ອີຢູ ຕັດສິດທິພິເສດດ້ານການຄ້າກັບກຳປູເຈຍ

99

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ສະຫະພາບເອີຣົບ ຫຼື ອີຢູ ໄດ້ປະກາດຕັດສິດທິພິເສດດ້ານການຄ້າກັບກຳປູເຈຍ ເມື່ອວັນທີ 12 ສິງຫາຜ່ານມາ ໂດຍອ້າງວ່າກຳປູເຈຍລະເມີດສິດທິມະນຸດໃນປະເທດ.

ມາດຕະການດັ່ງກ່າວຂອງອີຢູ ຈະສົ່ງຜົນກະທົບຕໍ່ການສົ່ງອອກເຄື່ອງຕັດຫຍິບ ລວມທັງເກີບ ແລະ ສິນຄ້າປະເພດອື່ນໆຂອງກຳປູເຈຍ ທີ່ສົ່ງໄປຍັງຕະຫຼາດອີຢູ ເຮັດໃຫ້ກຳປູເຈຍຕ້ອງເສຍພາສີອາກອນໃນອັດຕາດຽວກັນກັບປະເທດອື່ນໆທີ່ເປັນສະມາຊິກຂອງອົງການການຄ້າໂລກ ( WTO ), ມາດຕະການດັ່ງກ່າວໄດ້ສົ່ງຜົນໃຫ້ກຳປູເຈຍເສຍສິດທິພິເສດດ້ານການຄ້າ ປະມານ 20% ຈາກທີ່ເຄີຍໄດ້ຮັບຈາກອີຢູ ພາຍໃຕ້ໂຄງການ “ Everything But Arms ” ( EBA ) ເຊິ່ງອີຢູໄດ້ອະນຸຍາດໃຫ້ກຳປູເຈຍ ສາມາດສົ່ງສິນຄ້າໄປຍັງອີຢູໄດ້ທຸກລາຍການ ໂດຍບໍ່ໄດ້ເສຍພາສີນຳເຂົ້າ.

EBA ເປັນໂຄງການທີ່ ອີຢູ ໃຫ້ສິດທິພິເສດທາງດ້ານການຄ້າແກ່ປະເທດທີ່ທຸກຍາກທີ່ ສຸດໃນໂລກ ຈຳນວນ 48 ປະເທດໃນໂລກ, ແນວໃດກໍຕາມ ອີຢູ ພ້ອມເປີດກວ້າງເພື່ອທົບທວນຕໍ່ການຕັດສິດທິພິເສດດັ່ງກ່າວ ຖ້າຫາກວ່າ ກຳປູເຈຍ ດຳເນີນການປະຕິຮູບ ໂດຍໃຫ້ສະມາຊິກພັກຝ່າຍຄ້ານມີບົດບາດທາງການເມືອງ ແລະ ເລີ່ມຂະບວນການປອງດອງແຫ່ງຊາດ.

ທັງນີ້, ອີຢູ ເປັນຄູ່ຄ້າລາຍ ໃຫຍ່ຂອງກຳປູເຈຍ ໂດຍຍອດສົ່ງອອກສິນຄ້າໄປ ອີຢູ ມີສັດສ່ວນປະມານ 45% ຂອງສິນຄ້າສົ່ງອອກໃນປີ 2018 ມີມູນຄ່າປະມານ 5.400 ລ້ານເອີໂຣ.