ສາວນັກສຶກສາຢຸນນານ ສື່ສານມວນຊົນ ອິງອິງ ສຸກັນຍາ ສຸລິວົງ ML12 ສາວງາມບ້ານຫ້ວຍຫົງ

209

ອີກໜຶ່ງສາວງາມ ຕົວແທນຈາກແຂວງນະຄອນຫຼວງວຽງຈັນ, ສາວ ບ້ານ ຫ້ວຍຫົງ ເມືອງຈັນທະບູລີ ໜຶ່ງໃນຜູ້ເຂົ້າປະກວດນາງສາວລາວ 2020 ML12 ສາວ ອິງອິງ ສຸກັນຍາ ສຸລິວົງ ອາຍຸ 23 ປີ, ສັດສ່ວນ 32-23-34


ອິງອິງ ສຸກັນຍາ ສຸລິວົງ ໃຫ້ສຳພາດວ່າ ປັດຈຸບັນກຳລັງສຶກສາຢູ່ວິທະຍາໄລ ຊົນເຜົ່າ ຢຸນນານ ສປຈີນປີທີ 4 ສາຂາສື່ສານມວນຊົນ.


ການປະກວດນາງສາວລາວ ເປັນເວທີທີ່ໃຫຍ່ ແລະ ຄິດວ່າເຂົ້າມານີ້ມັນຈະມີຄວາມທ້າທາຍຫລາຍ ນ້ອງຢາກມາຢືນຢູ່ຈຸດນີ້ຄືກັບຜູ້ຍິງຫຼາຍໆຄົນທີ່ມີຄວາມຝັນ ເພາະເວທີນີ້ເປັນເວທີທີ່ດີອີກໜຶ່ງເວທີໃຫ້ເຮົາໄດ້ຮູ້ຈັກຫຼາຍໆຄົນ, ໄດ້ປະສົບການຕ່າງໆຈາກຫຼາຍໆຄົນທີ່ສອນ, ໄດ້ມິດຕະພາບ ໄດ້ໂອກາດຫຼາຍໆຢ່າງ ນັບເປັນບາດກ້າວໜຶ່ງທີ່ສຳຄັນ.


ສ່ວນຜົນງານຂອງ ອິງອິງ ທີ່ຜ່ານມາໃນປະເທດບໍ່ມີ, ເຄີຍມີແຕ່ຢູ່ນອກປະເທດຄືເຄີຍປະກວດນາງສາວລອຍກະທົງ ຢູ່ ສິບສອງພັນນາ, ເວທີນາງສາວລາວ 2020 ເປັນເວທີທຳອິດໃນການປະກວດພາຍໃນປະເທດ.


ສຳລັບເວທີນີ້ນ້ອງຄາດຫວັງ ຄວ້າໄຊຊະນະ (ຍິ້ມ) ຫຼື ເຂົ້າໄປໃນຮອບເລິກໆ, ນ້ອງກຽມໃນການຝຶກຝົນກຽມພ້ອມທີ່ຈະມາສູ້ຢູ່ເທິງເວທີ ທັງເບິ່ງລຸ້ນເອື້ອຍປີທີ່ຜ່ານມາ ມີການເກັບໂຕຈັ່ງໃດ, ເຝິກຕອບຄຳຖາມ, ສຶກສາຫາຂໍ້ມູນສຳຄັນ ເພື່ອໃຫ້ຕອບໂຈດ ແລະ ກຽມພ້ອມເພື່ອທີ່ຈະມາສູ້ຢູ່ເວທີ.


ຄວາມສາມາດພິເສດຕອນນີ້ນ້ອງກຳລັງຮຽນຫລິ້ນຄີ່ບອດ ເປັນດົນຕີທີ່ນ້ອງຮັກ ທີ່ໄດ້ຮຽນມານຳພໍ່; ນອກນັ້ນກໍຄືປະດິດເຄື່ອງນຸ່ງ, ຕັດເຄື່ອງດ້ວຍໂຕເອງ ແລະ ອີກຫນຶ່ງຄວາມສາມາດນັ້ນກໍ່ຄື ເວົ້າພາສາຈີນ ຕອນນີ້ປີທີ 4 ແລະ ກຽມພ້ອມທີ່ຈະຮັບປະລິນຍາໄວໆນີ້.


ນ້ອງຄິດວ່າກຳມະການຈະເຫັນສັກກະຍະພາບຂອງນາງງາມທຸກຄົນ ແຕ່ສຳລັບໂຕນ້ອງເອງກຽມພ້ອມທີ່ຈະ ສູ້ເຕັມທີ່ ເຮັດທຸກຢ່າງອອກມາດີທີ່ສຸດ ໃຫ້ໄດ້ຜ່ານເຂົ້າຮອບ ຢາກຮຽນຮູ້ຄວາມຮູ້ສຶກ ຜູ້ທີ່ມີໄຊຊະນະ ຄວ້າລາງວັນ ຮ່າຮ່າຮ່າ…

.


ສຸດທ້າຍນີ້ຝາກທຸກຄົນຕິດຕາມຜົນງານຂອງ ສຸກັນຍາ ສຸລິວົງ ອິງອິງ ML12 ແນ່ເດີ້ ຝາກເຊຍແນ່ເດີ້ ML12

.


ຂ່າວ: ເມລີ, ພາບ: Aing Soukanya