ວຽງຈັນ ຢູໄນເຕັດ ເປີດຕົວທີມຢ່າງເປັນທາງການ ກ່ອນລຸຍ ລາວລີກ 2 ທ້າຍອາທິດນີ້

127

ສະໂມສອນ ວຽງຈັນ ຢູໄນເຕັດ ເປີດຕົວທີມ ແລະ ຜູ້ສະໜັບສະໜູນຢ່າງເປັນທາງການ ໃນຕອນແລງຂອງວັນທີ 23 ກໍລະກົດ 2020 ເພື່ອກຽມທີມເຂົ້າຮ່ວມການແຂ່ງຂັນ ຄອມມານໂດ ລາວລີກ 2 ລະດູການ 2020.

ພິທີເປີດຕົວສະໂມສອນ ແລະ ເຊັນສັນຍາກັບຜູ້ສະໜັບສະໜູນ ຈັດຂຶ້ນທີ່ ທາດຫຼວງ ພລາຊາ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ, ທ່ານ ວັດທະນາ ສີວິໄຊ ປະທານສະໂມສອນ ວຽງຈັນ ຢູໄນເຕັດ, ທ່ານ ໄກສອນ ໄຊຍາວົງ ຫົວໜ້າຄູຝຶກ ວຽງຈັນ ຢູໄນເຕັດ ພ້ອມດ້ວຍຄະນະຄູຝຶກ, ນັກກີລາ, ຕ່າງໜ້າຜູ້ສະໜັບສະໜູນ ແລະ ສື່ມວນຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

ພິທີດັ່ງກ່າວຍັງໄດ້ມີການເຊັນສັນຍາກັບຜູ້ສະໜັບສະໜູນຫຼັກຢ່າງ ເວັບໄຊທ໌ ລາວອອນລາຍ 88, MY WAY ເຄື່ອງກີລາພິມລາຍ, Biz production, ເດີ່ນບານເຕະຫຍ້າທຽມ ຮ່ອງຄ້າ, ທາດຫຼວງ ພລາຊາ, Carlsberg, Thunder group ແລະ Keolatsavong ລວມທັງເປີດຕົວຊຸດແຂ່ງ 4 ສີດັ່ງຮູບລຸ່ມນີ້

ສໍາລັບ ວຽງຈັນ ຢູໄນເຕັດ ຈະລົງສະໜາມນັດທໍາອິດໃນການແຂ່ງຂັນບານເຕະ ລາວລີກ 2 ພົບກັບ ກອງທັບ ເອັຟຊີ ໃນວັນທີ 25 ກໍລະກົດ 2020 ເວລາ 16:00 ໂມງ ທີ່ສະໜາມກີລາບານເຕະຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.