ເຄັດລັບການຮຽນເກັ່ງຂອງບັນດາຫົວກະທິໃນຫ້ອງຮຽນ

146

ຖ້າເວົ້າເຖິງຫົວກະທິແລ້ວຕ້ອງບອກວ່າໃຊ້ປຸງແຕ່ງອາຫານໄດ້ຫຼາຍຢ່າງ, ແຕ່ຫົວກະທິທີ່ພວກເຮົາໝາຍເຖິງນີ້ກໍຄືເດັກທຳມະດາທີ່ປຽບເໝືອນຫົວຂອງກະທິ ຄືການຄັ້ນເອົາ ຄວາມມັນຂອງກະທິທັງໝົດມາລວມເປັນຫົວກະທິ ເອີ້ນຫຍໍ້ໆວ່າ “ ຫົວກະທິ ” ນັ້ນເອງ. ແລ້ວການທີ່ຈະເປັນຫົວກະທິໄດ້ນັ້ນຕ້ອງມີເຄັດລັບ ແລະ ຂະບວນການຄືແນວໃດ? ມື້ນີ້ພວກເຮົາໄດ້ນຳເອົາ 10 ວິທີຮຽນຂອງບັນດານັກຮຽນດີ – ນັກຮຽນເກັ່ງມາຝາກໃຫ້ແກ່ນ້ອງໆນັກຮຽນ ດັ່ງນີ້:

1 ຊີວິດຕ້ອງມີເປົ້າໝາຍຊັດເຈນ: ນ້ອງໆຕ້ອງວາງເປົ້າໝາຍກ່ອນວ່າເຮົາຕ້ອງການຢືນຢູ່ຈຸດໃດຂອງການຮຽນ ປຽບທຽບຄືກັບພູເຂົາວ່າເຮົາຈະເລືອກຢືນຢູ່ຍອດພູ, ກາງພູ ຫຼື ຕີນພູ, ຖ້ານ້ອງໆຢາກຮຽນເກັ່ງໃຫ້ໄດ້ຄະແນນເຕັມ 10 ຂອງຫ້ອງກໍຄ່ອຍໆໄຕ່ລະດັບຂຶ້ນໄປເລື້ອຍໆຈົນກວ່າຈະເຖິງຍອດພູ, ການວາງເປົ້າໝາຍບໍ່ແມ່ນການກົດດັນຕົວເອງແຕ່ເປັນການວາງແຜນເພື່ອພະຍາຍາມໄປໃຫ້ເຖິງຈຸດນັ້ນ ດ້ວຍການລົງມືເຮັດຢ່າງໝັ້ນຄົງ ແລະ ຮູ້ໜ້າທີ່ວ່າເຮົາຄວນເຮັດຫຍັງຈະໄດ້ບໍ່ເປັນພຽງຄວາມຝັນລອຍໆ.

2 ຮູ້ຈັກວາງແຜນການຮຽນ: ການວາງແຜນການຮຽນໂດຍຈັດຮູບແບບຕາຕະລາງ ຫຼື ປະຕິທິນການຮຽນ ນັບເປັນເຄື່ອງມືຊັ້ນຍອດທີ່ເຮັດໃຫ້ຫຼາຍໆຄົນປະສົບຄວາມສຳເລັດມາແລ້ວ, ນ້ອງໆອາດໃສ່ເປັນຂໍ້ມູນເບິ່ງກ່ອນເພື່ອບອກໃຫ້ຮູ້ວ່າ 1 ອາທິດເຮົາມີແຜນຈະເຮັດຫຍັງແດ່ ເຊັ່ນ: ອ່ານປຶ້ມ, ເຮັດບົດລາຍງານ, ທວນບົດຮຽນຄືນ ຫຼື ອື່ນໆ ເພາະການວາງແຜນລ່ວງໜ້າຈະຊ່ວຍເຕືອນຄວາມຈຳນ້ອງໆ ກ່ຽວກັບສິ່ງທີ່ຈຳເປັນຕ້ອງເຮັດ ໂດຍສະເພາະແມ່ນນັກຮຽນ ມ.ປາຍ ທີ່ມີຫຼາຍໆຢ່າງຕ້ອງເຮັດພ້ອມໆກັນ ແລ້ວນ້ອງໆຈະພົບວ່າທຸກຢ່າງໃນຊີວິດເຮົາເປັນລະບຽບຫຼາຍຂຶ້ນ.

