45 ປີ ວຽກງານຂົວທາງພົ້ນເດັ່ນຫຼາຍດ້ານ ເສັ້ນທາງເພີ່ມຂຶ້ນຫຼາຍກວ່າ 50 ພັນກິໂລແມັດ

248

ການພັດທະນາລະບົບຕານ່າງເສັ້ນທາງຄົມມະນາຄົມຂົນສົ່ງໃນປະເທດລາວ ຕະຫຼອດ 45 ປີຜ່ານມາ ແມ່ນມີຜົນສຳເລັດອັນພົ້ນເດັ່ນຫຼາຍດ້ານ, ສະແດງອອກຈາກທົ່ວປະເທດມີເສັ້ນທາງຍາວ ທັງໝົດ 7.400 ກິໂລແມັດ ໃນປີ 1975 ມາເປັນ 58.255 ກິໂລແມັດໃນປັດຈຸບັນ, ມີຂົວທັງໝົດ 2.819 ແຫ່ງ, ໃນນັ້ນມີຂົວມິດຕະພາບເຖິງ 4 ແຫ່ງ.

ທ່ານ ລິດຕາ ຂັດທິຍະ ຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ຜົນສຳເລັດຕະຫຼອດໄລຍະ 45 ປີຜ່ານມາ ຂອງວຽກງານຂະແໜງຂົວ – ທາງ ໃນຂອບເຂດທົ່ວປະເທດ ແຕ່ປີ 1975 – 2020 ກ່ອນການປົດປ່ອຍການຄົມມະນາຄົມຂົນສົ່ງໃນລາວ ຍັງບໍ່ທັນເປັນລະບົບ ການເດີນທາງເພື່ອແລກປ່ຽນສິນຄ້າ ແລະ ການໄປ – ມາຫາສູ່ຂອງປະຊາຊົນບັນດາເຜົ່າມີຄວາມຫຍຸ້ງຍາກຍ້ອນເສັ້ນທາງມີຈຳນວນຈຳກັດ, ບໍ່ໄດ້ມາດຕະຖານ, ບໍ່ສາມາດຕອບສະໜອງຄວາມຕ້ອງການໃນການເດີນທາງ. ພ້ອມກັນນັ້ນ, ເສັ້ນທາງສ່ວນຫຼາຍເປັນທາງປູດິນ, ປູຫີນ ນຳໃຊ້ໄດ້ແຕ່ລະດູແລ້ງ; ສ່ວນທາງປູຢາງກໍມີພຽງແຕ່ສະເພາະເຂດເທສະບານຂອງຕົວເມືອງໃຫຍ່ ແລະ ເຂດຍຸດທະສາດການທະຫານຂອງພວກຈັກກະພັດເທົ່ານັ້ນ.

ໃນປີ 1975 ຄວາມຍາວຂອງເສັ້ນທາງບົກຢູ່ລາວມີທັງໝົດ ປະມານ 7.400 ກິໂລແມັດ ( ນັບທັງຄວາມຍາວຂອງເສັ້ນທາງທີ່ກໍ່ສ້າງຂຶ້ນໃນເຂດປົດປ່ອຍ 1.854 ກິໂລແມັດ ), ໃນນີ້ປູຢາງພຽງແຕ່ 840 ກິໂລແມັດ ເຫຼືອນັ້ນເປັນທາງປູຫີນ ແລະ ປູດິນ ເຊິ່ງກວມເອົາ 60% – 70% ແມ່ນໃຊ້ການບໍ່ໄດ້ໃນລະດູຝົນ.

ມາຮອດປັດຈຸບັນຕານ່າງເສັ້ນທາງມີລວງຍາວ ທັງໝົດ 58.255 ກິໂລແມັດ, ມີເສັ້ນທາງໄປເຖິງທຸກແຂວງ ແລະ ທຸກເມືອງ, ໃນນັ້ນມີທາງປູຢາງໄປເຖິງ 144 ເມືອງ, ຖ້າທຽບໃສ່ປີ 1975 ເພີ່ມຂຶ້ນ 50.855 ກິໂລແມັດ ເທົ່າກັບ 687%.

