ທະນາຄານລາວ – ຝຣັ່ງ ແລະ ພຣູເດັນໂຊລ໌ ລາວ ເປີດໂຕເປັນຄູ່ຮ່ວມທຸລະກິດຂາຍປະກັນໄພຊີວິດຜ່ານທະນາຄານ

367

ທະນາຄານ ລາວ – ຝຣັ່ງ ເເລະ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ລາວ ຈຳກັດ (ພຣູເດັນໂຊລ໌ ລາວ) ໄດ້ເຊັນສັນຍາ ເປັນຄູ່ຮ່ວມທຸລະກິດໃນການຂາຍປະກັນໄພຊີວິດຜ່ານທະນາຄານໄລຍະຍາວ ເຊິ່ງທັງສອງບໍລິສັດຈະໄດ້ຮ່ວມມືກັນໃນການພັດທະນາ ເເລະ ຈຳໜ່າຍຜະລິດຕະພັນການປະກັນໄພຊີວິດໃຫ້ເເກ່ບັນດາລູກຄ້າຜ່ານເຄືອຂ່າຍຂອງທະນາຄານ ລາວ – ຝຣັ່ງ ລວມມີ ສາຂາ ຫຼວງພະບາງ,ວັງວຽງ, ວຽງຈັນ, ສະຫວັນນະເຂດ, ເເລະ ປາກເຊ.

ພາຍໃຕ້ຂໍ້ຕົກລົງທີ່ມີຜົນສັກສິດຕັ້ງເເຕ່ວັນທີ 27 ເມສາ 2020, ພຣູເດັນໂຊລ໌ ລາວ ຈະເປັນຜູ້ຈຳໜ່າຍຫຼັກທີ່ຈຳໜ່າຍຜະລິດຕະພັນປະກັນໄພຊີວິດໃຫ້ກັບລູກຄ້າຂອງ ທະນາຄານ ລາວ – ຝຣັ່ງ ພ້ອມດ້ວຍເປົ້າໝາຍທີ່ຈະເພີ່ມຄວາມສາມາດໃນການຈຳໜ່າຍປະກັນໄພຊີວິດຂອງ ທະນາຄານ ລາວ – ຝຣັ່ງ ຢ່າງເຂັ້ມແຂງ ແລະ ທີ່ສຳຄັນກໍ່ແມ່ນເພື່ອເສີມຂະຫຍາຍສາຂາຂອງ ພຣູເດັນໂຊລ໌ ລາວ ໃຫ້ເຂົ້າເຖິງລູກຄ້າພາຍໃນທ້ອງຕະຫຼາດໄດ້ງ່າຍຂຶ້ນ.

ທ່ານ ອາໂນດ ເກົາລີເຢ, ຜູ້ອຳນວຍການ ທະນາຄານ ລາວ – ຝຣັ່ງ ໄດ້ກ່າວວ່າ: “ການຮ່ວມມືໃນຄັ້ງນີ້ໄດ້ສະເເດງໃຫ້ເຫັນເຖິງການຮ່ວມມືກັນຂອງສອງສະຖາບັນການເງິນຊັ້ນນຳຂອງລາວ ເຊິ່ງລວມມີ ສາຂາກຸ່ມທະນາຄານ BRED International ພ້ອມກັບພຣູເດັນໂຊລ໌ ຜູ້ທີ່ມີ່ຄວາມຊ່ຽວຊານດ້ານປະກັນໄພ ແລະ ການບໍລິຫານເລື່ອງການເງິນ ເຊິ່ງເປັນຜູ້ນຳຕະຫຼາດສາກົນທີ່ມີຄຳໝັ້ນສັນຍາໄລຍະຍາວໃຫ້ກັບຕະຫຼາດອາຊີ. ພາຍໃຕ້ການຄວາມຮ່ວມມືໃນຄັ້ງນີ້, ພວກເຮົາຈະເຮັດວຽກຮ່ວມມືກັບພຣູເດັນໂຊລ໌ ລາວ ເພື່ອສືບຕໍ່ພັດທະນາ ການບໍລິຫານການເງິນເພື່ອຮັບຮອງເອົາຖານລູກຄ້າທີ່ກຳລັງເຕີບໃຫຍ່ຢ່າງວ່ອງໄວໃນປະເທດລາວ ແລະ ຈະຊ່ວຍເຕີມເຕັມຄວາມຝັນ ພ້ອມກັບ ຄວາມໝັ້ນຄົງໄລຍະຍາວອີກດ້ວຍ”

