຄວິດ-19 ໃໝ່ 2ກໍລະນີ ເຊິ່ງເປັນກໍລະນີທີ 42 ແລະ 43.
ສໍາລັບຜູ້ຕິດເຊື້ອນໍ້າເບີ 42 ເປັນເພດຍິງ ອາຍຸ 33 ປີ ສັນຊາດລາວ ອາຊີບກໍາມະກອນ ເຊິ່ງຜູ້ກ່ຽວໄດ້ຕິດຕາມຄອບຄົວໄປອອກແຮງງານຢູ່ປະເທດໄທແຕ່ເດືອນ ກໍລະກົດ 2020, ແຕ່ເນື່ອງຈາກມີການລະບາດຂອງພະຍາດໂຄວິດ-19 ຢູປະເທດໄທ ຫຼາຍກິດຈະການຢຸດຊະງັກລົງ ແລະ ພວກກ່ຽວບໍ່ມີວຽກເຮັດງານທໍາ ກໍໄດ້ຕັດສິນໃຈກັບຄືນມາປະເທດລາວເຮົາ.

ໃນວັນທີ 18 ມັງກອນ 2021 ເຂົາເຈົ້າໄດ້ເດີນທາງມາຈາກບາງກອກ ປະເທດໄທ ໂດຍຜ່ານຈັງຫວັດສີສະເກດ ແລ້ວເດີນທາງມາຮອດຈັງຫວັດອຸບົນລາຊະທານີ ໃນວັນທີ 19 ມັງກອນ 2021 ດ້ວຍການເຊົ່າເໝົາລົດຕູ້ມາ ຜ່ານດ່ານຊ່ອງເມັກ ແຂວງຈໍາປາສັກ ໂດຍມີຜູ້ຮ່ວມເດີນທາງມາໃນລົດຄັນດຽວກັນທັງໝົດ 8 ຄົນ, ເວລາເຂົ້າມາຜ່ານຊ່ອງເມັກ ກໍເຂົ້າໄປຈໍາກັດບໍລິເວນຢູ່ສູນຫຼັກ 21 ເມືອງປະທຸມພອນ ແຂວງຈໍາປາສັກ ແລະ ໄດ້ເກັບຕົວຢ່າງມາກວດ ຈົນຮອດວັນທີ 20ມັງກອນ ກໍໄດ້ຮັບຜົນກວດຈາກຫ້ອງວິເຄາະຂອງແຂວງຈໍາປາສັກວ່າພົບເຊື້ອໂຄວິດ-19.

ເພື່ອໃຫ້ມີຄວາມແນ່ນອນ ກໍໄດ້ກວດຢໍ້າຄືນ ໂດຍສົ່ງຕົວຢ່າງມານະຄອນຫຼວງວຽງຈັນ ໃຫ້ສູນວິເຄາະ ແລະ ລະບາດວິທະຍາດແຫ່ງຊາດ ກວດຊໍ້າຄືນອີກ ຈາກນັ້ນ ກໍໄດ່້ຢັ້ງຢືນວ່າເປັນຜົນບວກ ພົບຜູ້ຕິດເຊື້ອກໍລະນີ 42, ໃນວັນທີ 21 ມັງກອນ 2021 ກໍໄດ້ນໍາສົົ່ງຜູ້ກ່ຽວເຂົ້າໄປແຍກປ່ຽວ ແລະ ນອນຕິດຕາມປິ່ນປົວຢູ່ໂຮງໝໍແລ້ວ. ປັດຈຸບັນນີ້ຜູ້ກ່ຽວບໍ່ມີອາການຫຍັງສະແດງອອກ, ເລີ່ມແຕ່ມື້ເຂົ້າມາກໍເຊັ່ນດຽວກັນ, ການວັດແທກອຸນຫະພູມກໍບໍ່ມີອາການໄຂ້ ບໍ່ມີອາການຜິດປົກກະຕິທາງດ້ານລະບົບຫາຍໃຈ.

