ວິທີປ້ອງກັນຕົນເອງຈາກພະຍາດປອດອັກເສບສາຍພັນໃໝ່

91

ຈາກການລາຍງານກໍລະນີຄົນເຈັບໝວດອາການຊຶມເຊື້ອລະບົບຫາຍໃຈຮຸນແຮງຈາກ  ສປ ຈີນ ໂດຍບໍ່ຮູ້ສາເຫດການເກີດພະຍາດທີ່ເມືອງອູຮັ່ນ    ແຂວງຫູເປີຍ ສປ ຈີນ ໂດຍຄົນເຈັບດັ່ງກ່າວມີປະຫວັດການພົວພັນກັບຕະຫຼາດຂາຍອາຫານທະເລສົດ, ມີປະຫວັດສໍາຜັດກັບສັດເປັນ ຫຼື ຕາຍ ເຊິ່ງຄົນເຈັບຈະມີອາການໄຂ້, ໄອ, ເຈັບຄໍ, ຫາຍໃຈຍາກ ແລະ ມີການຕິດຕໍ່ຈາກຄົນສູ່ຄົນ.

ວິທີປ້ອງກັນຕົນເອງຈາກພະຍາດໂຄໂຣນາ ມີດັ່ງນີ້:

1 ຫຼີກລຽງການເດີນທາງໄປເຂດທີ່ມີການລະບາດ ຫຼື ຊຸມຊົນແອອັດຖ້າບໍ່ຈໍາເປັນ.

2 ຫຼີກລຽງການສໍາຜັດໃກ້ຊິດກັບຄົນທີ່ມີອາການຄ້າຍຄືໄຂ້ຫວັດ ເຊັ່ນ: ໄຂ້, ໄອ, ເຈັບຄໍ ແລະ ຫາຍໃຈຍາກ.

3 ຖ້າມີອາການສົງໄສໃຫ້ພົບແພດທີ່ຢູ່ໃກ້.

4 ຫຼີກລຽງການສໍາຜັດສັດເປັນ ຫຼື ຕາຍ.

5 ປະຕິບັດມາລະຍາດໃນການໄອ – ຈາມດ້ວຍການອັດປາກ ແລະ ດັງ, ຖ້າມີອາການຄ້າຍຄືເປັນຫວັດໃຫ້ຫຼີກລຽງການສໍາຜັດຄົນອື່ນ ແລະ ບໍ່ຄວນຖົ່ມນໍ້າລາຍຊະຊາຍ.

6 ຖິ້ມເຈ້ຍອະນາໄມທີ່ໃຊ້ແລ້ວໃນຖັງຂີ້ຫຍື້ອທີ່ມີຝາປິດ.

7 ລ້າງມືດ້ວຍນໍ້າສະອາດ ແລະ ໃສ່ສະບູທຸກຄັ້ງ ຫຼື ໃຊ້      ເຈລລ້າງມື, ແອລກໍຮໍ ຫຼັງໄອ 8 ຈາມ ແລະ ພາຍຫຼັງເບິ່ງແຍງຄົນເຈັບ.

9 ຖ້າມີອາການສົງໄສໃຫ້ໄປພົບແພດໂດຍດ່ວນ ແລະ ແຈ້ງປະຫວັດການເດີນທາງໃນໄລຍະ 14 ວັນ ກ່ອນມີອາການ, ກໍລະນີຕ້ອງການຄວາມຊ່ວຍເຫຼືອກະລຸນາໂທ 020 5406 6777 ຫຼື ສາຍດ່ວນ 166 ຕະຫຼອດ 24 ຊົ່ວໂມງ ( ພາສາລາວ,  ອັງກິດ ແລະ ຈີນ ).

ທຸກຄົນສາມາດຕິດເຊື້ອພະຍາດດັ່ງກ່າວໄດ້, ແຕ່ບຸກຄົນທີ່ມີໂອກາດສ່ຽງຕິດເຊື້ອໄດ້ງ່າຍ ແລະ ເມື່ອເຈັບເປັນອາດມີອາການຮ້າຍແຮງກວ່າຄົນທົ່ວໄປ ເຊັ່ນ: ເດັກນ້ອຍຕໍ່າກວ່າ 2 ປີ, ຜູ້ເຖົ້າ, ຜູ້ທີ່ມີພະຍາດປະຈໍາຕົວ, ຜູ້ທີ່ມີພູມຄຸ້ມກັນຕໍ່າ ແລະ ຜູ້ທີ່ເບິ່ງແຍງໃກ້ຊິດຄົນເຈັບ.

( ຂໍ້ມູນຈາກ: ສູນຂ່າວສານການແພດສຸຂະສຶກສາ )

( ຮຽບຮຽງ: ນຸ້ມນິ້ມ )