ເຟດ ຊີ້ເສດຖະກິດອາເມຣິກາ ດີຂຶ້ນເລັກໜ້ອຍ

105

ທະນາຄານກາງສະຫະລັດ ( ເຟດ ) ໄດ້ເຜີຍແຜ່ບົດລາຍງານສະພາວະເສດຖະກິດ ຫຼື “ Beige Book ” ເມື່ອວັນທີ 2 ກັນຍາຜ່ານມານີ້ ໂດຍລະບຸວ່າ: ເສດຖະກິດສະຫະລັດອາເມຣິກາ ດີຂຶ້ນເລັກໜ້ອຍໃນໄລຍະລະດູຮ້ອນຜ່ານມາ ທ່າມກາງ ຄວາມບໍ່ແນ່ນອນກິດຈະກຳດ້ານເສດຖະກິດ ແລະ ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ.

ເຟດ ລະບຸວ່າ: ກິດຈະກຳດ້ານເສດຖະກິດສ່ວນໃຫຍ່ ມີການຂະຫຍາຍຕົວ ແຕ່ເປັນການຂະຫຍາຍຕົວພຽງເລັກໜ້ອຍ ແລະ ກິດຈະກຳທາງດ້ານເສດຖະກິດຍັງຄົງຢູ່ລະດັບຕ່ຳກວ່າ ກ່ອນເກີດການລະບາດຂອງພະຍາດໂຄວິດ – 19.