ໂຄວິດ-19 ກະທົບຂະແໜງທ່ອງທ່ຽວໜັກຮຽກຮ້ອງພາກລັດມີນະໂຍບາຍຊ່ວຍ

183
Stranded passengers wait at the check-in area at the Suvarnabhumi International Airport in Bangkok on February 28, 2019. - Thai airways cancelled 11 European-bound flights after Pakistan closed its airspace as tensions with India mount, the carrier said February 28, a move affecting thousands of passengers at the height of the country's busy tourist season. (Photo by Lillian SUWANRUMPHA / AFP) (Photo credit should read LILLIAN SUWANRUMPHA/AFP via Getty Images)

ເຖິງແມ່ນວ່າ ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອພະຍາດ ໂຄວິດ – 19 ກໍຕາມ ຫຼາຍປະເທດຍັງຄົງປະເຊີນໜ້າກັບຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ຫຼາຍປະເທດອອກແຈ້ງການໂຈະການເດີນທາງອອກນອກປະເທດ ຈົນສົ່ງຜົນກະທົບອັນໃຫຍ່ຫຼວງໃຫ້ກັບຂະແໜງການທ່ອງທ່ຽວທີ່ຕ້ອງແບກຮັບ.

ຄ່າໃຊ້ຈ່າຍໃນແຕ່ລະມື້ ໂດຍທີ່ລາຍຮັບຫຼຸດລົງຢ່າງຕໍ່ເນື່ອງ. ດັ່ງນັ້ນ, ຈຶ່ງສະເໜີໃຫ້ພາກລັດພິຈາລະນານະໂຍບາຍຕ່າງໆເຂົ້າຊ່ວຍເຫຼືອ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ຄັດຕະພອນ ພົມມະປັນຍາ ປະທານສະມາຄົມນັກທຸລະກິດໜຸ່ມ ແຂວງ ຫຼວງພະບາງ ໃຫ້ສຳພາດວ່າ: ພາຍຫຼັງການລະບາດຂອງພະຍາດ ໂຄວິດ – 19 ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ທຸກຂະແໜງທຸລະກິດທີ່ປິ່ນອ້ອມຂະແໜງທ່ອງທ່ຽວ ເຊັ່ນ: ຂະແໜງຂົນສົ່ງບໍລິການນັກທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານຖືກຍົກເລີກການສັ່ງຈອງຢ່າງກະທັນຫັນ ແລະ ບໍ່ມີກຳນົດ, ຮ້ານຂາຍເຄື່ອງທີ່ລະນຶກ ແລະ ຂາຍເຄື່ອງອື່ນໆ ຮັບໃຊ້ນັກທ່ອງທ່ຽວ ແລະ ທົ່ວໄປ ຍອດຂາຍຫຼຸດລົງ ປະມານ 50% ເມື່ອທຽບໃສ່ປີຜ່ານມາ ແລະ ມີທ່າອ່ຽງຍອດຂາຍ ແລະ ຍອດການສັ່ງຈອງໂຮງແຮມຈະຫຼຸດລົງເລື້ອຍໆ ທ່າມກາງການລະບາດຂອງ ໂຄວິດ – 19 ທີ່ເພີ່ມຂຶ້ນໃນບັນດາປະເທດຕ່າງໆໃນໂລກ ແລະ ຄວາມສ່ຽງທີ່ມີຕໍ່ປະເທດລາວພວກເຮົາກໍເພີ່ມຂຶ້ນເລື້ອຍໆ.

ສະນັ້ນ, ຈຶ່ງຂໍສະເໜີໃຫ້ພາກລັດຍົກເລີກການເກັບອາກອນລາຍໄດ້, ອາກອນອື່ນໆທີ່ປິ່ນອ້ອມທຸກຂະແໜງທຸລະກິດທີ່ໄດ້ຮັບຜົນກະທົບໂດຍທາງກົງ ແລະ ທາງອ້ອມ ໂດຍກຳນົດເປັນໄລຍະ 3 ເດືອນ, 6 ເດືອນ, 1 ປີ ຫຼື ຈົນກວ່າພະຍາດລະບາດໄດ້ຮັບການແກ້ໄຂ ແລະ ທຸລະກິດເລີ່ມມີການຟື້ນຕົວ ແລະ ມີລາຍຮັບເຂົ້າມາເພື່ອເຮັດໃຫ້ຂະແໜງດັ່ງກ່າວມີຄວາມຍືນຍົງ ແລະ ພົ້ນຜ່ານວິກິດຄັ້ງນີ້.

