ແຈ້ງຂ່າວດີ! ມີ 7ບໍລິສັດຈະລົງທຶນຜະລິດຜ້າອັດປາກ-ດັງໃນລາວ ຄາດເລັ່ງໃຫ້ໄດ້ທົດລອງທ້າຍເດືອນນີ້

107

ໃນທ່າມກາງວິກິດພະຍາດໂຄວິດ-19 ລະບາດເຂົ້າມາປະເທດເຮົາ ບວກກັບຄວາມຕ້ອງການນໍາໃຊ້ອຸປະກອນການແພດ ໂດຍສະເພາະແມ່ນຜ້າອັດປາກ-ດັງ ຂອງຄົນລາວທີ່ມີຈໍານວນຫຼາຍຂຶ້ນ ຈົນເຮັດໃຫ້ການສະໜອງບໍ່ພຽງພໍ ເນື່ອງຈາກປະເທດເຮົາບໍ່ສາມາດຜະລິດເອງໄດ້.

ແນວໃດກໍ່ຕາມຫຼ້າສຸດນີ້ ທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ເຜີຍຕໍ່ນັກຂ່າວໃນໂອກາດຮ່ວມພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນວັນທີ 10 ເມສາ 2020 ວ່າ ມີ 7ບໍລິສັດແຈ້ງເຈດຈໍານົງມີຄວາມຕ້ອງການຢາກຜະລິດຜ້າອັດປາກ-ດັງໃນລາວ ເຊິ່ງໃນ 4ບໍລິສັດ ກໍາລັງຕິດຕັ້ງເຄື່ອງຈັກຢາກເຮັດການຜະລິດທົດລອງໃນທ້າຍເດືອນນີ້ໃຫ້ສໍາເລັດ.

ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວວ່າ: ນັບວ່າເປັນຂ່າວດີຕ້ອນຮັບປີໃໝ່ລາວເນື່ອງຈາກ ມີຜູ້ປະກອບການ 7ບໍລິສັດມີຄວາມຕ້ອງການຢາກຕິດຕັ້ງໂຮງງານຜະລິດຜ້າອັດປາກ-ດັງໃນລາວ ໂດຍມີທັງຜູ້ປະກອບການພາຍໃນ ແລະ ຕ່າງປະເທດດ ເຊິ່ງຈະສາມາດຜະລິດໄດ້ເຖິງ 6.400.000 ອັນຕໍ່ມື້, ທັງນີ້ 4ໃນ 7ບໍລິສັດນີ້ ຈະເລັ່ງຕິດຕັ້ງເຄື່ອງຈັກຢາກເຮັດການຜະລິດທົດລອງໃນທ້າຍເດືອນນີ້ໃຫ້ສໍາເລັດເພື່ອໃຫ້ຖ່ວງທັນກັບຄວາມຕ້ອງການຂອງຕະຫຼາດ.