ນ້ອງ ໂສ ແບ່ງປັນວິທີໃນການຮັກສາສຸຂະພາບ

242

ໂສລະຍາ Miss Teen Laos 2019 ໃນຖານະເປັນຄົນຂອງສັງຄົມ ຫຼັກໆແມ່ນປະຕິບັດຕາມຄໍາສັ່ງຂອງລັດຖະບານ ພ້ອມທັງຮັກສາສຸຂະພາບຂອງຕົນເອງໃຫ້ແຂງແຮງເພື່ອຕ້ານໂຄວິດ – 19.

ນາງ ໂສລະຍາ ລິນຄອນດີ ຫຼື ໂສ Miss Teen Laos 2019 ໃຫ້ສໍາພາດວ່າ: ວິທີປ້ອງກັນຕົວເອງໃຫ້ປອດໄພຈາກພະຍາດໂຄວິດ – 19 ໂສ ກໍໄດ້ເປັນແບບຢ່າງໃຫ້ແກ່ສັງຄົມ ຄືການປະຕິບັດຕາມມາດຕະການທີ່ທາງຄະນະສະເພາະກິດໄດ້ວາງອອກ, ເຮັດທຸກຢ່າງດ້ວຍ ຄວາມເຄັ່ງຄັດ ແລະ ປະຕິບັດຕາມຄໍາສັ່ງຂອງລັດຖະບານສະບັບ, ກັກຕົວເອງຢູ່ເຮືອນ, ໃສ່ຜ້າອັດປາກ, ໝັ່ນລ້າງມືໃສ່ບູ ຫຼື ເຈລລ້າງມື.

ໂສ ຢາກແນະນໍາໃຫ້ທຸກຄົນຢູ່ເຮືອນເພື່ອຫຼີກລຽງການຕິດເຊື້ອ, ໃສ່ຜ້າອັດປາກ, ສີດເຈລຂ້າເຊື້ອເວລາຈັບສິ່ງຂອງ, ລ້າງມືໃຫ້ສະອາດ ຫຼື ລ້າງທຸກ 15 ນາທີ, ບໍ່ໃຫ້ສໍາຜັດຕາ, ດັງ ແລະ ປາກ.

ຢາກໃຫ້ທຸກຄົນຮັກສາສຸຂະພາບຕົວເອງໃຫ້ແຂງແຮງຕະຫຼອດໄປ ເພາະຮ່າງກາຍຂອງຄົນເຮົານັ້ນສໍາຄັນຫຼາຍ. ສະນັ້ນ, ຢາກໃຫ້ທຸກຄົນປະຕິບັດຕາມມາດຕະການການປ້ອງກັນຢ່າງເຄັ່ງຄັດ ເພື່ອປ້ອງກັນການລະບາດເຊື້ອຮອບໃໝ່.


ສຸດທ້າຍຢາກຂໍຝາກຜົນງານຂອງ miss teen laos ໃນການເຄື່ອນໄຫວວຽກງານຕ່າງໆ ແລະ ໃຫ້ກໍາລັງໃຈໃນທຸກໆຜົນງານ, ສາມາດຕິດຕາມການເຄື່ອນໄຫວຂອງນ້ອງ ໂສ ໄດ້ທີ່ FB: Miss champa laos ແລະ FB: soraya’s conde.

ຂ່າວ: ແກ້ວ: ຮູບ: ໂສລະຍາ