ໄລຍະມື້ດຽວ ຫວຽດນາມເສຍຊີວິດຈາກໂຄວິດ-19 ແລ້ວ 3 ຄົນ

126

ລັດຖະບານຫວຽດນາມ ລາຍງານມີຜູ້ເສຍຊີວິດຈາກການຕິດເຊື້ອໄວຣັສໂຄວິດ-19 ເປັນຄົນທີ່ 3 ໃນໄລຍະພຽງ 24 ຊົ່ວໂມງ ໂດຍທຸກຄົນມີການເຊື່ອມໂຍງໃນເມືອງດານັງ ເຊິ່ງປັດຈຸບັນກາຍເປັນສູນກາງການແຜ່ລະບາດຄັ້ງໃໝ່ໃນປະເທດ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮາໂນ່ຍ ປະເທດຫວຽດນາມ ເມື່ອວັນເສົາ ທີ 1 ສິງຫາ ວ່າ ກະຊວງສາທາລະນະສຸກຫວຽດນາມ ຖະແຫຼງການ ວ່າ “ຜູ້ປ່ວຍລຳດັບທີ 499” ເປັນເພດຍິງ ອາຍຸ 68 ປີ, ອາໄສຢູ່ໃນເມືອງດານັງ ແລະ ມີພະຍາດປະຈຳຕົວຄື ມະເຮັງເມັດເລືອດ, ເບົາຫວານຊະນິດ ທີ 2 ແລະ ຄວາມດັນສູງ ໄດ້ເສຍຊີວິດໃນຕອນເຊົ້າວັນເສົາຕາມເວລາທ້ອງຖິ່ນ ທີ່ໂຮງໝໍມະເຮັງວິທະຍາ ໃນເມືອງດານັງ.

ທັງນີ້, ຜູ້ປ່ວຍລຳດັບທີ 499 ໄດ້ຮັບການຢືນຢັນວ່າ ຕິດເຊື້ອໂຄວິດ-19 ເມື່ອວັນທີ 28 ກໍລະກົດ ຜ່ານມາ ພຽງໜຶ່ງມື້ຫຼັງສົ່ງຕົວຜູ້ກ່ຽວໄປໂຮງໝໍດານັງ ແລະ ເສຍຊີວິດເປັນຄົນທີ 3 ຈາກໂຄວິດ-19 ໃນຫວຽດນາມ ພາຍໃນເວລາພຽງ 24 ຊົ່ວໂມງເທົ່ານັ້ນ ຕໍ່ຈາກຊາຍ ອາຍຸ 70 ປີ ອາໄສຢູ່ເມືອງຮອຍອັນ ເປັນຜູ້ປ່ວຍລຳດັບທີ 428 ແລະ ຊາຍ ອາຍຸ 61 ປີ ອາໄສຢູ່ເມືອງດານັງ ເປັນຜູ້ປ່ວຍລຳດັບທີ 437.

ຂະນະທີ່ ສະຖິຕິຜູ້ຕິດເຊື້ອສະສົມຈາກໂຄວິດ-19 ໃນຫວຽດນາມ ນັບຕັ້ງແຕ່ມີການແຜ່ລະບາດຄັ້ງທຳອິດ ເມື່ອທ້າຍເດືອນມັງກອນ ຜ່ານມາ ມີຢ່າງໜ້ອຍ 558 ຄົນ ໃນນັ້ນ ຢ່າງໜ້ອຍ 116 ຄົນ ມີການເຊື່ອມໂຍງກັນໃນເມືອງດານັງ ເຊິ່ງພົບຜູ້ປ່ວຍຄົນທຳອິດໃນພື້ນທີ່ ເມື່ອວັນທີ 25 ກໍລະກົດ ຜ່ານມາ ສ່ວນຜູ້ທີ່ປິນປົວເຊົາດີແລ້ວມີ 373 ຄົນ ຍັງເຫຼືອຜູ້ປ່ວຍໃນລະບົບ ຢ່າງໜ້ອຍ 182 ຄົນ ແລະ ເສຍຊີວິດແລ້ວ 3 ຄົນ.