ເຕັກນິກການຮຽນວິຊາຟີຊິກສາດ ໃຫ້ເກັ່ງໂດຍບໍ່ຕ້ອງທ່ອງຈຳ

151

ວິຊາຟີຊິກສາດ ເປັນວິຊາໜຶ່ງທີ່ບັນດານັກຮຽນສາຍສາມັນ ໂດຍສະເພາະແມ່ນນັກຮຽນຊັ້ນມັດທະຍົມປາຍມີບັນຫາຫຼາຍທີ່ສຸດ ເພາະມີຫຼາຍຄົນບໍ່ຮູ້ວິທີການຮຽນທີ່ຖືກຕ້ອງຈຶ່ງເຮັດໃຫ້ບໍ່ເຂົ້າໃຈບົດຮຽນເລີຍ ແລະ ຮູ້ສຶກວ່າວິຊາຟີຊິກສາດເປັນວິຊາທີ່ຍາກ, ແຕ່ໃນຄວາມເປັນຈິງແລ້ວຖ້ານ້ອງໆເຂົ້າໃຈຫຼັກການ ແລະ ໝັ່ນຝຶກຝົນກໍຈະເຮັດໃຫ້ນ້ອງໆຮຽນເກັ່ງໄດ້ຄືກັນ. ສະນັ້ນ, ມື້ນີ້ພວກເຮົາໄດ້ນຳເອົາ 6 ເຕັກນິກ ທີ່ຈະຊ່ວຍໃຫ້ນ້ອງໆຮຽນເກັ່ງວິຊາຟີຊິກສາດ ມາຝາກດັ່ງນີ້:

1 ເນັ້ນການເຂົ້າໃຈບໍ່ຕ້ອງທ່ອງຈຳ: ວິຊາຟີຊິກກສາດບໍ່ແມ່ນວິຊາທ່ອງຈຳ. ສະນັ້ນ, ຈຶ່ງຫ້າມທ່ອງຈຳເດັດຂາດ ເພາະວິຊານີ້ເນັ້ນການເຂົ້າໃຈ ແລະ ປະຍຸກໃຊ້. ດັ່ງນັ້ນ, ນ້ອງໆຕ້ອງອ່ານໃຫ້ເປັນ, ວາດຮູບໃຫ້ອອກເພາະໂຈດຈະມີການປ່ຽນແປງຢູ່ຕະຫຼອດ.

2 ໝັ່ນຝຶກຝົນທັກສະການຄຳນວນ: ນ້ອງນັກຮຽນເຄີຍສັງເກດບໍ່ວ່າຄົນທີ່ຮຽນເກັ່ງຟີຊິກສາດ ຈະເກັ່ງວິຊາຄະນິດສາດໄປພ້ອມກັນ ເພາະ 2 ວິຊານີ້ມີການຄຳນວນຄ້າຍຄືກັນ, ທຸກຢ່າງຕ້ອງໃຊ້ການຝຶກຝົນຈຶ່ງຈະເກັ່ງ ແລະ ຊຳນານ.

3 ຝຶກແກ້ໂຈດຫຼາຍໆ: ການແກ້ໂຈດຫຼາຍໆເປັນຄຳທີ່ພໍ່ແມ່ ແລະ ຄູ – ອາຈານບອກນັກຮຽນຕະຫຼອດເວລາ ແລະ ບໍ່ເຄີຍຜິດ ເພາະທຸກຢ່າງໃນວິຊາຟີຊິກສາດ ຈະກ່ຽວຂ້ອງກັບວິຊາເລກ ແລະ ສະຫຼັບໄປ – ມາໄດ້ສະເໝີອາດຈະມີຈຸດແຕກຕ່າງ, ແຕ່ຖ້າເຮົາໝັ່ນແກ້ໂຈດຫຼາຍໆໝັ້ນໃຈວ່າຈະສາມາດແກ້ຈຸດທີ່ແຕກຕ່າງນັ້ນໄດ້ແນ່ນອນ ໂດຍເລີ່ມຝຶກແກ້ໂຈດທີ່ງ່າຍຂຶ້ນໄປຫາລະດັບຍາກ.

4 ເຂົ້າໃຈທີ່ມາຂອງສູດ: ການທີ່ນ້ອງໆເຂົ້າໃຈທີ່ມາຂອງສູດຕ່າງໆນັ້ນຈະຊ່ວຍໃຫ້ສາມາດຈື່ສູດນັ້ນໄດ້ດີຂຶ້ນ ຫຼື ຖ້າຫາກວ່າລືມກໍສາມາດທີ່ຈະພິສູດແກ້ດ້ວຍຕົນເອງໄດ້ເລີຍ ເປັນການຫຼຸດປະລິມານເນື້ອໃນທີ່ຕ້ອງຈື່ຈຳໄປໄດ້ຫຼາຍເລີຍ.

5 ຫາເປົ້າໝາຍສ້າງແຮງບັນດານໃຈ: ໃນການຮຽນເປັນເລື່ອງທີ່ຫຼາຍຄົນເບິ່ງຂ້າມ ບໍ່ແມ່ນແຕ່ວິຊາຟີຊິກສາດ ເທົ່ານັ້ນ, ແຕ່ໃຊ້ໄດ້ກັບທຸກວິຊາເບິ່ງເປົ້າໝາຍໃຫຍ່ໆ ເຊັ່ນ: ຄະແນນສະເລ່ຍປະຈຳເດືອນ, ປະຈຳປີ, ຄະນະທີ່ເຮົາຢາກເຂົ້າຮຽນ, ວຽກທີ່ຢາກເຮັດ ລວມທັງເປົ້າໝາຍນ້ອຍໆ ເຊັ່ນ: ເວລາແກ້ບົດຝຶກຫັດຕ້ອງຕັ້ງເປົ້າໄວ້ວ່າຈະຕ້ອງແກ້ໂຈດໃຫ້ຖືກຢ່າງໜ້ອຍຈັກຂໍ້ ຖ້າເຮັດໄດ້ກໍໃຫ້ລາງວັນນ້ອຍໆແກ່ຕົນເອງກໍຈະເຮັດໃຫ້ມີກຳລັງໃຈເພີ່ມຂຶ້ນ.

6 ຫາຄົນເກັ່ງໆມາຊ່ວຍສອນ: ສຸດທ້າຍຖ້າຮຽນຢູ່ໃນໂຮງຮຽນກໍບໍ່ເຂົ້າໃຈ, ກັບມາອ່ານທົບທວນເອງຢູ່ເຮືອນກໍຍັງບໍ່ເຂົ້າໃຈ ລອງຊອກຫາເພື່ອນເກັ່ງໆຈັກຄົນ ຫຼື ໄປຮຽນເພີ່ມພິເສດໃນໂຮງຮຽນທີ່ສອນຟີຊິກສາດ ເຊິ່ງອາຈານແຕ່ລະທ່ານກໍຈະມີເຕັກນິກທີ່ຕ່າງກັນອອກໄປ, ບາງຢ່າງອາດຊ່ວຍໃຫ້ເຮົາເຂົ້າໃຈງ່າຍຂຶ້ນແບບທີ່ນ້ອງໆຄາດບໍ່ເຖິງ.

( ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: boostup )