3 ແບ່ງເວລາໃຫ້ເປັນ: ຄົນຮຽນເກັ່ງມັກຈັດການກັບຊີວິດຕົວເອງແບບງ່າຍໆ ພຽງແຕ່ຮູ້ຈັກແບ່ງເວລາໃຫ້ເປັນຄື: ຮຽນເວລາຫຼິ້ນ, ຫຼິ້ນເວລາທົບທວນ, ທົບທວນແລ້ວຈະຮຽນເກັ່ງອັນດັບໜຶ່ງ ບໍ່ຈຳເປັນຕ້ອງອ່ານປຶ້ມຕະຫຼອດເວລາ ຫຼື ຝຶກແກ້ໂຈດທຸກຄັ້ງທີ່ມີເວລາວ່າງ, ແຕ່ນ້ອງໆຄວນຮູ້ໜ້າທີ່ວ່າເວລານີ້ຄວນເຮັດຫຍັງ, ບາງຄົນອ່ານປຶ້ມແຕ່ 6 ໂມງແລງ ຮອດ 6 ໂມງເຊົ້າ ຫຼື ບາງຄົນຫຼິ້ນເກມຈົນຊອດແຈ້ງ ເພາະສິ່ງທີ່ເຮັດຫຼາຍເກີນໄປບໍ່ແມ່ນເລື່ອງດີ ແລະ ສິ່ງທີ່ໜ້ອຍເກີນໄປກໍບໍ່ແມ່ນເລື່ອງດີເຊັ່ນກັນ ນ້ອງໆຕ້ອງກຳນົດເວລາໃຫ້ພໍດີກັບທຸກຢ່າງ.

4 ເວລາຮຽນຕ້ອງຕັ້ງໃຈຟັງ: ທຸກຄຳເວົ້າທີ່ຄູສອນໃນຫ້ອງຮຽນທັງເລື່ອງໃນບົດຮຽນ ຫຼື ນອກບົດຮຽນ ນ້ອງໆຄວນຄິດຕາມ ແລະ ພະຍາຍາມທຳຄວາມເຂົ້າໃຈໄປພ້ອມກັນ, ສິ່ງທີ່ເພື່ອນຮຽນເກັ່ງກໍຄືຄວາມເອົາໃຈໃສ່ ແລະ ມີສະຕິຈົດຈໍ່ຢູ່ກັບການຮຽນ, ຖ້າຮູ້ຈັກພັດທະນາສັກກະຍະພາບຕັ້ງແຕ່ໃນຫ້ອງຮຽນດ້ວຍການເກັບຄວາມຮູ້ເຕັກນິກ ຫຼື ສິ່ງທີ່ຄູເນັ້ນຢໍ້າເລື້ອຍໆໃຫ້ໄດ້ທຸກຢ່າງ ນ້ອງໆຈະຄົ້ນພົບເອງວ່າການຮຽນບໍ່ແມ່ນເລື່ອງຍາກ ຖ້າເຮົາຕັ້ງໃຈຟັງຈົນເຂົ້າໃຈຕັ້ງແຕ່ຢູ່ໃນຫ້ອງພໍກັບມາທົບທວນຄືນອີກຄັ້ງສິ່ງທີ່ເຮົາເຂົ້າໃຈກໍຍັງຄົງຢູ່ກັບເຮົາ ແລະ ສິ່ງທີ່ຢູ່ໃນຂໍ້ສອບກໍລ້ວນແຕ່ອອກມາຈາກສິ່ງທີ່ຄູສອນທັງນັ້ນ.

5 ຈົດສະຫຼຸບດ້ວຍຕົນເອງ: ຄວາມເຂົ້າໃຈຈາກຄົນອື່ນກໍສູ້ຄວາມເຂົ້າໃຈຈາກຕົວເຮົາເອງບໍ່ໄດ້ ແລະ ການທີ່ຢືມປຶ້ມຈາກຄົນອື່ນກໍບໍ່ສູ້ປຶ້ມທີ່ຕົນເອງຂຽນບໍ່ໄດ້. ຈາກປະສົບການຂອງນັກຮຽນເກັ່ງຫຼາຍຄົນ ແຕ່ລະຄົນຈະມີວິທີຮຽນທີ່ແຕກຕ່າງກັນໄປ ບາງຄົນຖະໜັດອ່ານແບບສະສົມ ແລະ ຄ່ອຍຈົດສະຫຼຸບໄປເລື້ອຍໆ, ບາງຄົນເກັບໄວ້ອ່ານພ້ອມເຮັດສະຫຼຸບບາດດຽວຕອນໄລຍະກ່ອນສອບເສັງ, ແຕ່ສິ່ງທີ່ທຸກຄົນເຮັດຄືກັນກໍຄືຈົດສະຫຼຸບດ້ວຍພາສາດ້ວຍຄວາມເຂົ້າໃຈຂອງຕົວເຮົາເອງ ອາດໃຊ້ເວລາເລັກໜ້ອຍແຕ່ສິ່ງທີ່ເຮົາຈົດຈະຄ່ອຍໆຊຶມຊັບເຂົ້າໄປໃນສະໝອງພໍກັບມາອ່ານອີກຄັ້ງກໍຈະໄດ້ທວນຄວາມຮູ້ທີ່ສຳຄັນອີກຮອບໜຶ່ງນັ້ນເອງ.