ໄດ້ກໍ່ສ້າງຂົວໄດ້ທັງໝົດ 2.819 ແຫ່ງ, ໃນນີ້ເປັນຂົວເບຕົງ 1.113 ແຫ່ງ, ສ່ວນເຫຼືອເປັນຂົວເຫຼັກ, ຂົວໄມ້ ແລະ ອື່ນໆ. ທຽບໃສ່ປີ 1986 ມີຂົວພຽງ 519 ແຫ່ງ, ເຫັນໄດ້ວ່າມີຂົວເພີ່ມຂຶ້ນ 2.300 ແຫ່ງ ເພີ່ມຂຶ້ນ 443%.

ຂົວທີ່ສຳຄັນແມ່ນຂົວສີທອງ, ຂົວຢູຣິກາກາຣິນ ( ຂົວປາກກະດິງ ), ຂົວນ້ຳເທີນ, ຂົວເຊໂດນຢູ່ປາກເຊ, ຂົວທ່າງ່ອນ, ຂົວມິດຕະພາບ 1 ( ວຽງຈັນ – ໜອງຄາຍ ), ຂົວຂ້າມນ້ຳຂອງປາກເຊ, ຂົວມິດຕະພາບນ້ຳເຫືອງ ລາວ – ໄທ ແລະ ຂົວມິດຕະພາບ 2 ( ສະຫວັນນະເຂດ – ມຸກດາຫານ ), ຂົວມິດຕະພາບ 3 ( ທ່າແຂກ – ນະຄອນພະນົມ ), ຂົວມິດຕະພາບ 4 ( ຫ້ວຍຊາຍ – ຊຽງຂອງ ). ນອກຈາກນີ້, ກໍຍັງມີຂົວທີ່ສຳຄັນຫຼາຍແຫ່ງຕາມເສັ້ນທາງເລກທີ 13, ຕາມເສັ້ນທາງເລກ 2, ເລກ 4, ເລກ 7, ເລກ 8, ເລກ 9, ທາງເລກ 12, ເລກ 15, 18 ເບ ແລະ ເສັ້ນທາງອື່ນໆອີກ.

ມາເຖິງມື້ນີ້ໄດ້ມີທາງລົດໄປເຖິງທຸກແຂວງ ແລະ ທຸກເມືອງໃນທົ່ວປະເທດ. ໃນນັ້ນ, ມີທາງປູຢາງໄປເຖິງ 144 ເມືອງ, ທາງທຽວໄດ້ 2 ລະດູມີ 147 ເມືອງ ແລະ ລະດູດຽວຍັງເຫຼືອພຽງ 1 ເມືອງ ຄື: ເມືອງກະລຶມ ແຂວງເຊກອງ.

ໃນໄລຍະ 45 ປີຜ່ານມາ ພວກເຮົາໄດ້ສຳເລັດໃນການກໍ່ສ້າງທາງເລກ 13 ເໜືອ ແລະ 13 ໃຕ້ ທີ່ຖືວ່າເປັນເສັ້ນທາງສາຍຫຼັກຂອງ ສປປ ລາວ ປຽບເໝືອນກະດູກສັນຫຼັງຂອງຄົນເຮົາ. ນອກນີ້, ກໍຍັງໄດ້ກໍ່ສ້າງ ແລະ ປົກປັກຮັກສາເສັ້ນທາງຫຼວງແຫ່ງຊາດ ສາຍຕັ້ງ ແລະ ສາຍຂວາງ ເຊັ່ນ: ທາງເລກ 13 ເໜືອ ແລະ 13 ໃຕ້, ທາງເລກ 2, ທາງເລກ 3, ທາງເລກ 6, ທາງເລກ 7, ທາງເລກ 8, ທາງເລກ 9, ທາງເລກ 12, ທາງເລກ 15, ທາງເລກ 16, ທາງເລກ 20, ທາງເລກ 18 ເບ, ທາງແຕ່ປາກມອງ – ພູເລົາ, ທາງແຕ່ປາກ  ມອງ – ນາເຕີຍ – ບໍ່ເຕັນ, ທາງປາກ   ເຊ – ວັງເຕົ່າ, ປາກເຊ – ເຊກອງ – ອັດຕະປື ແລະ ອື່ນໆ ກໍໄດ້ຮັບການປູຢາງທີ່ໄດ້ມາດຕະຖານ.