ການເປັນຄູ່ຮ່ວມທຸລະກິດຂາຍປະກັນໄພຊີວິດຜ່ານທະນາຄານໃນຄັ້ງນີ້, ລູກຄ້າຂອງ ທະນາຄານ ລາວ – ຝຣັ່ງ ບໍ່ວ່າຈະເປັນລູກຄ້າທົ່ວໄປ, ລູກຄ້າທີ່ມີທຸລະກິດຂະໜາດໃຫຍ່ ເເລະ ນ້ອຍ ສາມາດເຂົ້າເຖິງ ການໃຫ້ບໍລິການ ໃນການໃຫ້ຄຳປຶກສາ ທາງດ້ານປະກັນໄພຊີວິດທີ່ເໝາະສົມທີ່ສຸດໃຫ້ແກ່ລູກຄ້າ ໂດຍຜ່ານເຄືອຂ່າຍຂອງທະນາຄານ ເຊິ່ງລວມໄປເຖິງ ບໍລິການຜ່ານທາງອິນເຕີເນັດ ເເລະ ຜ່ານລະບົບທະນາຄານເທິງໂທລະສັບມືຖື ທີ່ຈະມີໃນອະນາຄົດ.

ທ່ານ ນາງ ວັນດາລີ ສຸວັນນະສຸກ, ຮັກສາການຜູ້ອຳນວຍການໃຫຍ່ ບໍລິສັດພຣູເດັນໂຊລ໌ ລາວໄດ້ກ່າວວ່າ: “ພວກເຮົາມີຄວາມພາກພູມໃຈທີ່ໄດ້ເປັນຄູ່ຮ່ວມທຸລະກິດກັບທະນະຄານ ລາວ – ຝຮັ່ງ ແລະ ຈະໄດ້ນຳເອົາການບໍລິການຂອງທະນາຄານ ລາວ – ຝຣັ່ງ ທີ່ມີຫຼາກຫຼາຍຊ່ອງທາງ ມານຳສະເໜີໃຫ້ປະຊາຊົນລາວ ດ້ວຍຜະລິດຕະພັນປະກັນໄພຊີວິດຂອງພວກເຮົາ ທີ່ຖືກອອກເເບບມາໃຫ້ເໝາະສົມກັບຄວາມຕ້ອງການຂອງລຸກຄ້າ. ພວກເຮົາຫວັງວ່າຈະໄດ້ຮ່ວມມືຢ່າງໃຫ້ຊິດກັບທະນາຄານ ລາວ – ຝຣັ່ງ ເພື່ອມອບການປົກປ້ອງ ແລະ ຄຸູ້ມຄອງໃຫ້ກັບຄົນທີ່ລູກຄ້າຮັກ ແລະ ເພື່ອ ອະນາຄົດທີ່ສົດໃສຂອງພວກເຂົາ”

ທ່ານສາມາດສຶກສາຂໍ້ມູນກ່ຽວກັບການຮ່ວມມື ແລະ ການໃຫ້ບໍລິການ ການບໍລິຫານການເງິນ ຂອງ ພຣູເດັນໂຊລ໌ ລາວ ເພີ່ມຕື່ມໄດ້ທີ່ ສາຂາຂອງທະນາຄານ ລາວ – ຝຣັ່ງ ແລະ ຜ່ານຊ່ອງທາງອອນລາຍ ຫຼື ທ່ານສາມາດສອບຖາມຜູ້ຈັດການການໃຫ້ບໍລິການລູກຄ້າ ທີ່ທະນາຄານ ລາວ – ຝຣັ່ງ 021 285 444 ຫຼື contact@bfl.la ຫຼື ຜູ້ຊ່ຽວຊານດ້ານປະກັນໄພຂອງ ພຣູເດັນໂຊລ໌ ລາວ ໄດ້ທີ່ 021 211 123 ຫຼື info@prudential.la.

