ສປປ ເກົາຫຼີ ຈະສ້າງເຮືອນໃໝ່ໃຫ້ປະຊາຊົນ 25.000 ຫຼັງ

113

ສຳນັກຂ່າວເຄຊີເອັນເອ ( KCNA ) ຂອງທາງການ ສປປ ເກົາຫຼີ ລາຍງານວ່າ: ທ່ານ ຄິມ ຈອງອຸນ ຜູ້ນຳ ສປປ ເກົາຫຼີ ໃຫ້ຄຳໝັ້ນສັນຍາວ່າຈະສ້າງເຮືອນໃໝ່ໃຫ້ກັບປະຊາຊົນ ຈຳນວນ 25.000 ຫຼັງ ເນື່ອງຈາກເຮືອນຂອງປະຊາຊົນໄດ້ຮັບຜົນກະທົບໜັກສຸດຈາກພະຍຸໄຕ້ຝຸ່ນ ເມື່ອບໍ່ດົນມານີ້.

ພາຍຫຼັງເປີດໂຄງການ ເລັ່ງບັນລຸເປົ້າໝາຍທາງເສດຖະກິດໃຫ້ຖ່ວງທັນກັບການເປີດກອງປະຊຸມໃຫຍ່ໃນເດືອນມັງກອນປີໜ້າ ເພື່ອກຳນົດແຜນພັດທະນາເສດຖະກິດ ໄລຍະ 5 ປີຕໍ່ໜ້າ. ປັດຈຸບັນທຸກພາກສ່ວນຮ່ວມຈິດຮ່ວມໃຈກັນຈັດຕັ້ງປະຕິບັດໂຄງການນີ້ ເນັ້ນໃສ່ການສົ່ງເສີມການຜະລິດອຸປະກອນປູກຝັງ, ພືດຕາມລະດູການ ແລະ ປ້ອງກັນໂຄວິດ – 19.

ສຳລັບການສ້າງເຮືອນທາງກອງທັບ ໄດ້ກໍ່ສ້າງໄປແລ້ວ ກວ່າເຄິ່ງໜຶ່ງຈາກຈຳນວນ 2.300 ຫຼັງ ໃນແຂວງຮຳກີຢອງໃຕ້ ( South Hamgyeong ) ທາງຕາເວັນອອກສ່ຽງເໜືອຂອງນະຄອນຫຼວງພຽງຢາງ ( Pyongyang ).