ສາຍການບິນທົ່ວໂລກຫຼຸດຖ້ຽວບິນຮຽກຮ້ອງລັດເຂົ້າມາຊ່ວຍ

83

ສາຍການບິນທົ່ວໂລກຈະຫຼຸດຖ້ຽວບິນ ແລະ ພະນັກງານລົງອີກຄຽງຄູ່ໄປກັບການຂໍຄວາມຊ່ຽວເຫຼືອຈາກລັດຖະບານເນື່ອງຈາກຫຼາຍປະເທດເຂັ້ມງວດຊາຍແດນຫຼາຍຂຶ້ນຈາກການລະບາດຢ່າງໄວວາຂອງໂຄວິດ-19.

ດ້ານສູນເພື່ອການບິນ ຊີເອພີເອເຕືອນວ່າ:ສາຍການບິນທົ່ວໂລກອາດຈະລົ້ມລະລາຍໃນທ້າຍເດືອນ ພະຈິກທີ່ຈະເຖິງນີ້ຫາກລັດຖະບານ  ແລະ ອຸດສາຫະກໍາການບິນບໍ່ຮ່ວມມືກັນຫາທາງຫຼີກເວັ້ນບໍ່ໃຫ້ເກີດຫາຍຍະນະດັ່ງກ່າວເນື່ອງຈາກຄວາມຕ້ອງການເດີນທາງທາງເຮືອບິນຂະນະນີ້ຫຼຸດໜ້ອຍຖອຍລົງຢ່າງທີ່ບໍ່ເຄີຍປາກົດມາກ່ອນ ແລະ ຍັງບໍ່ເຫັນທ່າທີວ່າຈະຟື້ນຄືນກັບມາສູ່ພາວະປົກກະຕິ.

ສາຍການບິນໃນອັງກິດຮຽກຮ້ອງໃຫ້ລັດຖະບານຊ່ວຍເຫຼືອເພື່ອໃຫ້ສາມາດຢູ່ລອດໄດ້,ຂະນະທີ່ ທີຢູໄອ ກຣຸບ ບໍລິສັດເດີນທາງ ແລະ ທ່ອງທ່ຽວຂ້າມຊາດຂອງເຢຍລະມັນ ແລະ ອັງກິດ ແລະ ສາຍການບິນເອສເອເອສຂອງສະແກນດີເນເວຍຈະຢຸດການດໍາເນີນວຽກງານສ່ວນໃຫຍ່ ແລະ ຍື່ນຂໍຄວາມຊ່ວຍເຫຼືອຈາກລັດຖະບານ.

ດ້ານໄອແລນແອກໍາລັງຫຼຸດພະນັກງານ ແລະ ເຈລະຈາກັບສະຫະພາບແຮງງານເລື່ອງຫຼຸດເງິນເດືອນລົງຂ້ອນຂ້າງຫຼາຍ,ຂະນະທີ່ສາຍການບິນນູແວນເຊລັງຈະຫຼຸດຖ້ຽວບິນໄລຍະໄກລົງ85%ໃນມໍ່ໆນີ້;ສ່ວນແຄວນຕັດຂອງອົດສະຕຣາລີຈະຫຼຸດຖ້ຽວບິນລົງອີກຫຼັງຈາກປະກາດຫຼຸດຖ້ຽວບິນລະຫວ່າງປະເທດໄປ1/4ເມື່ອອາທິດກ່ອນ.