ຮອງເຈົ້າຄອງ ເນັ້ນການຄ້າເອົາໃຈໃສ່ຈັດສັນຄວາມເປັນລະບຽບຂອງການຄ້າຂາຍ

111

ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ( ອຄ.ນວ ) ໄດ້ຈັດກອງປະຊຸມປຶກສາຫາລືໃນການຄຸ້ມຄອງລາຄາສິນຄ້າ, ການຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງການຄ້າຂາຍ ເພື່ອເຮັດໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການຄ້າຂາຍສິນຄ້າອຸປະໂພກ ແລະ ບໍລິໂພກ ລວມທັງການສະໜອງສິນຄ້າໃຫ້ພຽງພໍໃນໄລຍະທີ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 06/ນຍ.

ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 3 ເມສາ 2020 ທີ່ພະແນກ ອຄ.ນວ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີຫົວໜ້າພະແນກ ອຄ.ນວ, ຮອງຫົວໜ້າກົມການຄ້າພາຍໃນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຄ.ນວ ກ່າວວ່າ: ນະຄອນຫຼວງວຽງຈັນ ໄດ້ກໍານົດແຜນຄໍ້າປະກັນສະບຽງອາຫານໃນສະພາບການລະບາດຂອງພະຍາດໂຄວິດ – 19 ທີ່ຍັງແຜ່ຂະຫຍາຍເປັນວົງກວ້າງໃນຫຼາຍປະເທດທົ່ວໂລກ ແລະ ໄດ້ເຂົ້າມາລະບາດຢູ່ ສປປ ລາວ. ສະນັ້ນ, ເພື່ອຮັບມືໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ເຈົ້າໜ້າທີ່ຂະແໜງອຸດສາຫະກຳ ແລະ ການຄ້າ 9 ຕົວເມືອງ ໄດ້ເອົາໃຈໃສ່ໃນການລົງຕິດຕາມສະພາບການຄ້າຂາຍ ແລະ ສະໜອງສິນຄ້າຢ່າງເປັນ ປົກກະຕິ. ພ້ອມດຽວກັນນັ້ນ, ຂະແໜງອຸດສາຫະກຳ ແລະ ການຄ້າ ຈະໄດ້ກໍານົດຈຸດໃຫ້ບໍລິການຄ້າຂາຍສິນຄ້າຕື່ມ ເຊິ່ງໄດ້ຮ່າງເປັນແຜນຄໍ້າປະກັນສະບຽງອາຫານຢູ່ໃນນະຄອນຫຼວງວຽງຈັນ ໂດຍກໍານົດ 2 ເດືອນ ນັບແຕ່ເດືອນເມສາ – ພຶດສະພາ 2020 ເຊິ່ງແຜນດັ່ງກ່າວຈະໄດ້ປຶກສາຫາລືກັບພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ  ແລະ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ.

ໂອກາດດັ່ງກ່າວ ທ່ານ ອາດສະພັງທອງ ສີພັນດອນ ໄດ້ມີຄໍາເຫັນຊີ້ນໍາສະພາບໂດຍລວມຂອງການຈັດຕັ້ງປະຕິບັດຄໍາສັ່ງ 06/ນຍ ໃຫ້ມີປະສິດທິຜົນ ໂດຍສະເພາະການຈັດສັນຄວາມເປັນລະບຽບຂອງການຄ້າຂາຍ, ການເປີດ – ປິດຮ້ານຄ້າ ແລະ ຕະຫຼາດ, ມາດຕະການຕ່າງໆຂອງຊາວຄ້າຂາຍ ເພື່ອເຮັດແນວໃດຈະກໍານົດຈຸດຄ້າຂາຍທີ່ປອດໄພ. ພ້ອມດຽວກັນນັ້ນ, ກໍເພີ່ມ ຄວາມເອົາໃຈໃສ່ຕິດຕາມການລັກລອບນໍາເຂົ້າຜັກຈາກປະເທດເພື່ອນບ້ານ, ສ່ວນຕະຫຼາດຂາຍສິນຄ້າອິນຊີ ກໍໃຫ້ຂະແໜງການຄ້າສົມທົບກັບຂະແໜງກະສິກໍາເພີ່ມມາດຕະການຄວາມປອດໄພ ປ້ອງກັນ ໂຄວິດ – 19 ໂດຍສະເພາະແມ່ນການກໍານົດໄລຍະຫ່າງກັນ, ຄົ້ນຄວ້ານໍາໃຊ້ມາດຕະການຕໍ່ຜູ້ບໍ່ປະຕິບັດຄໍາສັ່ງເລກທີ 06/ນຍ, ໃຫ້ເຈົ້າໜ້າທີ່ການຄ້າສົມທົບກັບລັດວິສາຫະກິດສະບຽງອາຫານ ນະຄອນຫຼວງວຽງຈັນ ເພື່ອຍົກລະດັບການສະໜອງສະບຽງອາຫານຮັບປະກັນປະລິມານ ແລະ ຄຸນນະພາບ.

ຂ່າວ: ພຸດຕີ້ – ຂໍ້ມູນ ອຄ.ນວ