ທ່າແຕງ ພົບ 9 ຄອບຄົວ ບຸກລຸກເນື້ອທີ່ປ່າໄມ້

137

ປີ 2019 ຜ່ານມາ ເຈົ້າໜ້າທີ່ເມືອງທ່າແຕງ ແຂວງເຊກອງ ພົບເຫັນປະຊາຊົນ 50 ຄອບຄົວບຸກລຸກທໍາລາຍປ່າໄມ້ ຕົກມາປີ 2020 ຍັງພົບອີກ 9 ຄອບຄົວ.

ທ່ານ ວຽງສະໝອນ ຈັນເບັງແສງ ຄະນະຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງທ່າແຕງ ກ່າວໃນກອງປະຊຸມປຶກສາຫາລືວິທີການແກ້ໄຂ ແລະ ສະກັດກັ້ນການບຸກລຸກເນື້ອທີ່ປ່າໄມ້ໃນຂອບເຂດທົ່ວເມືອງໃນທ້າຍອາທິດຜ່ານມາວ່າ: ນັບແຕ່ເດືອນມັງກອນປີນີ້ພະນັກງານວິຊາການ ໄດ້ລົງເຜີຍແຜ່ແຈ້ງການແນະນໍາຂອງທ່ານເຈົ້າເມືອງທ່າແຕງ ແລະ ນິຕິກໍາຕ່າງໆ ກ່ຽວກັບການສະກັດກັ້ນ ແລະ ຢຸດຕິການບຸກລຸກປ່າໄມ້ໃນທຸກບ້ານທົ່ວເມືອງທ່າແຕງ ໂດຍມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 236 ຄົນ, ພາຍຫຼັງປະຊາຊົນໄດ້ຮັບຮູ້ເຂົ້າໃຈຕໍ່ກັບນິຕິກໍາຕ່າງໆແລ້ວ ຍັງປາກົດເຫັນປະຊາຊົນຈໍານວນໜຶ່ງໄດ້ບຸກລຸກທໍາລາຍປ່າໄມ້ຕາມຂອບເຂດປ່າຫ້ວຍໂລ ໃນປີ 2019 ມີ 50 ຄອບຄົວ. ໃນນັ້ນມີ 3 ບ້ານ ຄື: ບ້ານຈະຫຼາມເກົ່າ, ບ້ານຈະຫຼາມໃໝ່ ແລະ ບ້ານຈະກໍາໃຫຍ່, ສ່ວນຫຼາຍແມ່ນຄອບຄົວທຸກຍາກທີ່ລະເມີດຕໍ່ກົດໝາຍ, ປີ 2020 ກວດພົບຜູ້ລະເມີດ ມີ 9 ຄອບຄົວ, ມີ 2 ບ້ານ ຄື: ບ້ານຈະຫຼາມເກົ່າ ແລະ ບ້ານຈະຫຼາມໃໝ່.

ນອກນີ້, ໄດ້ກວດພົບເຫັນຮ່ອງຮອຍບຸກລຸກຖາງປ່າເຂດສວນອະນຸຮັກພືດຊີວະນາໆພັນທີ່ເປັນຢາປິ່ນປົວ, ເຂດປ່າປ້ອງກັນພູຈວມ, ເຂດຍອດນໍ້າຫົວເຊໂດນຖືກທໍາລາຍຈໍານວນໜຶ່ງ ສາມາດກວດກາປະເມີນຄຸນນະພາບໄມ້ຕັບ – ໄມ້ກິໂລທີ່ຢຶດໃນເມື່ອກ່ອນຄືນໃໝ່ ທີ່ເກັບໄວ້ຢູ່ໃນກອງບັນຊາການທະຫານເມືອງ ຈໍານວນ 138 ຕັບ ຍັງຄົບຕາມບໍລິມາດປະເມີນຄຸນນະພາບໄດ້ 95%, ຢູ່ກອງບັນຊາການປ້ອງກັນ ຄວາມສະຫງົບເມືອງ ມີຈໍານວນ 42 ຕັບ ຍັງຄົບຕາມບໍລິມາດປະເມີນຄຸນນະພາບໄດ້ 80%; ພ້ອມທັງສ້າງບົດບັນທຶກກັບໂຮງງານປຸງແຕ່ງມັນຕົ້ນໃຫ້ຢຸດຕິການເກັບຊື້ໄມ້ຟືນຈົນກວ່າມີນິຕິກໍາ ແລະ ໄດ້ຮັບອະນຸຍາດຕາມລະບຽບຫຼັກການ ຈຶ່ງສາມາດດໍາເນີນກິດຈະການໄດ້.

ຈາກສະພາບການດັ່ງກ່າວ ຄະນະນໍາແຕ່ລະຂະແໜງການກ່ຽວຂ້ອງຂັ້ນເມືອງ ແລະ ຂັ້ນບ້ານ ໄດ້ວາງມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອແກ້ໄຂບັນຫາປະຊາຊົນທີ່ບຸກລຸກເນື້ອທີ່ປ່າໄມ້ຢູ່ພາຍໃນເມືອງ, ໂດຍມີການຮ່ວມມືການສະກັດກັ້ນ, ການລ່າ, ຂຸດຄົ້ນໄມ້, ເຄື່ອງປ່າຂອງດົງ ແລະ ສັດນ້ຳ – ສັດປ່າທີ່ຜິດກົດໝາຍ, ສະກັດກັ້ນການດັບມອດໄຟລາມປ່າ ພ້ອມທັງໄດ້ປະສານສົມທົບໃນການກວດກາ ແລະ ແກ້ໄຂຮ່ວມກັນ, ພ້ອມນຳເອົາຜູ້ຖືກຫາມາດຳເນີນຄະດີຕາມລະບຽບກົດໝາຍ.

[ ໂດຍ ພອນ ບຸນອຸທິດ ]