ນັກພັດທະນາດີເດັ່ນແຫ່ງຊາດ ທີ່ບໍ່ເຄີຍຢຸດໃນການຊ່ວຍເຫຼືອສັງຄົມ

144

ເມື່ອກ່າວເຖິງນັກທຸລະກິດຜູ້ມີຈິດໃຈປະເສີດ ແລະ ອຸທິດຕົນຊ່ວຍເຫຼືອສັງຄົມ ໂດຍບໍ່ຫວັງສິ່ງຕອບແທນພາຍໃນແຂວງສະຫວັນນະເຂດ ກໍຄົງບໍ່ມີໃຜບໍ່ຮູ້ຈັກ ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານນ້ຳດື່ມ – ນ້ຳກ້ອນໂລມາຄຳ ຜູ້ທີ່ຜົນງານພົ້ນເດັ່ນ ປະກອບສ່ວນເຂົ້າໃນວຽກງານການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ຫຼາຍໆຄອບຄົວມີຊີວິດການເປັນຢູ່ດີຂຶ້ນຈາກໜ້າມືເປັນຫຼັງມື ຈົນທ່ານໄດ້ຮັບການຍ້ອງຍໍທັງໃນລະດັບທ້ອງຖິ່ນ, ສູນກາງ ແລະ ຫຼາຍພາກສ່ວນໃນສັງຄົມ. ພິເສດ, ທ່ານກໍໄດ້ຮັບນາມມະຍົດເປັນນັກພັດທະນາດີເດັ່ນແຫ່ງຊາດ ປະຈຳປີ 2019.


ທ່ານ ເກຍ ອູ໊ສິດທິເດດ ໄດ້ເລົ່າໃຫ້ຮູ້ວ່າ: ບ້ານເກີດຕົນເອງແມ່ນຢູ່ບ້ານທ່າໂຂ່ງ ເມືອງເຊໂປນ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍແລ້ວ ກໍໄດ້ເຂົ້າມາເຮັດວຽກຢູ່ພາຍໃນແຂວງ ເຊິ່ງເບື້ອງຕົ້ນແມ່ນເລີ່ມຈາກການເປັນກຳມະກອນເປັນເວລາ 3 ປີ. ຈາກນັ້ນ, ໃນປີ 1978 ກໍໄດ້ມີກິດຈະການນ້ອຍໆເປັນຂອງຕົນເອງ ກໍຄືໝໍ້ຂົ້ວກາເຟ. ຫຼັງຈາກນັ້ນຈຶ່ງໄດ້ຂະຫຍາຍທຸລະກິດອອກໄປເລື້ອຍໆ ເປັນຕົ້ນແມ່ນບໍລິສັດ ອຸດົມຊັບດູດແຮ່ຊາຍ, ໂຮງງານນ້ຳດື່ມ – ນ້ຳກ້ອນໂລມາຄຳ ແລະ ບໍລິສັດ ກໍ່ສ້າງຂົວທາງ ໃນປີ 2015.

ຜ່ານມາຕົນເອງກໍໄດ້ມີໂອກາດເຂົ້າຮ່ວມການເຄື່ອນໄຫວກັບອົງການຈັດຕັ້ງພາກລັດໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນທີ່ບ້ານຄຳປ່າແໜ ແລະ ປ່າກ້ວຍ ເມືອງຈຳພອນ ເຊິ່ງໄດ້ຊ່ວຍເປັນເວລາ 3 ປີ, ມີຈຳນວນຄອບຄົວເປົ້າໝາຍທັງໝົດ 77 ຄອບຄົວ; ມາຮອດປັດຈຸບັນປະຊາຊົນໃນຄອບຄົວເປົ້າໝາຍໂຄງການ ແມ່ນໄດ້ຫັນປ່ຽນເປັນສ່ວນໃຫຍ່ ແລະ ສິ່ງທີ່ຢັ້ງຢືນເຖິງຜົນສຳເລັດຄືດັ່ງກ່າວນີ້ ທ່ານເຈົ້າແຂວງກໍໄດ້ປະດັບຫຼຽນໄຊພັດທະນາຊັ້ນ I ໃຫ້ຂ້າພະເຈົ້າ ທີມງານ ແລະ ພະນັກງານຂອງໂລມາຄຳ ກໍໄດ້ຮັບການຍ້ອງຍໍເຊັ່ນກັນ.


ພິເສດມາໃນວັນທີ 13 ທັນວາ 2019 ແຂວງໄດ້ເປີດບັ້ນແຂ່ງຂັນຮັກຊາດ ແລະ ພັດທະນາ ກຳນົດເອົາເມືອງນອງ ໃນບ້ານປະແນະ ແລະ ຕາຢົງ ທີ່ຈະສ້າງເງື່ອນໄຂໃຫ້ຫຼຸດພົ້ນຈາກຄວາມທຸກຍາກ ໃນປີ 2020 ໂດຍຂ້າພະເຈົ້າເອງ ແລະ ທ່ານ ສາຍສະໝອນ ກວານເມືອງຈັນ ກໍໄດ້ຮ່ວມກັນສ້າງຕັ້ງໂຄງການຮ່ວມໃຈສາຍໃຍໂລມາຄຳຂຶ້ນ ທີ່ຈັດຕັ້ງປະຕິບັດໃນບ້ານປະແນະ ແລະ ຕາຢົງ ລວມມີ 30 ຄອບຄົວເປົ້າໝາຍ ເຊິ່ງເນັ້ນໃສ່ການຊຸກຍູ້ສົ່ງເສີມການສ້າງເສດຖະກິດຄອບຄົວ ຕາມທິດນຳຂອງຂັ້ນເທິງ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ຈາກນີ້, ກໍຍັງໄດ້ສອນເດັກໃຫ້ຮູ້ເຕັກນິກການປູກ – ການລ້ຽງຕ່າງໆ ຕະຫຼອດເຖິງການບົວລະບັດຮັກສາ. ພ້ອມນີ້, ທາງໂຄງການກໍຍັງໄດ້ນຳເອົາໝູແມ່ມານ ໄປແຈກຢາຍໃຫ້ປະຊາຊົນລ້ຽງໃນຄອບຄົວເປົ້າໝາຍຄອບຄົວລະໂຕນຳອີກ.

ມາຮອດປັດຈຸບັນທາງໂຄງການຮ່ວມໃຈສາຍໃຍໂລມາຄຳ ໄດ້ສຸມທຶນຮອນເຂົ້າໃນການຈັດຕັ້ງປະຕິບັດໂຄງການຢູ່ເມືອງນອງແລ້ວ ຈຳນວນ 2,1 ຕື້ກີບ.
ຮູບ: 14, 15, 16, 17