ສື່ມວນຊົນລາວ ແລະ ຕ່າງປະເທດ ທັດສະນະສຶກສາແຫຼ່ງທ່ອງທ່ຽວ 2 ແຂວງພາກເໜືອ “ລາວທ່ຽວລາວ”

242

ແຂວງອຸດົມໄຊ ແລະ ແຂວງຫຼວງພະບາງ ເປັນ 2 ແຂວງຂອງພາກເໜືອທີ່ມີສະຖານທີ່ທ່ອງທ່ຽວຫຼາກຫຼາຍ ແລະ ເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ສຳຄັນຂອງປະເທດ.

ດັ່ງນັ້ນເພື່ອເປັນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໃຫ້ຄົນລາວ ແລະ ຊາວຕ່າງປະເທດຮູ້ຈັກບັນດາສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນຂອງ 2 ແຂວງນີ້, ກົມໂຄສະນາການທ່ອງທ່ຽວ ຮ່ວມກັບ ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ກົມການຂ່າວ ກະຊວງການຕ່າງປະເທດ ໄດ້ຈັດກິດຈະກຳ ນຳພາບັນດາສື່ມວນຊົນລາວ ແລະ ຕ່າງປະເທດປະຈຳລາວ ໄປທັດສະນະສຶກສາຢູ່ 2 ແຂວງດັ່ງກ່າວ ພາຍໃຕ້ໂຄງການ “ລາວທ່ຽວລາວ”.


ທ່ານ ຄົມ ດວງຈັນທາ ວ່າການຫົວໜ້າກົມ ໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທັງເປັນຜູ້ນຳພາຄະນະໃນການເດີນທາງຄັ້ງນີ້ໄດ້ກ່າວວ່າ: ການຈັດງານຄັ້ງນີ້ ແມ່ນເປັນການຈັດຕັ້ງຜັນຂະຫຍາຍແຜນຟື້ນຟູການທ່ອງທ່ຽວລາວ, ທັງເປັນການຊຸກຍູ້ຜູ້ປະກອບການທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ແລະ ແຫຼ່ງທ່ອງທ່ຽວ, ຮ້ານຂາຍເຄື່ອງຫັດຖະກຳ ແລະ ຫົວໜ່ວຍທຸລະກິດທີ່ປິ່ນອ້ອມ ເພື່ອໃຫ້ເຂົາເຈົ້າມີຄວາມພ້ອມໃນການບໍລິການ ເພື່ອຈະເປີດໂຄງການ ລາວທ່ຽວລາວ.

ພ້ອມຂຸດຄົ້ນທ່າແຮງທີ່ບົ່ມຊ້ອນຂອງບັນດາແຫຼ່ງທ່ອງທ່ຽວ ແລະ ຜະລິດຕະພັນທ່ອງທ່ຽວ ທີ່ໂດດເດັ່ນທີ່ເຮົາມີ ເຊິ່ງບາງບ່ອນຜ່ານມາກໍໄດ້ມີການໂຄສະນາໄປແລ້ວ ແຕ່ບາງບ່ອນກໍຍັງບໍ່ທັນໄດ້ມີການໂຄສະນາໄດ້ຢ່າງກວ້າງຂວາງ. ດັ່ງນັ້ນພວກເຮົາຈຶ່ງນຳເອົາບັນດາສື່ມວນຊົນມາເບິ່ງ ແລະ ສຳຜັດຕົວຈິງ ແລະ ນຳເອົາສິ່ງທີ່ດັ່ງກ່າວໄປໂຄສະນາໃຫ້ແກ່ມວນຊົນລາວ ແລະ ສາກົນໄດ້ຮັບຮູ້.

ການລົງມາສະຖານທີ່ແຫຼ່ງທ່ອງທ່ຽວຕົວຈິງແບບນີ້ກໍເປັນການສ້າງຄວາມໄວ້ເນື້ອເຊື່ອໃຈແກ່ຜູ້ປະກອບການທຸລະກິດ ແລະ ຜູ້ຈະມາທ່ອງທ່ຽວອີກ, ການເດີນທາງໄປມາຫາສູ່ລະຫວ່າງແຂວງຫາແຂວງຂອງມວນຊົນ ມັນຈະເຮັດໃຫ້ມີການໃຊ້ຈ່າຍເກີດຂຶ້ນ ເຊິ່ງທັງໝົດມັນຈະໄປກະຕຸກຊຸກຍູ້ໃຫ້ແກ່ຫົວໜ່ວຍການຜະລິດກະສິກຳ ແລະ ຫົວໜ່ວຍຕ່າງໆ ທີ່ມາປ້ອນໃຫ້ແກ່ອຸດສາຫະກຳທ່ອງທ່ຽວ ອັນຈະພາໃຫ້ເກີດມີການຈ້າງງານກັນເກີດຂຶ້ນປະຊາຊົນມີລາຍຮັບມາສູ່ຄອບຄົວ.

ທ່ານກ່າວຕື່ມວ່າ: ໂຄງການທັດສະນະສຶກສາແຫຼ່ງທ່ອງທ່ຽວ ນີ້ແມ່ນກົມໂຄສະນາການທ່ອງທ່ຽວ ຮ່ວມກັບ ກົມສື່ມວນຊົນ ແລະ ກົມການຂ່າວກະຊວງການຕ່າງປະເທດໄດ້ປະສານສົມທົບກັບບັນດາພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງ ແຂວງອຸດົມໄຊ ແລະ ຫຼວງພະບາງ ໃນການຈັດຕັ້ງປະຕິບັດໂຄງການນີ້, ເຊິ່ງໂຄງການນີ້ແມ່ນໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ຂອງ ADB ໄລຍະ 2.


ການເດີນທາງຮ່ວມກິດຈະກຳຄັ້ງນີ້ແມ່ນມີສື່ມວນຊົນຈາກພາກສ່ວນຕ່າງໆຈຳນວນ 20 ກວ່າທ່ານ ໂດຍຈະໃຊ້ເວລາເດີນທາງເຮັດກິດຈະກຳໃນແຂວງ ອຸດົມໄຊ ແລະ ຫຼວງພະບາງ ແຕ່ວັນທີ 8-13 ຕຸລາ 2020.