ລາວເຮົາຍັງສືບຕໍ່ປິດດ່ານ ແລະການອອກວີຊາສຳລັບການທ່ອງທ່ຽວ

192

ປະເທດເຮົາແມ່ນໄດ້ກ້າວມາຮອດມື້ທີ 78 ແລ້ວທີ່ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນ 19 ຄົນທີ່ຕິດເຊື້ອກໍ່ສາມາດປົວຫາຍກັບສູ່ຄອບຄົວໝົດແລ້ວ ແຕ່ເພື່ອຄວາມປອດໄພບໍ່ໃຫ້ພະຍາດກັບມາລະບາດຮອບໃໝ່ ລັດຖະບານກໍ່ຄືຄະນະສະເພາກິດມີທິດຊີ້ນຳໃຫ້ສືບຕໍ່ປິດບັນດາຮ້ານບັນເທິງ ແລະ ດ່ານປະເພນີ, ດ່ານທ້ອງຖິ່ນລວມທັງດ່ານສາກົນສຳລັບການເດີນທາງເຂົ້າ-ອອກຂອງບຸກຄົນທົ່ວໄປ ຍົກເວັ້ນແຕ່ກໍລະນີຈຳເປັນທີ່ໄດ້ຮັບການເຫັນດີຈາກຄະນະສະເພາະກິດເທົ່ານັ້ນ ພ້ອມດຽວກັນນີ້ກໍ່ຍັງຕ້ອງສືບຕໍ່ໂຈະການອອກວີຊາທ່ອງທ່ຽວຈົນກວ່າສະນະຖານຈະກັບມາປົກກະຕິກ່ອນ.

ທ່ານ ຮສ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂພະຍາດໂຄວິດ-19 ໄດ້ກ່າວໃນໂອກາດຖະແຫຼງຂ່າວ ການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມ,ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງໂຄວິດ -19 ໃນໄລຍະແຕ່ ວັນທີ 1- 31 ກໍລະກົດ 2020 ຕາມແຈ້ງການເລກທີ697/ຫສນຍ ລົງວັນທີ30 ມິຖຸນາ 2020 ວ່າ: ຜ່ານການຈັດຕັ້ງ ປະຕິບັດມາດຕະການຜ່ອນຜັນ ແລະ ມາດຕະການປ້ອງກັນ ໃນໄລຍະຜ່ານມາ, ພວກເຮົາ ສາມາດສືບຕໍ່ຄວບຄຸມການແຜ່ລະບາດໄວ້ໄດ້ ໂດຍບໍ່ມີຜູ້ຕິດເຊື້ອເພີ່ມ ແລະ ສາມາດປິ່ນປົວຜູ້ຕິດເຊື້ອດີແລ້ວທັງຫມົດ ແລະເຮັດໃຫ້ສັງຄົມ, ພາກທຸລະກິດ, ຜູ້ປະກອບການ, ໂຄງການ ແລະ ໂຮງງານຕ່າງໆ ໄດ້ຄ່ອຍກັບມາໃຊ້ຊີວິດ ແລະ ເຄື່ອນໄຫວທຸລະກິດ ພາຍໃຕ້ເງື່ອນໄຂການດໍາລົງຊີວິດປົກກະຕິແບບໃຫມ່ (New Normal) ເທື່ອລະກ້າວ.

ເຖິງຢ່າງໃດກໍຕາມ, ພວກເຮົາ ກໍ່ບໍ່ຄວນຖືເບົາ ແລະ ປະຫມາດຢ່າງເດັດຂາດ ເນື່ອງຈາກ ໃນຕໍ່ຫນ້າ ຍັງມີຄວາມສ່ຽງ ແລະ ສິ່ງທ້າທາຍ ທີ່ຈະເກີດມີການລະບາດອີກຮອບໃຫມ່ ຍ້ອນສະພາບການລະບາດຢູ່ໃນພາກພື້ນ ແລະ ໃນໂລກ ຍັງສືບຕໍ່ເພີ່ມຂຶ້ນ ແລະ ຍັງບໍ່ທັນສາມາດຢັບຢັ້ງການລະບາດ ຂອງພະຍາດດັ່ງກ່າວໄດ້ເທື່ອ ດັ່ງນັ້ນ, ຈິ່ງເຫັນດີໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບາງມາດຕະການທີ່ໄດ້ກໍານົດໃນຄໍາສັ່ງ 06/ນຍ, ລົງວັນທີ 29 ມີນາ 2020 ດັ່ງນີ້:

ສືບຕໍ່ປິດບັນດາກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານເກມ; ສືບຕໍ່ປີດດ່ານປະເພນີ ແລະ ດ້ານທ້ອງຖິ່ນ ສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງ ສິນຄ້າ ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ໄດ້. ສວນດ່ານສາກົນ ສືບຕໍ່ປີດສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນ ພົນລະເມືອງລາວ ແລະ ຊາວ ຕ່າງປະເທດ ທີ່ມີຄວາມຈໍາເປັນຮີບດ່ວນໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະ ກິດ. ສໍາລັບການຂົນສົ່ງສິນຄ້າ ຜ່ານດ່ານສາກົນ ແມ່ນສາມາດເຂົ້າ-ອອກໄດ້ຕາມປົກກະຕິ.

ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມ ສໍາລັບບຸກຄົນ ທີ່ເດີນທາງມາຈາກ ຫຼື ຜ່ານ ປະເທດ ທີ່ຍັງມີການລະບາດ ຂອງພະຍາດໂຄວິດ-19. ສໍາລັບ ນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ, ນັກທຸລະກິດ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ສາມາດ ເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆໄດ້, ແຕ່ຕ້ອງຜ່ານການພິຈາລະນາເຫັນດີຈາກຄະນະສະເພາະກິດ. ສໍາລັບ ຂັ້ນຕອນໃນການປະຕິບັດຕົວຈິງກະຊວງການຕ່າງປະເທດ ຈະອອກຄໍາແນະນໍາຕ່າງຫາກ.