ພວກເຮົາໄດ້ຕິດຕາມຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອນໍ້າເບີ 42 ມີທັງໝົດ 40ຄົນ ເຊິ່ງໄດ້ເກັບຕົວຢ່າງມາກວດໝົດແລ້ວກໍ່ເຫັນວ່າບໍ່ພົບເຊື້ອ; ແຕ່ຕ້ອງໄດ້ສືບຕໍ່ເຝົ້າລະວັງຄົນລາວເຮົາທີ່ຈໍາກັດບໍລິເວນຢູ່ສູນຫຼັກ 21 ທັງໝົດ 189 ຄົນ ຈົນຄົບ 14ວັນ, ໝາຍຄວາມກຸ່ມຄົນຈໍານວນນີ້ ຕ້ອງໄດ້ຕິດຕາມອາການອາການຕໍ່ໄປອີກ ເຖິງແມ່ນວ່າຜົນກວດທຸກຄົນແມ່ນບໍ່ພົບເຊື້ອກໍຕາມ.

ສໍາລັບຜູ້ຕິດເຊື້ອນໍ້າເບີ 43 ແມ່ນເປັນຄົນສັນຊາດຈີນ ເພດຊາຍ ອາຍຸ 29ປີ, ຜູ້ກ່ຽວເດີນທາງມາຈາກເມືອງແມ່ສາຍ ຈັງຫວັດຊຽງລາຍ ປະເທດໄທ ໃນວັນທີ 18 ມັງກອນ ໂດຍບໍ່ຜ່ານດ່ານທາງການ, ຂີ່ເຮືອຂ້າມແມ່ນໍ້າຂອງຜ່ານເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ພັກຢູ່ຫັ້ນ 1ຄືນ ແລະ ເໝົາລົດເດີນທາງມາແຂວງຫຼວງນໍ້າທາ ແລະ ເຂົ້າພັກຢູ່ເຮືອນພັກແຫ່ງໜຶ່ງ.

ໃນວັນທີ 19 ໄດ້ເກັບຕົວຢ່າງມາກວດຢູ່ໂຮງໝໍແຂວງຫຼວງນໍ້າທາ ແຕ່ຜົນກວດບໍ່ຊັດເຈນ ເປັນອັນສົງໄສ ເຖິງ 2ຄັ້ງ, ດັ່ງນັ້ນ ເພື່ອຢັ້ງຢືນຄວາມແນ່ນອນ ຈຶ່ງໄດ້ເກັບຕົວຢ່າງມາກວດວິເຄາະຢູ່ນະຄອນຫຼວງວຽງຈັນ, ມາຮອດວັນທີ 21ມັງກອນ 2021 ຈຶ່ງຢັ້ງຢືນວ່າຜົນກວດເປັນບວກ ໝາຍຄວາມວ່າຕິດເຊື້ອ, ເຊິ່ງປັດຈຸບັນໄດ້ເອົາຜູ້ກ່ຽວເຂົ້າໄປແບກປ່ຽວ ແລະ ນອນຕິດຕາມປິ່ນປົວຢູ່ໂຮງໝໍແລ້ວ.

ສໍາລັບຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອນໍ້າເບີ 43 ມີທັງໝົດ 37 ຄົນ ລວມທັງຜູ້ຂັບລົດ ຜູ້ເຮັດວຽກໃນເຮືອນພັກ ເຊິ່ງໄດ້ນໍາຕົວຢ່າງມາກວດທັງໝົດແລ້ວ ແຕ່ກໍ່ບໍ່ພົບຜູ້ຕິດເຊື້ອ ແຕ່ກໍ່ຍັງຕ້ອງສືບຕໍ່ເຝົ້າລະວັງ ແລະ ຈໍາກັດບໍລິເວນຜູ້ສໍາຜັດໃກ້ຊິດເຫຼົ່ານີ້ຈົນຄົບ 14ວັນ.