ຈີນຍັງວິກິດ! 4 ເຂື່ອນ ຕ້ອງເລັ່ງລະບາຍນ້ຳອອກສຸກເສີນ

187

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງຂໍ້ມູນຈາກກະຊວງຊັບພະຍາກອນນ້ຳຂອງ ສປ ຈີນ ໃຫ້ຮູ້ວ່າ: ສະຖານະການນ້ຳຖ້ວມຫຼາຍເມືອງໃນ ສປ ຈີນ ຍັງໜ້າເປັນຫ່ວງ, ລະດັບນ້ຳຫຼາຍສາຍຍັງສືບຕໍ່ເພີ່ມຂຶ້ນສູງກວ່າລະດັບແຈ້ງເຕືອນມາຕັ້ງແຕ່ຕົ້ນເດືອນກໍລະກົດ, ຂະນະທີ່ເຂື່ອນ 4 ແຫ່ງ ຕ້ອງເລັ່ງລະບາຍນ້ຳອອກສຸກເສີນ. ນອກຈາກນີ້, ຍັງມີອ່າງເກັບນ້ຳອີກ 200 ແຫ່ງ ລະດັບນ້ຳສູງເກີນເຂດເຕືອນໄພແລ້ວ.

ລາຍງານລະບຸວ່າ: ສະຖານະການນ້ຳຖ້ວມຄັ້ງນີ້ ສ່ວນໃຫຍ່ແມ່ນລຽບຕາມແມ່ນ້ຳຢາງຊີ ເຊິ່ງຕັ້ງແຕ່ພາກກາງຮອດທິດຕາເວັນອອກ, ມີ 80 ເມືອງ, 25 ແຂວງ ແລະ ມີປະຊາຊົນຫຼາຍກວ່າ 33 ລ້ານຄົນ ໄດ້ຮັບຜົນກະທົບ, ມີເຮືອນ ແລະ ທີ່ພັກອາໄສຂອງປະຊາຊົນໄດ້ຮັບຜົນກະທົບ 2,4 ລ້ານຫຼັງ, ມີຜູ້ເສຍຊີວິດ 273 ຄົນ, ສູນຫາຍ 80 ຄົນ ແລະ ໄດ້ຮັບບາດເຈັບ 220 ຄົນ, ທາງການຕ້ອງອົບພະຍົບປະຊາຊົນ 1,7 ລ້ານຄົນ ໄປຢູ່ບ່ອນປອດໄພ ໂດຍໄດ້ຈັດສູນພັກເຊົາຊົ່ວຄາວໄວ້ 1.500 ແຫ່ງ.