ເປັນການຊຸກຍູ້ການຜະລິດ, ການຂົນສົ່ງກໍຄືການແລກປ່ຽນສິນຄ້າ, ການທ່ອງທ່ຽວ, ການໄປ – ມາຫາສູ່ລະ ຫວ່າງ ເມືອງຫາບ້ານ, ເມືອງຫາເມືອງ, ເມືອງຫາແຂວງ ແລະ ລະຫວ່າງ ສປປລາວ ກັບບັນດາປະເທດອ້ອມຂ້າງ ແລະ ອະນຸພາກພື້ນໄດ້ເປັນຢ່າງດີ. ນອກນັ້ນ, ເສັ້ນທາງຫຼວງແຫ່ງຊາດທີ່ເປັນທາງອະນຸພາກພື້ນທີ່ສຳຄັນອີກເສັ້ນໜຶ່ງ ຄືທາງເລກ 4 ແຕ່ຊຽງເງິນ – ໄຊຍະບູລີ – ປາກລາຍ – ແກ່ນທ້າວ – ນາຂ່າ.

ເສັ້ນທາງຫຼວງແຫ່ງຊາດເລກ 11 ລຽບຊາຍແດນເບື້ອງຕາເວັນຕົກ, ທາງເລກ 1 ຜ່ານໃຈກາງຂອງປະເທດ ແຕ່ເມືອງຄູນ – ທ່າໂທມ – ວຽງທອງ – ຄຳເກີດ – ມະຫາໄຊ – ໄຊບົວທອງ – ວີລະບູລີ – ເມືອງພີນ; ເສັ້ນທາງປາກນ້ຳນ້ອຍ – ບ້ານຢໍ້ – ບຸນເໜືອ – ຜົ້ງສາລີ ແລະ ເສັ້ນທາງອື່ນໆອີກ.

ສຸມໃສ່ຜັນຂະຫຍາຍນະໂຍບາຍເປັນປະເທດເຊື່ອມຕໍ່, ເຊື່ອມໂຍງ, ເຊື່ອມຈອດກັບອະນຸພາກພື້ນ ແລະ ພັດທະນາມາດຕະຖານເຕັກນິກຂົວ – ທາງ ໃຫ້ໄດ້ລະດັບສາກົນ ເພື່ອຊຸກຍູ້ການພັດທະນາເສດຖະກິດ – ສັງຄົມຂອງຊາດດ້ວຍການພັດທະນາພື້ນຖານໂຄງລ່າງເສັ້ນທາງເຊື່ອມຕໍ່ພາຍໃນປະເທດ ແລະ ເຊື່ອມຕໍ່ກັບບັນດາປະເທດອ້ອມຂ້າງຕາມທິດພັດທະນາລະບົບເສັ້ນທາງແບບ 3911 ເຊິ່ງລວມມີ: ເສັ້ນທາງສາຍຕັ້ງ 3 ເສັ້ນ, ທາງສາຍຂວາງ 9 ເສັ້ນ ແລະ ທາງເຊື່ອມຕໍ່ 11 ເສັ້ນ. ໃນນັ້ນ, ສູ້ຊົນປັບປຸງ – ຍົກລະດັບບັນດາເສັ້ນທາງຫຼວງແຫ່ງຊາດ ທີ່ເປັນທາງຜ່ານ ແລະ ເຊື່ອມຕໍ່ກັບອະນຸພາກພື້ນໃນຂອບການຮ່ວມມື GMS ໃຫ້ໄດ້ມາດຕະຖານອາຊຽນໃຫ້ສາມາດຮັບນ້ຳໜັກໄດ້ 11 ໂຕນຕໍ່ເພົາ ເພື່ອຮັບໃຊ້ການຂົນສົ່ງດ້ວຍລະບົບໂລຈິສຕິກ  ກໍຄືຮອງຮັບການຫັນເປັນອຸດສາຫະກຳ ແລະ ທັນສະໄໝ.