ຄຸມເຂັ້ມ! ໂຈະການອອກວີຊາກັບດ່ານໃຫ້ນັກທ່ອງທ່ຽວທີ່ເດີນທາງມາຈາກສປຈີນ ເລີ່ມມື້ນີ້ເປັນຕົ້ນໄປ

158

ຈາກເຫດການລະບາດຂອງເຊື້ອໄວຮັສ ໂຄໂຣນາ ທີ່ ສປ ຈີນ, ເຊິ່ງເປັນປະເທດບ້ານໃກ້ເຮືອນຄຽງຂອງລາວເຮົາ ເຮັດໃຫ້ທຸກພາກສ່ວນເອົາໃຈໃສ່ເຝົ້າລະວັງການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ

ຫຼ້າສຸດ ກະຊວງການຕ່າງປະເທດ ໄດ້ອອກແຈ້ງການສະບັບເລກທີ 278/ກກສ.1 ລົງວັນທີ 2 ກຸມພາ 2020 ກ່ຽວກັບ ການຊີ້ນໍາຂອງຂັ້ນເທິງກ່ຽວກັບການໂຈະການອອກວີຊາກັບດ່ານໃຫ້ບັນດານັກທ່ອງທ່ຽວທີ່ເດີນທາງມາຈາກ ສປ ຈີນ.

ຕາມແຈ້ງການດັ່ງກ່າວ ໃຫ້ຮູ້ວ່າ: ໃຫ້ໜ່ວຍງານວິຊາການກັບດ່ານ ປະຈໍາຢູ່ບັນດາດ່ານສາກົນ ທີ່ມີຊາຍແດນຕິດກັບຈີນ ໂຈະການອອກວີຊາເຂົ້າ ສປປ ລາວ ປະເພດທ່ອງທ່ຽວເປັນການຊົ່ວຄາວ ໃຫ້ແກ່ບັນດານັກທ່ອງທ່ຽວ ທີ່ເດີນທາງມາຈາກ ສປ ຈີນ ໂດຍເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 2 ກຸມພາ 2020 ນີ້ເປັນຕົ້ນໄປຈົນກວ່າຈະມີການຊີ້ນໍາການປ່ຽນແປງ