ບີ້ ໄຊຍະສິດ ແນະນໍາໃຫ້ສັງຄົມຮ່ວມມືກັນປະຕິບັດຕາມຄໍາສັ່ງຂອງລັດເພື່ອຄວາມປອດໄພແກ່ຕົນເອງ ແລະ ຜູ້ອື່ນ

126

ໃນສະຖານະການແບບນີ້ຄົນບັນເທີງຕ່າງກໍພາກັນກັກຕົວຢູ່ເຮືອນ ແລະ ປະຕິບັດຕາມຄໍາແຈ້ງການຈາກລັດຖະບານເພື່ອຄວາມປອດໄພຂອງຕົນເອງ ແລະ ຄົນອ້ອມຂ້າງຈາກການລະບາດຂອງພະຍາດໂຄວິດ – 19 ເຊິ່ງ ໜຸ່ມ ບີ້ ໃນນາມເປັນຄົນຂອງສັງຄົມກໍຢາກແນະນໍາໃຫ້ທຸກຄົນຮ່ວມມືກັນ ແລະ ຢ່າຖືເບົາຕໍ່ບັນຫານີ້.

ທ້າວ ໄຊຍະສິດ ສຸລິຍະເຕັນ ຫຼື ບີ້ Mister National Universe Laos 2019 ໃຫ້ສໍາພາດວ່າ: ຕາມທີ່ທາງຂັ້ນເທິງໄດ້ອອກແຈ້ງການໃນໄລຍະແຜ່ລະບາດຂອງພະຍາດໂຄວິດ – 19 ແມ່ນໃຫ້ກັກຕົວຢູ່ເຮືອນ. ສະນັ້ນ, ໃນນາມທີ່ຕົນເອງກໍເປັນຄົນຂອງສັງຄົມກໍຄວນປະຕິບັດຕາມແຈ້ງການ ແລະ ເປັນແບບຢ່າງໃຫ້ສັງຄົມໃນການເປັນເຈົ້າການໃນການຈັດຕັ້ງປະຕິບັດຄຳສັ່ງຂອງລັດຖະບານ.

ສິ່ງສຳຄັນໃນການປ້ອງກັນພະຍາດໂຄວິດ – 19 ແມ່ນຢູ່ເຮືອນບໍ່ອອກໄປສະຖານທີ່ໆມີຄວາມສ່ຽງໃນການຕິດເຊື້ອ, ຖ້າຈຳເປັນຕ້ອງອອກໄປຂ້າງນອກຄວນມີຜ້າອັດປາກ – ດັງ, ໃສ່ຖົງມື, ເວລາກັບເຮືອນໃຫ້ໝັ່ນລ້າງມືໂດຍໃຊ້ສະບູ ຫຼື ເຫຼົ້າ 90 ເຊັດທຸກຄັ້ງ ລວມທັງໃນລົດກໍຕ້ອງມີນໍ້າຢາລ້າງມື.


ວິທີໃນການຮັກສາສຸຂະພາບປົກກະຕິຕົນເອງກໍຈະມັກອອກກຳລັງກາຍເພື່ອສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍ, ກິນວິຕາມິນ C ປະຈໍາ, ດື່ມນໍ້າອຸ່ນ ແລະ ໝັ່ນບ້ວນປາກປະຈຳ.

ສຸດທ້າຍ, ຂໍຝາກໃຫ້ທຸກຄົນຈົ່ງປະຕິບັດຕາມຄຳສັ່ງ ຫຼື ແຈ້ງການຈາກຂັ້ນເທິງ ໂດຍການກັກຕົວຢູ່ເຮືອນເພື່ອຊ່ວຍປ້ອງກັນຕົນເອງບໍ່ໃຫ້ຕິດເຊື້ອ, ໝັ່ນອອກກຳລັງກາຍ, ກິນອາຫານສຸກ, ໝັ່ນລ້າງມືເລື້ອຍໆໂດຍສະເພາະເມື່ອສຳຜັດກັບອຸປະກອນຕ່າງໆ ແລະ ຂໍໃຫ້ທຸກຄົນປອດໄພຈາກພະຍາດໂຄວິດ – 19. ສາມາດຕິດຕາມການເຄື່ອນໄຫວກິດຈະກຳໃນການກັກຕົວ  ຢູ່ເຮືອນຂອງ ໜຸ່ມ ບີ້ ຫຼື ຂໍ້ມູນ – ຂ່າວສານໄດ້ທາງເຟສບຸ໊ກ   ສ່ວນຕົວ: mekmekha xaysavanh.

ຂ່າວ: ນຸ້ມນິ້ມ, ຮູບ: ບີ້ ໄຊຍະສິດ