ທ່ຽວຊົມເຮືອນຊົນເຜົ່າໃນອຸທິຍານບາຈຽງ

300

ອຸທິຍານບາຈຽງ ເປັນສະຖານທີ່ທ່ອງທ່ຽວໜຶ່ງທີ່ມີຊື່ສຽງຂອງແຂວງຈຳປາສັກ ແລະ ເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມຫຼາກຫຼາຍ ໂດຍສະເພາະແມ່ນທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ, ອ້ອມຂ້າງຈະມີແຫຼ່ງທ່ອງທ່ຽວສຳຄັນຕ່າງໆ ເຊັ່ນ: ຕາດຜາສ້ວມ, ຕາດໝາກແງວ ລວມເຖິງການທ່ຽວຊົມວິວທຳມະຊາດທີ່ສວຍງາມ, ເຮືອນພັກແຄມຫ້ວຍ ແລະ ຣີສອດແຄມນໍ້າຕົກ ພ້ອມທັງທ່ຽວຊົມວິຖີຊີວິດຂອງບ້ານຊົນເຜົ່າ ເຊິ່ງເປັນເຮືອນແບບບູຮານອັນເປັນເອກະລັກຂອງຊົນເຜົ່າທີ່ບໍ່ມີທີ່ໃດເໝືອນ ແລະ ຊົມຖໍ້າພະຍານາກ.

ອຸທິຍານບາຈຽງ ຕັ້ງຢູ່ເມືອງບາຈຽງຈະເລີນສຸກ ຫ່າງຈາກເທສະບານແຂວງຈຳປາສັກ ໄປທາງທິດຕາເວັນອອກປະມານ 30 ກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວທີ່ມີປ່າໄມ້ຂຽວງາມອຸດົມສົມບູນ, ມີສັດປ່າ ແລະ ສັດນໍ້າອາໄສຢູ່ຢ່າງຫຼວງຫຼາຍ. ໃນມື້ນີ້ຜູ້ຂຽນຈະພາໄປຮັບຮູ້ ແລະ ທ່ຽວຊົມບ້ານຊົນເຜົ່າ ຫຼື ບ້ານວັດທະນະທຳຊົນເຜົ່າ  ເຊິ່ງເປັນອີກໜຶ່ງກິດຈະກໍາຂອງນັກທ່ອງທ່ຽວທີ່ມາຈາກເຂດຕ່າງໆໃນລາວ ລວມເຖິງນັກທ່ອງທ່ຽວຕ່າງປະເທດໃຫ້ຄວາມສົນໃຈເປັນພິເສດ.


ການມາທ່ຽວໃນບ້ານຊົນເຜົ່າ ແມ່ນຈະໄດ້ໄປຊື້ປີ້ຢູ່ປະຕູເຂົ້າປະມານ 10 ພັນກີບຕໍ່ຄົນ. ຈາກນັ້ນ, ຈຶ່ງຍ່າງເຂົ້າໄປ, ເມື່ອຍ່າງເຂົ້າໄປໃນບ້ານວັດທະນະທຳຈະເຫັນເຮືອນຫຼັງຕ່າງໆອັນເປັນເອກະລັກຂອງແຕ່ລະເຜົ່າ, ມີເຮືອນເສົາດຽວທີ່ເປັນບ່ອນພົບປະໂອ້ລົມຂອງບ່າວສາວ, ມີຕໍ່າຫູກ, ຫຍິບປັກຖັກແສ່ວ ແລະ ສະແດງດົນຕີພື້ນເມືອງຂອງແຕ່ລະເຜົ່າ ເຊິ່ງສ້າງຄວາມປະທັບໃຈແກ່ນັກທ່ອງທ່ຽວ.

ເຮືອນຊົນເຜົ່າແຕ່ລະຫຼັງຈະເນັ້ນການປຸກສ້າງທີ່ມີເອກະລັກຂອງແຕ່ລະເຜົ່າ ທີ່ບໍ່ເໝືອນກັນຂອງ 8 ເຜົ່າ ແລະ ຈະເປັນເຮືອນທີ່ວາງເສົາເທິງດິນທີ່ສາມາດເຄື່ອນຍ້າຍໄດ້ ເຊັ່ນ: ເຮືອນເຜົ່າກະລ່ຽງເປັນເຮືອນເຕ້ຍໆ, ຫຼັງຄາເຮືອນຈະເປັນຮູບວົງມົນໂຄ້ງ, ພື້ນເຮືອນຈະມີການທໍຜ້າພື້ນເມືອງທີ່ມີເອກະລັກຂອງເຜົ່າໂດຍສະເພາະ ແລະ ນັກທ່ອງທ່ຽວສາມາດຖ່າຍຮູບ ຫຼື ຊື້ເປັນຂອງທີ່ລະນຶກກໍໄດ້.

ເຮືອນເຜົ່າອາລັກ ເປັນເຮືອນທີ່ສູງມາໜ້ອຍໜຶ່ງທຽບໃສ່ເຜົ່າກະລ່ຽງ ໂດຍຈະມີຂັ້ນໄດຂຶ້ນ ແລະ ຫຼັງຄາຈະມີລັກສະນະຄ້າຍກາແລ, ເສົາເຮືອນດ້ານໜ້າຈະມີການແກະສະຫຼັກຢ່າງສວຍງາມ ແລະ ມີການຕ່ຳຫູກເຊັ່ນກັນ.

ເຮືອນເຜົ່າກະຕູ ເປັນເຮືອນຮ້ານຕໍ່າໆແບບເຮືອນທົ່ວໄປ, ແຕ່ຊົນເຜົ່ານີ້ຈະເນັ້ນໃສ່ການຫຼິ້ນດົນຕີ. ສະນັ້ນ, ເມື່ອນັກທ່ອງທ່ຽວມາພວກເຂົາຈະສາທິດການຫຼິ້ນດົນຕີໃຫ້ເບິ່ງ ແລະ ຟັງ ເຊິ່ງເປັນເຄື່ອງດົນຕີທີ່ເຮັດຈາກໄມ້.

ເຮືອນເຜົ່າລະແວ ເປັນເຮືອນຍົກພື້ນທີ່ບໍ່ສູງເທົ່າໃດ ໂດຍຈະມີການເຈາະຮູຢູ່ຝາເຮືອນຂະໜາດພໍມືລອດເຂົ້າໄປໄດ້ ແລະ ຈະເຈາະໃນຫ້ອງນອນຂອງລູກສາວ ໂດຍເຂົາໃຫ້ຮູ້ວ່າ: ຮູດັ່ງກ່າວໄວ້ເພື່ອໃຫ້ຊາຍໜຸ່ມຈັບມືຫາຍິງສາວ ເຊິ່ງເປັນປະເພນີດັ້ງເດີມຂອງເຜົ່າທີ່ເອີ້ນວ່າ “ ກິ້ງຄົກຈົກສາວ ”.

ນອກນັ້ນ, ເຜົ່າລະແວຍັງມີເຮືອນເສົາດຽວ ສູງປະມານ 3 – 4 ແມັດ ເຊິ່ງເປັນເຮືອນໄວ້ສໍາລັບການເວນຍາມ ລວມເຖິງເປັນທີ່ຮັບແຂກ ແລະ ໃຫ້ໜຸ່ມສາວທຳຄວາມຮູ້ຈັກກັນລະຫວ່າງໜຶ່ງຕໍ່ໜຶ່ງແຕ່ຕ້ອງບໍ່ລ່ວງເກີນກັນ, ຖ້າຫາກມັກພໍກັນຈະຕ້ອງຢູ່ເທິງເຮືອນນີ້ປະມານ 3 ວັນ 3 ຄືນກ່ອນຈຶ່ງຈະສາມາດແຕ່ງງານກັນໄດ້ ແລະ ເຮືອນອີກຫຼາຍເຜົ່າ ເຊິ່ງຜູ້ຂຽນບໍ່ສາມາດບັນຍາຍໄດ້ໝົດ ແລະ ມີຮີດຄອງປະເພນີທີ່ທ່ານອາດຈະບໍ່ເຄີຍໄດ້ຍິນມາກ່ອນ.

ການມາທ່ຽວທີ່ບ້ານຊົນເຜົ່າ ຖືເປັນການຮຽນຮູ້ທາງວັດທະນະທຳອີກຢ່າງໜຶ່ງທີ່ໜ້າສົນໃຈທີ່ສຸດ ແລະ ບັນຍາກາດກໍສົດຊື່ນ, ອາກາດເຢັນສະບາຍ. ພ້ອມກັນນັ້ນ, ນັກທ່ອງທ່ຽວກໍສາມາດຖ່າຍຮູບກັບຊົນເຜົ່າຕ່າງໆໄວ້ເປັນທີ່ລະນຶກ ລວມເຖິງຊ່ວຍອຸດໜູນຜະລິດຕະພັນຂອງຊົນເຜົ່າ.

ມາທ່ຽວບ້ານຊົນເຜົ່າເມືອງບາຈຽງ ແຫ່ງນີ້ຮັບຮອງວ່າທ່ານຈະບໍ່ຜິດຫວັງເລີຍ!.

ໂດຍ: ກາວຊົ່ງ