ກ່ຽວກັບທະນາຄານ ລາວ – ຝຣັ່ງ

ກຸ່ມທະນາຄານ ລາວ – ຝຣັ່ງ ຫຼື ທະນາຄານ ລາວ – ຝຣັ່ງ ເປັນການຮ່ວມທຶນລະຫວ່າງກຸ່ມທະນາຄານ BRED Banque Populaire ເເລະ ທະນາຄານ ການຄ້າຕ່າງປະເທດລາວ. ກຸ່ມທະນາຄານ BRED (BRED Group) ຖືກສ້າງຕັ້ງຂຶ້ນຈາກການຮ່ວມກັນຂອງທະນາຄານໂດຍຜູ້ປະກອບການ ໃນປີ 1919 ແລະ ຍັງຮັກສາຄວາມເປັນຜູ້ປະກອບການຕັ້ງເເຕ່ກໍ່ຕັ້ງມາ ພ້ອມກັບຄວາມມຸ່ງໝັ້ນໃນການຮັບຜິດຊອບທີ່ໜັກແໜ້ານຕໍ່ຊຸມຊົນ ເເລະ ທຸກຂະແໜງການທີ່ກ່ຽວຂ້ອງ.

ກຸ່ມທະນາຄານ BRED Banque Populaire ເປັນສະມາຊິກຂອງ BPCE ກຣຸບ ເຊິ່ງເປັນ ກຣຸບທະນາຄານທີ່ໃຫຍ່ເປັນອັນດັບ 2 ທີ່ປະເທດ ຝຣັ່ງ ເຊິ່ງ ໃຫ້ບໍລິການລູກຄ້າຫຼາຍຫວ່າ 31.2 ລ້ານຄົນ, ມີ ພະນັກງານຫຼາຍກວ່າ 100,000ຄົນທົ່ວໂລກ, ເເລະ ມີຜູ້ຖືຫຸ້ນປະມານ 9,000,000 ຄົນ. ກຸ່ມທະນາຄານ BRED Banque Populaire ຖືກກໍ່ຕັ້ງຂຶ້ນທົ່ວໂລກໂດຍມີສາຂາຕັ້ງທີ່ Horn of Africa (Djibouti), ພາກພື້ນເເປຊີຟິກ region (New-Caledonia, Vanuatu and the Fiji Islands) ແລະ ອາຊີຕະເວັນອອກສ່ຽງໃຕ້

ສາມາດອ່ານຂໍ້ມູນເພີ່ມເຕີມໄດ້ທີ່ www.bfl-bred.com ກ່ຽວກັບ ທະນາຄານລາວ – ຝຣັ່ງ

ກ່ຽວກັບ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ (ພຣູເດັນໂຊລ໌ ລາວ)

ພຣູເດັນໂຊລ໌ ລາວ ເລີ່ມຕົ້ນທຸລະກິດໃນເດືອນ ພຶດສະພາ 2016 ແລະ ນຳເອົາຜະລິດຕະພັນປະກັນໄພຊີວິດທີ່ແທດເໝາະກັບຄວາມຕ້ອງການໃນການປົກປ້ອງຄຸ້ມຄອງ ແລະ ການສະສົມທຶນຂອງຄົນລາວ. ໃນປະຈຸບັນ, ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ຈຳໜ່າຍຜະລິດຕະພັນປະກັນໄພຊີວິດຜ່ານ ທະນາຄານ ທົ່ວປະເທດ.

ສາມາດອ່ານຂໍ້ມູນເພີ່ມເຕີມໄດ້ທີ່ www.prudential.la ກ່ຽວກັບ ພຣູເດັນໂຊລ໌ ລາວ.

ສອບຖາມຂໍ້ມູນເພິ່ມເຕີມ ກະລຸນາຕິດຕໍ່:

ທະນາຄານ ລາວ – ຝຣັ່ງ

ໂທມັສ ໂຄແລັດ

ຫົວໜ້າຝ່າຍການຕະຫຼາດ ເເລະ ການສື່ສານ

thomas.courreges@bfl.la

+856 21 285 444

ບໍລິສັດ ພຣູເດັນໂຊລ໌ ລາວ

ວຽງວາດສະໜາ ວົງທອງຈິດ

ຫົວໜ້າຝ່າຍການຕະຫຼາດ

viengvatsana.vongthongchith@prudential.la

ໂທລະສັບ: +856 21 211 140, ມືຖື: +856 20 5551 5700