ທ່ານ ນາງ ດວງມາລາ ພົມມະວົງ ຜູ້ອຳນວຍການ ບໍລິສັດ ທ່ອງທ່ຽວເອັກໂຊ ໃຫ້ສຳພາດວ່າ: ການລະບາດຂອງພະຍາດ ໂຄວິດ – 19 ໄດ້ສົ່ງຜົນກະທົບຕໍ່ຂະແໜງການທ່ອງທ່ຽວລາວຫຼາຍພໍສົມຄວນ, ເຖິງວ່າ ສປປ ລາວ ຍັງບໍ່ທັນພົບກໍລະນີຕິດເຊື້ອໃດກໍຕາມ ແຕ່ໃນໄລຍະຜ່ານມານັກທ່ອງທ່ຽວສ່ວນຫຼາຍມາຈາກປະເທດທີ່ມີການລະບາດ ເຊິ່ງລັດຖະບານປະເທດເຫຼົ່ານັ້ນໄດ້ຫ້າມປະຊາຊົນອອກເດີນທາງທ່ອງທ່ຽວຕ່າງປະເທດ. ນອກຈາກນີ້, ນັກທ່ອງທ່ຽວທີ່ເຂົ້າມາລາວສ່ວນຫຼາຍເດີນທາງຜ່ານປະເທດອ້ອມຂ້າງ ເຊັ່ນ: ໄທ ແລະ ຫວຽດນາມ ເຊິ່ງເປັນປະເທດທີ່ພົບຜູ້ຕິດເຊື້ອແລ້ວ. ສະນັ້ນ, ຈຶ່ງເຮັດໃຫ້ນັກທ່ອງທ່ຽວຫຼຸດລົງຫຼາຍພໍສົມຄວນ.

ສຳລັບ ບໍລິສັດ ທ່ອງທ່ຽວເອັກໂຊ ໄດ້ຮັບຜົນກະທົບຫຼາຍສົມຄວນ ໂດຍເລີ່ມຕັ້ງແຕ່ທ້າຍເດືອນທັນວາ 2019 ເປັນຕົ້ນມາ ລາຍຮັບຂອງບໍລິສັດຫຼຸດລົງຢ່າງຕໍ່ເນື່ອງ ເຊັ່ນ: ເດືອນທັນວາ ຫຼຸດລົງ 20%, ເດືອນມັງກອນ 2020 ຫຼຸດລົງ 40% ແລະ ເດືອນກຸມພາ 60% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ຄາດວ່າປີ 2020 ບໍລິສັດທ່ອງທ່ຽວຈະໄດ້ຮັບຜົນກະທົບຕໍ່ລາຍຮັບຢ່າງໜ້ອຍ 20% ເພາະການລະບາດຂອງພະຍາດດັ່ງກ່າວເກີດຂຶ້ນໃນໄລຍະລະດູທ່ອງທ່ຽວ ( High Season ) ລະຫວ່າງເດືອນຕຸລາ ຫາ ພຶດສະພາ ທີ່ມີນັກທ່ອງທ່ຽວມາທ່ຽວລາວຫຼາຍທີ່ສຸດຂອງທຸກໆປີ.

ນອກນັ້ນ, ທ່ານ ນາງ ດວງມາລາ ພົມມະວົງ ຍັງກ່າວຕື່ມວ່າ: ເພື່ອເຮັດໃຫ້ຂະແໜງການທ່ອງທ່ຽວລາວຜ່ານວິກິດນີ້ໄດ້ພາກລັດຕ້ອງມີນະໂຍບາຍປະຄັບປະຄອງ.