6 ທວນບົດຮຽນເປັນປະ  ຈຳ: ຫຼັງຈາກຮຽນສຳເລັດແຕ່ລະວິຊາຄວນກັບມາທົບທວນບົດຮຽນຢ່າງສະໝ່ຳສະເໝີ ເພາະຕອນຮຽນສະໝອງຂອງເຮົາຖືກໃຊ້ງານຢ່າງໜັກ ບາງໄລຍະອາດມີອາການບໍ່ສາມາດທຳຄວາມເຂົ້າໃຈບົດຮຽນໄດ້ທັງໝົດການກັບມາທົບທວນອີກຄັ້ງຈະເຮັດໃຫ້ນ້ອງໆບໍ່ລືມສິ່ງທີ່ຮຽນມາ, ບົດຮຽນໃດທີ່ເຮົາຍັງບໍ່ເຂົ້າໃຈກໍຈະໄດ້ກັບມາຖາມຄູ ຫຼື ໃຫ້ເພື່ອນຊ່ວຍອະທິບາຍອີກຄັ້ງ, ຖ້າປ່ອຍໃຫ້ບໍ່ຮູ້ຕໍ່ໄປອາດຈະສົ່ງຜົນເສຍຕໍ່ເຮົາໄດ້.

7 ສົ່ງວຽກບ້ານຕາມເວລາທີ່ກຳນົດ: ການສົ່ງວຽກບ້ານໃຫ້ຄົບ ແລະ ກົງຕາມເວລາເປັນສິ່ງທີ່ນັກຮຽນເກັ່ງຂອງຫ້ອງປະຕິບັດ ເພາະເປັນສິ່ງທີ່ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງເຮົາ, ນັກຮຽນບາງຄົນແກ້ວຽກບ້ານບໍ່ເປັນ ສາມາດໃຫ້ເພື່ອນສອນໃຫ້ກ່ອນເຂົ້າຮຽນແລ້ວຮີບແກ້ສົ່ງຄູໃຫ້ທັນເວລາ, ແຕ່ວ່ານັກຮຽນບາງຄົນບໍ່ສົ່ງວຽກບ້ານເລີຍແກ້ບໍ່ທັນແດ່, ຢ້ານແກ້ອອກມາບໍ່ດີເລີຍເລື່ອນອອກໄປເລື້ອຍໆຄະແນນເກັບຂອງນ້ອງໆກໍຖືກຕັດລົງໄປເລື້ອຍໆ.

8 ເພີ່ມຕື່ມຄວາມຮູ້ຮອບຕົວ: ຄວາມຮູ້ບໍ່ໄດ້ສິ້ນສຸດຢູ່ພາຍໃນຫ້ອງຮຽນເທົ່ານັ້ນ, ນ້ອງໆຄວນເພີ່ມຕື່ມຄວາມຮູ້ໃໝ່ໆທັງໃນ ແລະ ນອກຫ້ອງຮຽນຢູ່ສະເໝີ.

9 ຄິດເປັນຕັ້ງຄຳຖາມເປັນ: ໜຶ່ງໃນວິທີທີ່ເຮັດໃຫ້ການຮຽນປະສົບຄວາມສຳເລັດ ຄືນ້ອງຕ້ອງຮູ້ຈັກຄິດຕາມ ແລະ ຕັ້ງຄຳຖາມໃຫ້ເປັນການຄິດຕາມໃນສິ່ງທີ່ຄູສອນຈະເຮັດໃຫ້ຮູ້ວ່າຈຸດໃດທີ່ເຮົາເຂົ້າໃຈ, ຈຸດໃດທີ່ເຮົາຍັງບໍ່ເຂົ້າໃຈເຮັດໃຫ້ເກີດການຕັ້ງຄຳຖາມ ແລະ ນຳໄປສູ່ການຄົ້ນຫາຄຳຕອບຂອງສິ່ງທີ່ເຮົາສົງໄສວິທີນີ້ຈະເຮັດໃຫ້ນ້ອງໆຮຽນເກັ່ງຍິ່ງຂຶ້ນ.

10 ມີຄວາມສຸກກັບການຮຽນ: ຄວາມສຸກກັບການຮຽນເປັນສິ່ງສຳຄັນ, ຖ້າເຮົາຮຽນຢ່າງບໍ່ມີຄວາມສຸກຜົນຮັບມັກຈະອອກມາບໍ່ດີສະເໝີ. ດັ່ງນັ້ນ, ເຮົາມາເລີ່ມຕົ້ນກັນຈາກເລື່ອງງ່າຍໆ ເຊັ່ນ: ຄວາມສຸກສ້າງໄດ້ຈາກວິຊາທີ່ມັກ, ສຳລັບວິຊາທີ່ບໍ່ມັກໃຫ້ນ້ອງໆເບິ່ງເປັນພຽງໂຈດທີ່ທ້າທາຍ ເຮົາຈົ່ງມຸ່ງໝັ້ນການຮຽນໃຫ້ມີຄວາມສຸກ ເພາະການທີ່ເຮົາຈະຮຽນເກັ່ງວິຊາໃດວິຊາໜຶ່ງບໍ່ແມ່ນເລື່ອງຍາກ.

( ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: sanook )