ໂຫວດໃຫ້ MVT 14 ອາລິດນ້ອຍ ແກ້ວມະນີພັນ ເວທີທີ 2 ໃນການປະກວດ

107

ອີກໜຶ່ງສາວທີ່ເຕັມໄປດ້ວຍຄວາມໝັ້ນໃຈທາງດ້ານບຸກຄະລິກກະພາບ, ຄວາມງາມ ແລະ ຄວາມສາມາດ ຜູ້ຜ່ານເຂົ້າຮອບ 30 ຄົນ ໃນເວທີປະກວດນາງສາວນະຄອນຫຼວງ 2020 ຄື ໝາຍເລກ MVT 14 ນິສາ ອາລິດນ້ອຍ ແກ້ວມະນີພັນ, ໂດຍມີເປົ້າໝາຍ ຢາກເປັນຄົນຫນື່ງທີ່ປະສົບຜົນສຳເລັດທາງດ້ານວົງການນາງງາມ ແລະ ສາມາດເບີ່ງເເຍ່ງລ້ຽງດູພໍ່ແມ່ໄດ້ເຮັດໃຫ້ພໍ່ແມ່ພູມໃຈ.

ສາວ ນິສາ ບອກວ່າ ເວທີການປະກວດນາງສາວນະຄອນຫຼວງ ເປັນເວທີທີ່ 2 ໃນການປະກວດ ຫຼັງຈາກທີ່ປີ 2019 ແມ່ນໄດ້ປະກວດໃນເວທີ Miss Universe Laos 2019 ເຂົ້າຮອບ 20 ຄົນສຸດທ້າຍ,

ສໍາລັບເວທີນາງສາວນະຄອນຫຼວງ ໃຜທີ່ເຊຍ ນິສາຢູ່ ກໍໂຫວດໃຫ້ນິສາໄດ້ເພື່ອໃຫ້ຜ່ານເຂົ້າຮອບ 20 ຄົນແບບອັດຕາໂນມັດ, ພຽງແຕ່ກົດ like ແລະ Share ຮູບນາງສາວທີ່ຕົນເອງມັກ, 1 Like = 1 ຄະແນນ, 1 Share = 2 ຄະແນນ, ຕັ້ງແຕ່ມື້ນີ້ຈົນຮອດວັນທີ 15 ກຸມພາ ເວລາ 14 :00 ນາທີ.

ປັດຈຸບັນ ນິສາ ອາຍຸ 20 ປີ, ກໍາລັງສຶກສາຢູ່ທີ່ມະຫາວິທະຍາໄລແຫງຊາດ, ເຄີຍຖ່າຍປະທິນທະນາຄານພັດທະນາລາວ 2019 ແລະ ຖ່າຍໂຄສະນາສີນຄ້າຕ່າງໆ,

ຖາມວ່າເປັນຫຍັງນິສາຄືຫຸ່ນດີແບບນີ້ ນິສາເອງເປັນຄົນມັກໄປຫຼີ້ນ fitnetess, ໃຊ້ເຄື່ອງສໍາອາງທີ່ເໝາະສົມກັບຜິວພັນ ເເລະ ບໍ່ກິນເຜັດ, ກິນອາຫານເພື່ອສຸຂະພາບ, ເວລາຫ່ວາງນ້ອງມັກໄປອອກກຳລັງກາຍ ເເລະ ຟັງເພງ.

ສໍາລັບເວທີນີ້ ນິສາຄາດຫວັງໄວ້ຫຼາຍ, ເພາະນ້ອງຕັ້ງໃຈມາປະກວດເວທີນີ້ເປັນເວທີ 2 ຂອງນ້ອງ ເພື່ອເຮັດຄົນທີ່ນ້ອງຮັກກະຄືພໍ່ແມ່ພູມໃຈ ແລະ ນ້ອງຄິດຕົວເອງເປັນຄົນໜຶ່ງທີ່ມີສາມາດທາງດ້ານນັກສະເເດງ, ຖ່າຍເເບບໂຄສະນາ ເປັນຄົນຫນ້າຕາດີກະວ່າໄດ້ 555ເເລະ ເຫມາະສົມກັບເວທີນີ້.

ສ່ວນຜູ້ຊາຍໃນສະເປັກ ນິສາມັກຄົນທີ່ສູງ, ຜິວແທນບໍ່ຫລໍ່ເເຕ່ທຳມະດາ, ໃຫ້ກຽດເຮົາ ເເລະ ຄົນອື່ນທີ່ຢູ່ອອ້ມຂ້າງ ປັດຈຸບັນ ຢູ່ບ້ານ ໂພນສີນວນ ມີອ້າຍເອື້ອຍນ້ອງມີຢູ່ 4 ຄົນ, ນິສາເປັນລູກຄົນທີ 3.

ຈາກ: