ກອງປະຊຸມນາຍົກ – ຮອງນາຍົກ ສຸມໃສ່ຄົ້ນຄວ້າກະກຽມມາດຕະການປະຕິບັດ ພາຍຫຼັງວັນທີ 3 ພຶດສະພາ

206

ກອງປະຊຸມນາຍົກ – ຮອງນາຍົກ ໄດ້ສຸມໃສ່ຄົ້ນຄວ້າກະກຽມມາດຕະການຕ່າງໆທີ່ຈະປະຕິບັດພາຍຫຼັງວັນທີ 3 ພຶດສະພາ  ເຊິ່ງຈະມີການຜ່ອນຜັນບາງມາດຕະການ ແລະ ການສືບຕໍ່ປະຕິບັດບາງມາດຕະການ.  ລວມເຖິງໄດ້ພິຈາລະນາຮ່າງບົດລາຍງານກ່ຽວກັບມາດຕະການແກ້ໄຂຜົນກະທົບທາງດ້ານເສດຖະກິດ ຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ໂດຍລົງເລິກບາງນະໂຍບາຍ ແລະ ມາດຕະການທີ່ຍັງບໍ່ທັນໄດ້ກຳນົດອອກຢ່າງຊັດເຈນ  ໂດຍສະເພາະນະໂຍບາຍພາກປະຊາຊົນທີ່ຕິດພັນກັບການຫຼຸດຄ່າໄຟຟ້າ ແລະ ນ້ຳປະປາ.

ໃນຕອນເຊົ້າຂອງວັນທີ 28 ເມສາ 2020 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມນາຍົກ – ຮອງນາຍົກລັດຖະມົນຕີ ເພື່ອປຶກສາຫາລືກ່ຽວກັບວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງໂຄວິດ – 19 ແລະ ການແກ້ໄຂຜົນກະທົບທາງດ້ານເສດຖະກິດຈາກການລະບາດຂອງພະຍາດ COVID – 19 ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ,  ມີບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດາທ່ານລັດຖະມົນຕີກະຊວງກ່ຽວຂ້ອງ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19 ແລະ ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ເຂົ້າຮ່ວມ ເຊິ່ງກອງປະຊຸມໄດ້ພິຈາລະນາ ແລະ ມີທິດຊີ້ນຳຕໍ່ບັນຫາສຳຄັນ ດັ່ງນີ້:

1 ກອງປະຊຸມ ໄດ້ພິຈາລະນາບົດລາຍງານກ່ຽວກັບສະພາບການປ້ອງກັນ, ຄວບຄຸມ ແລະ ມາດຕະການຮັບມືການລະບາດຂອງພະຍາດໂຄວິດ – 19, ທິດທາງໃນຕໍ່ໜ້າ, ການປະເມີນຄວາມສ່ຽງແຕ່ລະແຂວງ, ແຜນການຜ່ອນຜັນບາງມາດຕະການ ແລະ ການສືບຕໍ່ປະຕິບັດບາງມາດຕະການ ພາຍຫຼັງວັນທີ 03 ພຶດສະພາ 2020 ໂດຍຈະຈັດຕັ້ງປະຕິບັດເປັນແຕ່ລະໄລຍະ ເປັນຕົ້ນ ການອະນຸຍາດໃຫ້ສໍານັກງານ, ອົງການ, ບັນດາບໍລິສັດເປີດດໍາເນີນການ; ການອະນຸຍາດໃຫ້ປະຊາຊົນ, ພະນັກງານ – ລັດຖະກອນ, ທະຫານຕໍາຫຼວດສາມາດອອກຈາກເຮືອນ ແລະ ເດີນທາງພາຍໃນແຂວງ ໂດຍຮັບປະກັນມາດຕະການປ້ອງກັນການຕິດເຊື້ອ; ການຈັດຝຶກອົບຮົມ, ການປະຊຸມທາງການ, ກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆ; ການອະນຸຍາດໃຫ້ເປີດດໍາເນີນກິດຈະການຂອງບັນດາບໍລິສັດ, ໂຮງງານ ແລະ ໂຄງການໃຫຍ່ທີ່ປະຕິບັດຖືກຕ້ອງສອດຄ່ອງຕາມເງື່ອນໄຂ ແລະ ມາດຕະການປ້ອງກັນຕາມຂໍ້ແນະນໍາຂອງຄະນະສະເພາະກິດ ເລກທີ 031/ສພກ; ການສືບຕໍ່ປິດບາງກິດຈະການ, ການເປີດໂຮງຮຽນ, ການປິດດ່ານຊາຍແດນ ແລະ ອື່ນໆ.

ກອງປະຊຸມສະແດງຄວາມຊົມເຊີຍຕໍ່ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ – 19 ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ປະຕິບັດວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ສຸມໃສ່ຄົ້ນຄວ້າ ກະກຽມມາດຕະການຕ່າງໆທີ່ຈະປະຕິບັດພາຍຫຼັງວັນທີ 03 ພຶດສະພາ 2020.

ພ້ອມກັນນີ້, ກອງປະຊຸມໄດ້ຊີ້ນໍາໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ – 19 ປັບປຸງລາຍງານດັ່ງກ່າວໃຫ້ມີເນື້ອໃນລະອຽດ, ຄົບຖ້ວນ, ຈະແຈ້ງຕາມການປະກອບຄໍາເຫັນຂອງກອງປະຊຸມ ໂດຍສະເພາະກ່ຽວກັບການປະເມີນ ຄວາມສ່ຽງ, ທິດທາງໃນຕໍ່ໜ້າໃຫ້ກຳນົດລະອຽດຊັດເຈນ, ບໍ່ໃຫ້ມີຊ່ອງວ່າງໃນການຕີຄວາມໝາຍ; ບັນດາມາດຕະການຜ່ອນຜັນຊົ່ວຄາວທີ່ຈະຈັດຕັ້ງປະຕິບັດພາຍຫຼັງວັນທີ 03 ພຶດສະພາ 2020 ໂດຍກຳນົດເປັນແຕ່ລະໄລຍະ ໃນເງື່ອນໄຂບໍ່ມີກໍລະນີຕິດເຊື້ອໃໝ່ ແລະ ມາດຕະການຈະສືບຕໍ່ປະຕິບັດຖ້າມີກໍລະນີຕິດເຊື້ອໃໝ່ເກີດຂຶ້ນ. ຫຼັງຈາກນັ້ນ, ນຳສະເໜີລາຍງານຕໍ່ກອງປະຊຸມກົມການເມືອງສູນກາງພັກພິຈາລະນາ ແລະ ມີທິດຊີ້ນໍາໃນຂັ້ນຕໍ່ໄປ.

2 ກອງປະຊຸມໄດ້ພິຈາລະນາຮ່າງບົດລາຍງານກ່ຽວກັບມາດຕະການແກ້ໄຂຜົນກະທົບທາງດ້ານເສດຖະກິດ ຈາກການແຜ່ລະບາດເຊື້ອພະຍາດໂຄວິດ – 19 ໂດຍລົງເລິກບາງນະໂຍບາຍ ແລະ ມາດຕະການທີ່ຍັງບໍ່ທັນໄດ້ກຳນົດອອກຢ່າງຊັດເຈນ ຕາມການຊີ້ນຳຂອງກອງປະຊຸມລັດຖະບານ ຄັ້ງວັນທີ 23 ເມສາ 2020 ເປັນຕົ້ນ: ນະໂຍບາຍອຸດໜູນແຮງງານຢູ່ໃນ ແລະ ນອກລະບົບປະກັນສັງຄົມ, ນະໂຍບາຍພາກປະຊາຊົນ ທີ່ຕິດພັນກັບການຫຼຸດຄ່າໄຟຟ້າ ແລະ ນ້ຳປະປາ, ການແກ້ໄຂອຸປະສັກການຂົນສົ່ງ ແລະ ຈໍລະຈອນສິນຄ້າພາຍໃນປະເທດ ແລະ ການນຳເຂົ້າ – ສົ່ງອອກສິນຄ້າຢູ່ບັນດາດ່ານຊາຍແດນ, ການຊຸກຍູ້ການຜະລິດກະສິກຳປູກຝັງ ແລະ ລ້ຽງສັດເພື່ອເປັນສະບຽງອາຫານ ແລະ ເປັນສິນຄ້າ, ການຟື້ນຟູຂະແໜງການບໍລິການ ແລະ ການທ່ອງທ່ຽວ, ນະໂຍບາຍດ້ານການເງິນ, ເງິນຕາລວມທັງການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, ການແກ້ໄຂໜີ້ສິນຕ່າງປະເທດ ແລະ ຂໍ້ສະເໜີຈຳນວນໜຶ່ງຂອງພາກທຸລະກິດ.

ກອງປະຊຸມໄດ້ມີທິດຊີ້ນຳໃຫ້ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນ ຄວ້າລົງເລິກລາຍລະອຽດບາງຈຸດ ເພື່ອຮັບປະກັນວ່ານະໂຍບາຍທີ່ວາງອອກສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ແລ້ວປັບປຸງຮ່າງບົດລາຍງານດັ່ງກ່າວຕາມການປະກອບຄຳເຫັນຂອງກອງປະຊຸມໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ ແລະ ຈະແຈ້ງ ເພື່ອນໍາສະເໜີຕໍ່ກອງປະຊຸມກົມການເມືອງສູນກາງພັກພິຈາລະນາ ແລະ ມີທິດຊີ້ນໍາໃນຂັ້ນຕໍ່ໄປ.

ຂ່າວ – ຮູບ: ກົມປະຊາສຳພັນ ສນຍ