ຂ່າວດີ! ລັດ ປັບລົງລາຄານໍ້າມັນ ເລີ່ມມື້ອື່ນເປັນຕົ້ນໄປ

86

ລັດ ອອກແຈ້ງການ ປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ເຖິງບັນດາສະມາຄົມນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ໂດຍໃຫ້ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 22ກຸມພາ 2020 ເປັນຕົ້ນໄປ.

ອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0208/ອຄ.ກຄພນ, ລົງວັນທີ 21 ກຸມພາ 2020 ເລື່ອງການປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ, ໂດຍການປັບລົງຄັ້ງນີ້ ແມ່ນໄດ້ເພີ່ມການເກັບເງິນຄັງແຮນໍ້ມັນເຊື້ອໄຟທຸກຊະນິດຂຶ້ນ 225ກີບ/ຊະນິດ/ລິດ ຄື: ຈາກ 700ກີບ/ລິດ ເພີ່ມຂຶ້ນເປັນ 925ກີບ/ລິດ/ຊະນິດ

ປັບລົງລາຄານໍ້າມັນເຊື້ອໄຟທຸກຊະນິດຄື ແອັດຊັງພິເສດ ປັບລົງ 480ກີບ/ລິດ ຈາກ 10.390 ກີບ/ລິດ ເປັນ 9.910 ກີບ/ລິດ; ແອັດຊັງທໍາມະດາ ປັບລົງ 410 ກີບ/ລິດ ຈາກ 9.490 ກີ/ລິດ ເປັນ 9.080 ກີບ/ລິດ ແລະ ກາຊວນ ປັບລົງ 600 ກີບ/ລິດ ຈາກ 8.760 ກີບ/ລິດ ເປັນ 8.160 ກີບ/ລິດ, ນອກຈາກນັ້ນ ໄດ້ເລີ່ມຈັດຕັ້ງປະຕິບັດອາກອນຊົມໃຊ້ໃໝ່.

ການຄິດໄລ່ເສຍພັນທະ ແລະ ຄ່າທໍານຽນມຕ່າງໆ ໃຫ້ພາກສ່ວນກ່ຽ%ຂ້ອງຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0153/ກຄພນ.ຄສລ, ລົງວັນທີ 20 ກຸມພາ 2020 ຈົນກວ່າຈະມີການປ່ຽນແປງ. ເຊິ່ງລາຄາໃໝ່ນີ້ ໃຫ້ເລີ່ມປະຕິບັດວັນທີ 22 ກຸມພາ 2020 ເວລາ 6:00ໂມງ ໃນຂອບເຂດທົ່ວປະເທດ.