ນັກທຸລະກິດ ຈະເຂົ້າລົງທຶນພັດທະນາຕະຫຼາດກາງຄືນແຄມນ້ຳຮຸ່ງ ເທດສະບານແຂວງໄຊຍະບູລີ

213

ໃນຕອນບ່າຍວັນທີ 17 ກໍລະກົດ 2020ຜ່ານມາ ເມືອງໄຊຍະບູລີ  ແຂວງໄຊຍະບູລີ ໄດ້ຈັດພິທີເຊັນສັນຍາສຳປະທານກໍ່ສ້າງຕະຫຼາດກາງຄືນແຄມນ້ຳຮຸ່ງລະຫວ່າງອົງການປົກຄອງເມືອງໄຊຍະບູລີ ຕາງໜ້າໂດຍຫ້ອງການ ແຜນການ ແລະ ການລົງທຶນເມືອງ(ຜູ້ໃຫ້ສຳປະທານ) ແລະ ທ່ານ ເຊັງແຊ່ຈ່າວ ນັກທຸລະກິດ( ຜູ້ສຳປະທານ)ຂື້ນທີ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຍະບູລີໂດຍການເປັນປະທານຂອງທ່ານ ບຸນແທນ ທີແກ້ວ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຍະບູລີ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການພະນັກງານວິຊາການພ້ອມດ້ວຍຜູ້ສຳປະທານ ເຂົ້າຮ່ວມ.


ໃນພິທີທ່ານ ສົມຈິດ ຮັ່ງເຊັງຊົວ ກຳມະການພັກເມືອງ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງໄດ້ຂຶ້ນຜ່ານຮ່າງສັນຍາສຳປະທານກໍໍ່ສ້າງຕະຫຼາດກາງຄືນແຄມນ້ຳຮຸ່ງວ່າ: ການລົງທຶນພັດທະນາໂຄງການກໍ່ສ້າງຕະຫຼາດກາງຄືນແຄມນ້ຳຮຸ່ງເປັນການລົງທຶນຂອງເອກະຊົນ 100% ໂດຍແມ່ນທ່ານ ເຊັງ ແຊ່ຈາວ ວິສາຫະກິດສ່ວນບຸກຄົນຮ້ານບັນເທິງໄນຄັບໄຊຍະບູລີບໍລິການເປັນຜູ້ສຳປະທານພັດທະນາພຽງຜູ້ດຽວໃນວົງເງິນການລົງທືນ 12 ຕື້ 700 ລ້ານກວ່າກີບ, ໃຊ້ເວລາພັດທະນາເບື້ອງຕົ້ນ 5 ປີໃຫ້ສຳເລັດ.

ໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທຳອິດໃຊ້ເວລາ 2 ປີເລີ່ມແຕ່ມື້ເຊັນສັນຍາຮອດປີ 2022 ເຊີ່ງໜ້າວຽກແມ່ນຈະໄດ້ລົງມືປັບພື້ນທີ່, ຍົກລະດັບພື້ນທີ່, ຮ່ອງລະບາຍນໍ້າ, ກໍ່ສ້າງຫ້ອງນ້ຳ, ກໍ່ສ້າງຮ້ານອາຫານ, ຮ້ານກີນດື່ມໃຫ້ສຳເລັດ 20 ຮ້ານ, ຮ້ານຂາຍເຄື່ອງໂອດ໊ອບ 15 ຮ້ານລວມທັງໝົດ 35 ຮ້ານ; ພ້ອມກັບການກໍ່ສ້າງລານຈອດລົດ, ສະຖານທີ່ວາງສິນຄ້າໂອດ໊ອບ.

ໄລຍະທີ 2 ໃຊ້ເວລາ 3 ປີແຕ່ປີ 2023 ຮອດປີ 2025 ເຊີິ່ງຈະໄດ້ສືບຕໍ່ກໍ່ສ້າງຮ້ານອາຫານ ແລະ ຮ້ານກິນດື່ມຈຳນວນ 29 ຮ້ານທີ່ຍັງເຫຼືອຕາມແຜນການລວມທັງກໍ່ສ້າງປະຕູທາງເຂົ້າທາງເຂດສຳປະທານໂຄງການ.

ຈາກນັ້ນໃນພິທີກໍໄດ້ເຊັນສັນຍາລະຫວ່າງທ່ານ ສົມຈິດ ເຮັງເຊັງຊົວ ກຳມະການພັກເມືອງ ຫົວໜ້າຫ້ອງການ ແຜນການ ແລະ ການລົງທືນເມືອງ( ຜູ້ໃຫ້ສຳປະທານ) ແລະ ທ່ານ ເຊັງ ແຊ່ຈາວນັກທຸລະກິດ(ຜູ້ສຳປະທານ) ໂດຍມີທ່ານ ບຸນແທນ ທີແກ້ວ ເຈົ້າເມືອງໄຊຍະບູລີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ຂ່າວ-ພາບ: ສົມພົງ ສີສະຫວັດ