ປະຊາຊົນບ້ານປາກຮຸ່ງ ແລະ ບ້ານຫ້ວຍແກ້ງ ແຂວງ ໄຊຍະບູລີ ຜູ້ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຮຸ່ງ 1 ໄດ້ຮັບເງິນຊົດເຊີຍ

187

ພິທີມອບ – ຮັບເງິນຊົດເຊີຍໃຫ້ປະຊາຊົນຜູ້ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຮຸ່ງ 1 ຂອງ 2 ບ້ານຄື: ບ້ານປາກຮຸ່ງ ແລະ ບ້ານຫ້ວຍແກ້ງ ເມືອງໄຊຍະບູລີ ແຂວງໄຊຍະບູລີໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2020 ນີ້ທີ່ຫ້ອງປະຊຸມເຂື່ອນໄຟຟ້ານໍ້າຮຸ່ງ 1 ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ບຸນແທນ ທີແກ້ວ ເຈົ້າເມືອງໄຊຍະບູລີ;  ມີຫົວໜ້າ, ຮອງຫົວໜ້າພະແນກຂອງແຂວງ,ຫົວໜ້າ, ຮອງຫົວໜ້າຫ້ອງການຂອງເມືອງ, ພະນັກງານວິຊາການ, ອົງການປົກຄອງບ້ານພ້ອມດ້ວຍປະຊາຊົນຜູ້ຖືກຜົນກະທົບຈາກ 2 ບ້ານເຂົ້າຮ່ວມ.


ທ່ານສອນສະຫວັນ ຈັນທະວົງ ຮອງເຈົ້າເມືອງໄຊຍະບູລີ ໄດ້ໃຫ້ກຽດຂຶ້ນລາຍງານການເກັບກຳຂໍ້ມູນຊົດເຊີຍຜົົນກະທົບຂອງປະຊາຊົນຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຮຸ່ງ1ບາງຕອນທ່ານໄດ້ໃຫ້ຮູ້ ວ່າ: ຜ່ານການລົງເກັບກໍາຂໍ້ມູນຜົນກະທົບຂອງປະຊາຊົນຈາກການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າຮຸ່ງ 1 ນັບແຕ່ວັນທີ 9 ສິງຫາ 2019 ຫາ 5 ກໍລະກົດ 2020 ໄດ້ກໍານົດຫຼັກໝາຍເພື່ອຊີ້ບອກລະດັບນໍ້າຖ້ວມຈາກຫນ້າເຂື່ອນ.

ຕອນດິນທີ່ຖືກຜົນກະທົບທັງ 2 ບ້ານມີທັງໝົດ 142 ຕອນ ກວມເອົາ 87 ຄອບຄົວ ມີເນື້ອທີ່ທັງໝົດ 134 ກວ່າເຮັກຕາທີ່ລວມເອົາການຊົດເຊີຍທີ່ດີນ, ໄມ້ອຸດສາຫະກຳ, ໄມ້ໃຫ້ຫມາກ ລວມມູນຄ່າຊົດເຊີຍທັງໝົດ 3 ຕື້ 400 ລ້ານກວ່າກີບ.

ໃນນີ້ບ້ານປາກຮຸ່ງມີຕອນດິນທີ່ຖືກຜົນກະທົບທັງໝົດ 50 ຕອນ ມີ 36 ຄອບຄົວ, ປະເພດຕອນດິນກະສິກໍາ 15 ຕອນ ດິນສວນໄມ້ອຸດສາຫະກໍາ 31 ຕອນ, ດິນລວມບ້ານ 2 ຕອນ ແລະ ດິນປ່າທໍາມະຊາດ 2 ຕອນ ລວມເນື້ອທີ່ຕອນດິນທີ່ຖືກຜົນກະທົບທັງໝົດ 966.292 ກວ່າຕາແມັດ, ຕົ້ນໄມ້ອຸດສາຫະກໍາ 28.750 ຕົ້ນ, ໄມ້ໃຫ້ໝາກ 288 ຕົ້ນ ລວມມູນຄ່າຊົດເຊີຍທັງໝົດ 2 ຕື້ 183 ລ້ານກວ່າກີບ.

ສ່ວນບ້ານຫ້ວຍແກ້ງມີຕອນດິນທີ່ຖືກຜົນກະທົບມີທັງໝົດ 92 ຕອນ ມີ 51 ຄອບຄົວ, ປະເພດຕອນດິນກະສິກຳ 47 ຕອນ, ດິນນາ 2 ຕອນ, ດິນໜອງປາ 1 ຕອນ, ດິນສວນໄມ້ອຸດສາຫະກໍາ 31 ຕອນ ດິນປຸກສ້າງ 3 ຕອນ ດິນລວມບ້ານ 4 ຕອນ ແລະ ດິນປ່າທໍາມະຊາດ 4 ຕອນ ລວມເນື້ອທີ່ຕອນດິນທີ່ຖືກຜົນກະທົບທັງໝົດ 357.229 ກວ່າຕາແມັດ, ຕົ້ນໄມ້ອຸດສາຫະກຳ 11. 995 ຕົ້ນ, ໄມ້ໃຫ້ໝາກ 539 ຕົ້ນລວມມູນຄ່າຊົດເຊີຍທັງໝົດ 1 ຕື້ 200 ລ້ານກວ່າກີບ.

ຈາກນັ້ນໃນພິທີ ກໍໄດ້ມອບເງິນຊົດເຊີຍໃຫ້ປະຊາຊົນສອງບ້ານທີ່ຖືກຜົນກະທົບດັ່ງກ່າວໃຫ້ກຽດມອບໂດຍທ່ານຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ
ຂ່າວ-ພາບ: ສົມພົງສີສະຫວັດ