ມະລາວັນ ແມັດຕີ້ໂດ ໄດ້ຮັບລາງວັນ ຜູ້ກໍາກັບດີເດັ່ນ ຈາກເວທີລະດັບໂລກ

190

ເປັນເລື່ອງທີ່ໜ້າຍິນດີ ທີ່ຍິງສາວລາວຄົນນີ້ ມະລາວັນ ແມັດຕີ້ໂດ ຜູ້ກໍາກັບຍິງທີ່ສ້າງຊື່ສຽງໃຫ້ກັບວົງການຮູບເງົາລາວ ກໍຄືພາຮູບເງົາລາວກ້າວສູ່ເວທີລະດັບໂລກ ຈາກຮູບເງົາເລື່ອງ “ຈັນທະລີ” ມາແລ້ວກ່ອນໜ້ານີ້.

ແລະ ຫຼ້າສຸດຫວ່າງບໍ່ດົນມານີ້ ແມັດຕີ້ໂດ ກໍໄດ້ມີຊື່ເຂົ້າຊີງລາງວັນ ຜູ້ກຳກັບດີເດັ່ນ ຈາກເວທີ ລະດັບໂລກນັ້ນກໍຄື The Boston SciFi Festival Awards ພ້ອມທັງມີນັກສ້າງຮູບເງົາຊື່ດັງຫຼາຍປະເທດທົ່ວໂລກເຂົ້າຊີງເຊັ່ນດຽວກັນ.

ຈົນໃນທີ່ສຸດ ແມັດຕີ້ໂດ ກໍສາມາດຄວ້າລາງວັນ ສາຂາຜູ້ກຳກັບດີເດັ່ນ ຈາກຮູບເງົາເລື່ອງ “ບໍ່ມີວັນຈາກ The Long Walk” ເປັນອີກໜື່ງຮູບເງົາລາວທີ່ມີຄຸນະພາບ ແລະ ໄດ້ສາຍສູ່ເວທີລະດັບໂລກ ເຊັ່ນດຽວກັນ.

ມະລາວັນ ແມັດຕີ້ໂດ ເປັນຄົນລາວຍິງລາວທີ່ຢູ່ປະເທດອາເມລິກາ ເປັນຄົນໜຶ່ງທີ່ເຊື່ອວ່າ “ໃຜກໍເປັນຜູ້ກໍາກັບໄດ້ ຂໍພຽງກ້າລົງມືເຮັດ”, ບໍ່ຮຽນສ້າງຮູບເງົາແຕ່ເປັນຜູ້ກໍາກັບໄດ້ ເພາະຄວາມຮູ້ບໍ່ໄດ້ຢູ່ໃນໂຮງຮຽນ ແລະ ແມ່ຍິງຄົນນີ້ກໍຄືຄົນທີ່ບໍ່ຮູ້ຈັກຄໍາວ່າ “ຍາກ” ໃນການເຮັດວຽກ.

ຍ້ອນແນວນີ້ ຈຶ່ງເຮັດໃຫ້ແມັດຕີ້ໂດປະສົບຄວາມສໍາເລັດໄດ້ຄືທຸກມື້ນີ້ ກັັບຜົນງານທີ່ຜ່ານມາ ຢ່າງຮູບເງົາເລື່ອງ “ນ້ອງຮັກ” (Dearest Sister) ທີ່ອອກສາຍໃນເວທີລະດັບໂລກ ແລະ ຍັງຄວ້າລາງວັນມາແລ້ວຫຼາຍເວທີ ເຊິ່ງເປັນສິ່ງທີ່ຢັ້ງຢືນໄດ້ວ່າຜົນງານຂອງແມ່ຍິງຄົນນີ້ບໍ່ທໍາມະດາອີຫຼີ…

ພ້ອມກັນນັ້ນຍັງໄດ້ເຜີຍແຜ່ຮູບເງົາລາວສູ່ສາຍຕາຊາວໂລກນໍາອີກ ເຊິ່ງສະແດງໃຫ້ເຫັນວ່າ ຮູບເງົາລາວກໍສາມາດກ້າວສູ່ເວທີສາກົນໄດ້!

ນັ້ນມັນເປັນສິ່ງທີ່ສະແດງໃຫ້ເຫັນວ່າທຸກຄົນມີພອນສະຫວັນ, ພອນສະແຫວງ ຄວາມສາມາດເປັນຂອງຕົນເອງຢູ່ແລ່ວ ພຽງແຕ່ເຮົາຮັກ ແລ້ວລົງມືເຮັດ ຢ່າງຈິງຈັງ ແລະ ບໍ່ຫຍໍ້ທໍ້ ເຮົາກໍຈະກ້າວເຖິງຝັນນັ້ນໄດ້ໃນວັນໜຶ່ງ.

ຂອບໃຈຮູບພາບຈາກເຟສບຸກ: Mattie Do
ຂໍ້ມູນເບື້ອງຕົ້ນຈາກ: https://www.kuanjailao.com/