ວິກິດໂຄວິດ-19! ສາຍການບິນການາດາ ກຽມປົດພະນັກງານ 20 ພັນຄົນ

131

ພິດວິກິດການແຜ່ລະບາດໂຄວິດ-19 ທີ່ກຳລັງສ້າງກະທົບຮ້າຍແຮງຕໍ່ອຸດສາຫະກຳການບິນທົ່ວໂລກ ແລະ ສາຍການບິນແຫ່ງຊາດຂອງປະເທດການາດາ ປະກາດແຜນເຊົາຈ້າງພະນັກງານ 20 ພັນຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງອັອດຕາວາ ປະເທດການາດາ ເມື່ອວັນສຸກ ທີ 15 ພຶດສະພາ ວ່າ ສາຍການບິນການາດາ ຫຼື ແອຣ໌ ການາດາ ເຊິ່ງເປັນສາຍການບິນແຫ່ງຊາດຂອງປະເທດການາດາ ອອກຖະແຫຼງການ ເມື່ອວັນສຸກ ກ່ຽວກັບການກຽມເຊົາຈ້າງພະນັກງານຢ່າງໜ້ອຍ 20 ພັນ ຄົນ ຫຼື 60% ຂອງພະນັກງານທັງໝົດທົ່ວໂລກປະມານ 38 ພັນຄົນ ເພື່ອຮັກສາສະຖຽນລະພາບທາງການເງິນໃຫ້ກັບບໍລິສັດ ໃນໄລຍະວິກິດການແຜ່ລະບາດຂອງໂຄວິດ-19 ທີ່ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ອຸດສະຫະກຳການບິນທົ່ວໂລກ.

ຂະນະທີ່ ສະຫະພາບແຮງງານ ພະນັກງານບໍລິການສາທາລະນະຂອງການາດາ ກ່າວວ່າ ກຳລັງຫາລືຂັ້ນສຸດທ້າຍກັບຜູ້ບໍລິຫານຂອງສາຍການບິນກ່ຽວກັບຂະບວນການດັ່ງກ່າວ ແລະ ຄາດວ່າ ຈະບັນລຸຂໍ້ສະຫຼຸບອີກບໍ່ດົນນີ້. ສາຍການບິນການາດາ ໄດ້ປະກາດ ເມື່ອທ້າຍເດືອນ ເມສາ ຜ່ານມາ ກ່ຽວກັບການຕັດເງິນເດືອນຜູ້ບໍລິຫານລະດັບສູງ 25% – 50% ແລະ ສະມາຊິກຄະນະກຳມະການຝ່າຍບໍລິຫານໄດ້ເຫັນດີ ຫຼຸດເງິນເດືອນລົງ 25% ແບບບໍ່ມີກຳນົດ ພ້ອມທັງປັບຫຼຸດການບໍລິການໄຕມາດທີ 2 ອີກ 85% – 90%.

ນອກຈາກນີ້, ຍັງມີການພັກວຽກພະນັກງານປະມານ 16,5 ພັນຄົນ ເຊິ່ງສ່ວນໃຫຍ່ເປັນພະນັກງານຕ້ອນຮັບໃນຫ້ອງໂດຍສານ ໂດຍບໍ່ຈ່າຍຄ່າຊົດເຊີຍ ແຕ່ໄດ້ກັບມາຈ່າຍອີກຄັ້ງ ເມື່ອເດືອນເມສາ ຜ່ານມາ ຈາກການທີ່ລັດຖະບານຂອງນາຍົກລັດຖະມົນຕີຈັສຕິນ ທຣູໂດ ໄດ້ອະນຸມັດງົບປະມານສຸກເສີນເພື່ອສະໜັບສະໜູນທຸລະກິດ. ຢ່າງໃດກໍ່ຕາມ, ນະໂຍບາຍດັ່ງກ່າວເປັນພຽງໄລຍະສັ້ນ ເຊິ່ງຈະສິ້ນສຸດໃນວັນທີ 6 ມິຖຸນານີ້ ແລະ ຫຼັງຈາກນີ້ ສາຍການບິນການາດາ ຍັງບໍ່ໄດ້ໃຫ້ຂໍ້ມູນເພິ່ມວ່າ ຈະມີນະໂຍບາຍກັບພະນັກງານກຸ່ມນີ້ແນວໃດ.

ເມື່ອຢ້ອນກັບໄປໄຕມາດທຳອິດຂອງປີນີ້ ສາຍການບິນການາດາ ປະສົບກັບບັນຫາຂາດທຶນ 1,05 ຕື້ໂດລາການາດາ (ກວ່າ 6,68 ພັນຕື້ກີບ) ທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາ ເຊິ່ງມີກຳໄລ 345 ລ້ານໂດລາການາດາ (ກວ່າ 2,1 ພັນຕື້ກີບ).