ເທສະການອາຫານຝຣັ່ງ ຈະຈັດຂຶ້ນໃນທ້າຍເດືອນນີ້

87

ໃນວັນທີ 13 ມີນາ 2020 ສະຖານເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ໄດ້ຈັດງານຖະແຫຼງຂ່າວກ່ຽວກັບການຈັດງານເທສະການອາຫານຝຣັ່ງ ຂຶ້ນໃນວັນທີ 23 – 29 ມີນາ 2020 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຟລໍຮັອງ ຊັອງບລັອງ – ຣີສແລກ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາສື່ມວນຊົນ ແລະ ພໍ່ຄົວຈາກຮ້ານອາຫານທີ່ເຂົ້າຮ່ວມຈັດງານ.

ທ່ານ ນາງ ຟລໍຮັອງ ຊັອງບລັອງ – ຣີສແລກ ໄດ້ກ່າວວ່າ: ງານເທສະການອາຫານຝຣັ່ງເປັນງານທີ່ດີ ແລະ ມີຄຸນນະພາບ ໂດຍມີການຈັດງານສືບຕໍ່ເປັນປົກກະຕິໃນແຕ່ລະປີ ພ້ອມທັງມີຈໍານວນຮ້ານອາຫານທີ່ເຂົ້າຮ່ວມເພີ່ມຂຶ້ນທຸກປີ. ສໍາລັບເທສະການອາຫານຝຣັ່ງ ຄັ້ງທີ 6 ກະຊວງເອີຣົບ ແລະ ການຕ່າງປະເທດຝຣັ່ງ ໄດ້ເນັ້ນໃສ່ແນວຄວາມຄິດການພັດທະນາແບບຍືນຍົງຄືກັບປີຜ່ານມາ. ບັນດາຮ້ານອາຫານຝຣັ່ງ ທີ່ຢູ່ໃນ ສປປ ລາວ ແລະ ປະເທດອື່ນໆທົ່ວໂລກ ລ້ວນແຕ່ຄໍານຶງເຖິງການຫຼຸດຜົນກະທົບດ້ານສິ່ງແວດລ້ອມ ແລະ ເລືອກໃຊ້ແຕ່ຜະລິດຕະພັນທ້ອງຖິ່ນທີ່ດີທີ່ສຸດ ເພາະບັນຫາສິ່ງແວດລ້ອມ ແລະ ການສົ່ງເສີມຜະລິດຕະພັນທ້ອງຖິ່ນກໍເປັນ ບັນຫາສໍາຄັນໃນ ສປປ ລາວ ເຊັ່ນດຽວກັນ.

ໃນແຕ່ລະປີການຈັດງານເທສະການອາຫານຝຣັ່ງ ຈະສົ່ງເສີມ ຫຼື ໃຫ້ກຽດທ້ອງຖິ່ນໃດໜຶ່ງຂອງຝຣັ່ງ ໃນປີນີ້ແມ່ນເລືອກເອົາເຂດ Centre – Val de Loire ຫຼື ເອີ້ນວ່າ: “ Jardin de France ”. ສະນັ້ນ, ປີນີ້ພໍ່ຄົວໃຫຍ່ທຸກຄົນຈະໄດ້ສ້າງສັນອາຫານຂອງຕົນ ໂດຍໄດ້ແຮງບັນດານໃຈມາຈາກເຂດດັ່ງກ່າວ ເຊິ່ງເປັນຂົງເຂດທີ່ມີຮູບແບບການດໍາລົງຊີວິດແບບສະບາຍບໍ່ຮີບຮ້ອນ ແລະ ຮູບແບບດໍາລົງຊີວິດຕາມແຄມແມ່ນໍ້າ.

ສຸດທ້າຍຂໍເຊີນຊວນບັນດາທ່ານໄປສໍາຜັດ ຫຼື ຊີມລົດຊາດອາຫານຝຣັ່ງ ຈາກພໍ່ຄົວໃຫຍ່ທັງ 6 ຄົນ ໂດຍຈະເລີ່ມແຕ່ວັນທີ 23 ຫາ 29 ມີນາ 2020 ທີ່ຮ້ານອາຫານ Ia Signature, I’Atmo, Bistro 22, I’Adresse, Paradlce ແລະ You Na.