ດ່ານພາສີສາກົນບໍ່ເຕັນ ເກັບລາຍຮັບເກີນແຜນ 53 ຕື້ກວ່າກີບ

76

ເຖິງວ່າສະພາບເສດຖະກິດທົ່ວໂລກ ກໍຄື ສປປ ລາວ ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ກໍຕາມ, ແຕ່ດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ສາມາດຈັດເກັບລາຍຮັບເຂົ້າງົບປະມານໃນປີ 2020 ໄດ້ເກີນແຜນການທີ່ຂັ້ນເທິງມອບໝາຍໃຫ້ ຈໍານວນ 53 ຕື້ກວ່າກີບ.

ອີງຕາມການລາຍງານຂອງຄະນະດ່ານພາສີສາກົນບໍ່ເຕັນ ໃຫ້ຮູ້ວ່າ: ໃນປີ 2020 ດ່ານພາສີສາກົນບໍ່ເຕັນ ໄດ້ຮັບຕົວເລກແຜນການທັງໝົດ 215,69 ຕື້ ກວ່າກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ທັງໝົດ 269,51 ຕື້ກວ່າກີບ ທຽບໃສ່ແຜນການປະຕິບັດໄດ້ 124,95% ຂອງແຜນການປີ ( ລື່ນແຜນການທີ່ຂັ້ນເທິງມອບໝາຍໃຫ້ 24,95% ຫຼື ເທົ່າກັບ 53 ຕື້ກວ່າກີບ ).

ໃນນີ້, ລາຍຮັບຫຼັກໆພາໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໃນປີ 2020 ໄດ້ເກີນແຜນການແມ່ນລາຍຮັບພາສີ ກວມເອົາ 84,20% ( ໃນນັ້ນຄ່າຊັກພິເສດສິນຄ້າຂາອອກ ກວມ 14,20%, ພາສີຂາເຂົ້າທົ່ວໄປ 87,39%, ຫຼຸດຜ່ອນຕາມນະໂຍບາຍການລົງທຶນ 282,95%, ສິນຄ້ານໍາເຂົ້າ – ເພື່ອສົ່ງອອກ 1,38%, ປັບໃໝ, ຂາຍເຄື່ອງຮິບ, ຄ່າທຳນຽມຕ່າງໆ 89,10% ); ລາຍຮັບອາກອນນຳເຂົ້າ ກວມ 147,15% ( ໃນນັ້ນອາກອນຊົມໃຊ້ 279,31%, ອາກອນມູນຄ່າເພີ່ມ 130,77%, ອາກອນກໍາໄລບຸກຄົນ 204,68% ).

ไม่มีคำอธิบายรูปภาพ

ສາເຫດທີ່ພາໃຫ້ການຈັດເກັບລາຍຮັບເກີນແຜນການຍ້ອນການຊີ້ນຳຈາກຂັ້ນເທິງ, ມີແບບແຜນວິທີເຮັດວຽກ, ແບ່ງຄວາມຮັບຜິດຊອບແຕ່ລະໜ່ວຍງານໃຫ້ສອດຄ່ອງກັບລະບຽບກົດໝາຍ, ນິຕິກຳ, ການຈັດເກັບລາຍຮັບຄ່າພາສີ ແລະ ພັນທະອື່ນມີການສ້າງແຜນການການຈັດເກັບລາຍຮັບເປັນເດືອນ, ງວດ ແລະ ປີ, ມີເຄື່ອງມືທີ່ທັນ ສະໄໝເປັນການອຳນວຍຄວາມສະດວກເຂົ້າຮັບໃຊ້ວຽກງານເປັນຕົ້ນແມ່ນລະບົບການ     ແຈ້ງພາສີແບບອັດຕະໂນມັດ ( ASYCUDA ) ແລະ ລະບົບ SMART TAX, ມີເຄື່ອງກວດກາດ້ວຍລະບົບສາຍແສງ ( Scanner ) ເຂົ້າໃນວຽກງານກວດກາ, ມີລະບົບ Easy Pass ເປັນລະບົບທີ່ທັນສະໄໝ, ການຈັດເກັບຄ່າທໍານຽມພາຫະນະ ແລະ ຜູ້ໂດຍສານເຂົ້າ – ອອກ ແມ່ນຢູ່ຈຸດດຽວ ໂດຍຜ່ານລະບົບທະນາຄານ, ສາມາດຈັດເກັບຄ່າທໍານຽມນໍາຄົນ ແລະ ພາຫະນະທີ່ເຂົ້າມາເຂດເສດຖະກິດບໍ່ເຕັນແດນງາມ ແລະ ໄດ້ຮັບການຮ່ວມມືໃນການເກັບຄ່າທໍານຽມເປັນຢ່າງດີ.

ไม่มีคำอธิบายรูปภาพ

ການອອກ ບ53 ແມ່ນມີ ຄວາມສະດວກ, ວ່ອງໄວຂຶ້ນ ແລະ ມີຄວາມຮັບປະກັນໃນການສັງລວມສະຖິຕິ, ສະຫຼຸບລາຍຮັບຄ່າທໍານຽມພາຫະນະ – ຜູ້ໂດຍສານເຂົ້າ – ອອກຜ່ານລະບົບ Report ຂໍ້ມູນ, ອ້າຍນ້ອງພະນັກງານເອົາໃຈໃສ່ຕໍ່ໜ້າທີ່ວຽກງານວິຊາສະເພາະມີສະຕິຕໍ່ການຈັດຕັ້ງ ແລະ ເອົາໃຈໃສ່ປະຕິບັດວຽກງານທີ່ຕົນຮັບຜິດຊອບຂອງຂັ້ນເທິງມອບໝາຍໃຫ້ຫຼ້ອນໜ້າທີ່.

ທັງນີ້, ການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າໃນງົບປະມານແມ່ນປະຕິບັດຕາມວຽກງານວິຊາສະເພາະທີ່ພັກ – ລັດມອບໝາຍໃຫ້ ໂດຍໄດ້ປະຕິບັດຕາມປົກກະຕິຄືປີທີ່ຜ່ານມາເຖິງວ່າສະພາບເສດຖະກິດຈະມີບັນຫາ ແຕ່ກໍໄດ້ເຮັດໜ້າທີ່ການເມືອງແນວຄິດກັບພະນັກງານ. ດັ່ງນັ້ນ, ຈຶ່ງເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານຂອງດ່ານພາສີສາກົນບໍ່ເຕັນ ເກີນແຜນການ ແລະ ໃນປີ 2021 ຈະສືບຕໍ່ຮັກສາມູນເຊື້ອເກັບລາຍຮັບໃຫ້ໄດ້ຕາມແຜນການ ແລະ ເກີນແຜນການທີ່ຂັ້ນເທິງມອບໝາຍໃຫ້ຕື່ມອີກ.

[ ຂ່າວ: ກະຊວງການເງິນ ]